ໄອເອັມເອຟບອກຂໍ້ຕົກລົງອາເມຣິກາ-ຈີນຊ່ວຍເສດຖະກິດໂລກ

70

ເມື່ອບໍ່ດົນມານີ້,ທ່ານ ນາງ ຄຣິດຕາລິນາ ຈໍຈີວາ ເລຂາທິການໃຫຍ່ກອງທຶນການເງິນສາກົນຫຼືໄອເອັມເອຟກ່າວວ່າ:ການລົງນາມໃນຂໍ້ຕົກລົງການຄ້າໄລຍະ1ລະຫວ່າງອາເມຣິກາ ແລະ ຈີນນັ້ນຈະຊ່ວຍຫຼຸດຄວາມບໍ່ແນ່ນອນເຊິ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂລກ.

ຂະນະນີ້ຄວາມບໍ່ແນ່ນອນທາງເສດຖະກິດໂລກໄດ້ປັບຕົວຫຼຸດລົງແລ້ວ,ແຕ່ກໍຍັງບໍ່ແກ້ໄຂບັນຫາໄດ້ໝົດ.

ຢ່າງໃດກໍຕາມ,ນາງ ຈໍຈີວາ ບໍ່ໄດ້ເປີດເຜີຍຕົວເລກຄາດຄະເນການຂະຫຍາຍຕົວຂອງເສດຖະກິດໂລກ,ລະບຸພຽງແຕ່ໄອເອັມເອຟຈະເປີດເຜີຍຕົວເລກດັ່ງກ່າວຢ່າງເປັນທາງການໃນມໍ່ໆນີ້ໃນກອງປະຊຸມເວິ ອີໂຄໂນມິກ ຟໍຣໍາ ຢູ່ທີ່ເມືອງ ດາວອດ ປະເທດ ສະວິດ.

ນາງ ຈໍຈີວາ ໃຫ້ຮູ້ວ່າ:ໄອເອັມເອຟຄາດຄະເນວ່າການເຮັດຂໍ້ຕົກລົງທາງການຄ້າລອງສອງປະເທດມະຫາອໍານາດຈະຊ່ວຍໃຫ້ເສດຖະກິດຈີນມີການຂະຫຍາຍກວ່າ6%ໃນປີນີ້.