ມີ 70 ກວ່າເມືອງ ທີ່ມີອັດຕາຄ້າງຫ້ອງຊັ້ນປະຖົມເພີ່ມຂຶ້ນ

77

ປີ 2019 ຜ່ານມາ ກະຊວງສຶກສາທິການ ແລະ ກີລາ ( ສສກ ) ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ເຮັດໃຫ້ຈຳນວນນັກຮຽນນັກສຶກສາເຂົ້າຮຽນນັບມື້ຫຼາຍຂຶ້ນ ເຊັ່ນ: ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ເພີ່ມຂຶ້ນ 2,3%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມບັນລຸໄດ້ 99,1%, ອັດຕາຄ້າງຫ້ອງຂອງນັກຮຽນປະຖົມຫຼຸດລົງ 0,2%, ແຕ່ເຫັນວ່າຍັງມີ 74 ເມືອງທີ່ຢູ່ເຂດຫ່າງໄກສອກຫຼີກມີອັດຕາຄ້າງຫ້ອງເພີ່ມຂຶ້ນ.

ອີງຕາມບົດສະຫຼຸບວຽກງານການສຶກສາທິການ ແລະ ກີລາ ຂອງກະຊວງ ສສກ ປະຈຳປີ 2019 ໃຫ້ຮູ້ວ່າ: ໃນປີຜ່ານມາມີນັກຮຽນທີ່ເຂົ້າຮຽນໃນແຕ່ລະຊັ້ນການສຶກສາເພີ່ມຂຶ້ນ ໂດຍສະເພາະແມ່ນການສຶກສາກ່ອນໄວຮຽນ ແລະ ອາຊີວະສຶກສາ ຄື: ອັດຕາເຂົ້າຮຽນຂອງເດັກ ອາຍຸ 5 ປີ ເພີ່ມຂຶ້ນ 2,3% ຈາກ 77,1% ໃນປີ 2018 ເປັນ 79,4% ໃນປີ 2019; ອັດຕາເຂົ້າຮຽນສຸດທິຊັ້ນປະຖົມສາມາດບັນລຸ 99,1%; ອັດຕາຄ້າງຫ້ອງຂອງນັກຮຽນ ປ 1 ຫຼຸດລົງຈາກ 8,8% ເປັນ 8,4%; ອັດຕາຄ້າງຫ້ອງນັກຮຽນປະຖົມຫຼຸດລົງ ຈາກ 4% ເປັນ 3,8%; ຈຳນວນເມືອງທີ່ບັນລຸ ອັດຕາເຂົ້າຮຽນ ປ 5 ສູງກວ່າ 95% ເພີ່ມຈາກ 127 ເມືອງເປັນ 134 ເມືອງ ແລະ ອັດຕາເຂົ້າ ຮຽນ ມ.ປາຍ ເພີ່ມຂຶ້ນ 1,5% ຈາກ 53,3% ເປັນ 54,8%.

ນອກນັ້ນ, ຈຳນວນນັກສຶກ ສາເຂົ້າຮຽນອາຊີວະສຶກສາ ມີ 75.466 ຄົນ ເພີ່ມຂຶ້ນ 10% ທຽບໃສ່ປີ 2018 ຜ່ານມາ ( 68.605 ) ແລະ ໄດ້ຫຼຸດຈໍານວນນັກສຶກສາເຂົ້າຮຽນສ້າງຄູໃໝ່ 14% ທຽບໃສ່ປີຜ່ານມາ ເຫຼືອພຽງ 3.659 ຄົນ ໃນປີ 2019 ເພື່ອສ້າງຄູໃຫ້ມີປະສິດທິພາບ.

ໂດຍລວມແລ້ວອັດຕາຄ້າງຫ້ອງຊັ້ນປະຖົມຫຼຸດລົງຈາກ 4% ເປັນ 3,8% ກໍຕາມແຕ່ຍັງເຫັນວ່າມີເຖິງ 74 ເມືອງ ທົ່ວປະເທດມີອັດຕາຄ້າງຫ້ອງຊັ້ນປະຖົມເພີ່ນຂຶ້ນ ເປັນຕົ້ນແມ່ນເມືອງນອງ 23,09%, ເມືອງໄຊສະຖານ 16,36%, ເມືອງດາກຈຶງ 14,06% ແລະ ເມືອງອື່ນໆໃນເຂດຫ່າງໄກສອກຫຼີກ.

ດັ່ງນັ້ນ, ໃນປີ 2020 ສສກ ຈະໄດ້ເອົາໃຈໃສ່ຕື່ມ 4 ບັນຫາສຳຄັນ ເຊັ່ນ:

1 ສືບຕໍ່ສົ່ງເສີມ ແລະ ຂະຫຍາຍການສຶກສາກ່ອນໄວ ( ເດັກອາຍຸ 5 ປີ ) ໃຫ້ກວ້າງ ຂວາງພ້ອມທັງຮັບປະກັນດ້ານຄຸນນະພາບ.

2 ຈັດຕັ້ງປະຕິບັດນະໂຍບາຍພາກບັງຄັບ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ ແລະ ຮັບປະກັນຄຸນນະພາບ.

3 ຍົກສູງຄຸນນະພາບຂອງການສຶກສາຫຼັງຊັ້ນມັດທະຍົມໃຫ້ດີຂຶ້ນ ໂດຍເນັ້ນໃສ່ສ້າງສີມືແຮງງານ ແລະ ນັກວິຊາການທີ່ມີຄຸນນະພາບ.

4 ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິຫານ ແລະ ຄຸ້ມຄອງການສຶກສາແຕ່ສູນກາງຮອດທ້ອງຖິ່ນ ແລະ ອື່ນໆ.

( ຂ່າວ: ກາວຊົ່ງ )

( ຂໍ້ມູນຈາກກະຊວງສຶກສາທິການ ແລະ ກີລາ )