ຍ້ອນຫຍັງ? ແຕ່ງດອງຊ້ວງອາຍຸ 28-30 ປີ ຈຶ່ງດີທີ່ສຸດ

217

ການແຕ່ງດອງ ເປັນສິ່ງທີ່ໜຸ່ມສາວຫຼາຍຄົນຕ່າງກໍ່ໄຝ່ຝັນ ຢາກະມີງານແຕ່ງດອງເກີດຂຶ້ນຈັກຄັ້ງໃນຊີວິດ. ແຕ່ຮູ້ຫຼືບໍ? ການແຕ່ງດອງນັ້ນຕ້ອງອາໄສຄວາມພ້ອມ ແລະ ປັດໄຈຫຼາຍຢ່າງໃນການຈັດງານ. ເພາະສະນັ້ນ, ບາງຄົນຈຶ່ງຫາຊ້ວງເວລາທີ່ດີທີ່ສຸດຂອງຊີວິດເລີ່ມຕົ້ນຊີວິດຄູ່ ກັບໃຜຈັກຄົນ ໃນການຄອງຄູ່ໄປຈົນວັນສຸດທ້າຍຂອງຊີວິດ.

ພາບປະກອບຂ່າວ

ນິກ ວູບຟິງເກີ ນັກສັງຄົມວິທະຍາ ຈາກມະຫາວິທະຍາໄລຍູທາ ປະທດສະຫະລັດອາເມລິກາ ໄດ້ວິໄຈວ່າ: ການແຕ່ງດອງ ທີ່ເໝາະສົມທີ່ສຸດຄືຊ້ວງອາຍຸ 28-32 ປີ ໂດຍໃຫ້ເຫດຜົນວ່າ: ໄວອາຍຸ 28-32 ປີ ຖືວ່າເປັນຊ່ວງເໝາະສົມທີ່ສຸດໃນການສ້າງຊີວິດຄູ່, ໂດຍຜູ້ວິໄຈ ໄດ້ນຳເອົາຂໍ້ມູນການສຳຫຼວດ ຂອງຄອບຄົວຊາວອາເມລິກາມາວິເຄາະ ແລະ ພົບວ່າ ຄູ່ແຕ່ງດອງທີ່ຢູ່ໃນໄວນີ້ ມີອັດຕາການຢ່າຮ້າງຕໍ່າກວ່າຜູ້ທີ່ແຕ່ງດອງໃນຊ້ວງໄວອື່ນ ໂດຍສະເລ່ຍໃນຊ່ວງ 5 ປີ ທຳອິດຫຼັງການແຕ່ງດອງ ມີອັດຕາການຢ່າຮ້າງ ຫຼືອັດຕາການແຍກທາງກັນນ້ອຍຫຼາຍ.

ພາບປະກອບຂ່າວ

ນັກສັງຄົມວິທະຍາ ທ່ານນີ້ໃຫ້ເຫດຜົນທີ່ວ່າ: ໄວອາຍຸ 28-32 ປີນັ້ນ ຈະເປັນໄວທີ່ເຂົ້າໃຈຄວາມຮູ້ສຶກທີ່ແທ້ຈິງ, ຊ້ວງອາຍຸນີ້ຈະເຕີບໂຕພໍທີ່ຈະຮູ້ທັນຄວາມຮູ້ສຶກຂອງຕົວເອງ ວ່າເຂົ້າກັບຝ່າຍໜຶ່ງໄດ້ແທ້ ຫຼື ເປັນພຽງອາລົມຂອງຮໍໂມນ. ໄວອາຍຸນີ້ ຈະມີຄວາມຮັບຜິດຊອບຫຼາຍຂຶ້ນ ເພາະທັງສອງຄົນໄດ້ເລືອກເສັ້ນທາງຊີວິດທີ່ຕົວເອງຕ້ອງການແລ້ວ ແລະ ເລີ່ມມີຄວາມຮັບຜິດຊອບໃນເລື່ອງຕ່າງໆ ແລະ ມີຄວາມໝັ້ນຄົງທາງດ້ານການເງິນໃນລະດັບໜຶ່ງ ແລະ ປັບຕົວເຂົ້າຫາກັນໄດ້ ເຊິ່ງຍັງບໍ່ທັນເຖົ້າເກີນໄປທີ່ຈະປັບຕົວ, ປັບນິໄສ, ຮູບແບບການໃຊ້ຊີວິດປະຈຳວັນ ເຂົ້າກັບອີກຝ່າຍ ເຊິ່ງເປັນສິ່ງໜຶ່ງ ທີ່ສໍາຄັນໃນການໃຊ້ຊີວິດຄູ່.

ພາບປະກອບຂ່າວ

ສຳລັບທ່ານໃດ ທີ່ແຜນທີ່ຈະແຕ່ງດອງ ລອງເບິ່ງເຫດຜົນ, ເບິ່ງຄວາມພ້ອມໃຫ້ລະອຽດ ເພື່ອບໍ່ໃຫ້ເສຍໃຈພາຍຫຼັງ ຫາກຕັດສິນໃຈໄວໂດຍທີ່ບໍ່ໄດ້ຄິດຖີ່ຖ້ວນ, ເຊິ່ງຂໍ້ມູນທີ່ແອັດນຳມາສະເໜີນີ້ ເປັນພຽງຂໍ້ມູນສຳລັບຄົນສ່ວນຫຼາຍເທົ່ານັ້ນ ແຕ່ສຳລັບບາງຄົນອາດຈະມີຄວາມພ້ອມໃນຊ້ວງອາຍຸທີ່ຕ່າງອອກໄປ ສຸດແລ້ວແຕ່ສອງຄົນຈະເຫັນວ່າມີຄວາມອາດສາມາດພໍ ແລະ ພ້ອມທີ່ຈະເລີ່ມຕົ້ນການໃຊ້ຊີວິດຄູ່ກັນແລ້ວ.

ພາບປະກອບຂ່າວ

ທີ່ມາ: thaihitz.com