ເຄັບລັບ 3 ປະການໃນການຄົ້ນຄວ້າບົດຮຽນກຽມສອບເສັງ

144

ໃກ້ເຂົ້າສູ່ໄລຍະການກຽມສອບເສັງປິດພາກຮຽນທີ1  (ປິດເທີມ1) ຂອງສົກຮຽນ ບໍ່ວ່າຈະເປັນສາຍສາມັນສຶກສາ ຫຼື ລະດັບມະຫາວິທະຍາໄລ ແລະ ວິຊາຊີບຕ່າງໆ. ສະນັ້ນ ມື້ນີ້ຜູ້ຂຽນຈະພານ້ອງນັກຮຽນ ນັກສຶກສາທັງຫຼາຍໄປຮັບຮູ້ກ່ຽວກັບບາງ ເຄັບລັບພື້ນຖານໃນການຄົ້ນຄວ້າ ແລະ ທົບທວນບົດຮຽນແນວໃດໃຫ້ໄດ້ປະສິດທິພາບ ເພື່ອໃຫ້ຈຳໄດ້ໄວ ພາຍໃນໄລຍະເວລາອັນສັ້ນດັ່ງນີ້:

1 ຄົ້ນຄວ້າດ້ວຍຕົນເອງ: ແບ່ງບົດຮຽນເປັນແຕ່ລະຈຸດສຳຄັນຕ່າງໆແລ້ວນຳມາທົບທວນຄືນຕາມແຕ່ລະຈຸດຢ່າງຕໍ່ເນື່ອງ ແລະ ເບິ່ງບົດຮຽນທີ່ກ່ຽວຂ້ອງກັນ ໂດຍຄົ້ນຄວ້າທັງໃນ ແລະ ນອກຕຳລາ ເພື່ອໃຫ້ເຂົ້າໃຈບົດຮຽນຫຼາຍຂື້ນ ແລະ ຊັດເຈນກວ່າເກົ່າ. ບັນດານັກຮຽນ ນັກສຶກສາທີ່ເຄີຍເສັງໄດ້ຄະແນນດີ, ສ່ວນຫຼາຍເຂົາຈະຄົ້ນຄວ້າ ບົດຮຽນດ້ວຍຕົນເອງກ່ອນ ບໍ່ແມ່ນວ່າຮຽນ ແລະ ຄົ້ນຄວ້າສິ່ງທີ່ອາຈານສອນພຽງຢ່າງດຽວ ຫຼື ນັ່ງຄົ້ນ ຄວ້າໝົດມື້, ພວກເຂົາຈະຄົ້ນຄວ້າບົດຮຽນຕາມແຕ່ລະພາກ ແຕ່ລະຈຸດທີ່ເຫັນວ່າສຳຄັນຢ່າງເໝາະສົມ.

ການຄົ້ນຄວ້າບົດຮຽນຢ່າງລະອຽດຖືເປັນການດີຫາກມີເວລາຫຼາຍພໍ, ແຕ່ເວລາມີໜ້ອຍຄວນເລືອກ ແລະ ຄັດເອົາຈຸດເດັ່ນຕ່າງໆມາທົບທວນ. ເຖິງຢ່າງໃດກໍ່ຕາມການຄົ້ນຄວ້າບົດຮຽນໃນເວລາອັນສັ້ນຖືວ່າ ເປັນສິ່ງທີ່ບໍ່ເໝາະເທົ່າໃດ ເນື່ອງຈາກຈະມີຜົນເສຍຕໍ່ສຸຂະພາບແລ້ວຍັງຈະເຮັດໃຫ້ເຮົາບໍ່ສາມາດຈື່ບົດຮຽນ ໄດ້ໝົດຫຼືຈື່ໄດ້ກໍ່ຢູ່ບໍ່ດົນໃນສະໝອງ. ສະນັ້ນ, ຄວນທົບທວນບົດຮຽນຕາມຈຸດສຳຄັນຕ່າງໆ ໂດຍຝຶກຕອບ ແບບປາລາໄນ, ຄົ້ນຄວ້າບົດຝຶກຫັດ ເພື່ອໃຫ້ສາມາດກຳໄດ້ເນື້ອແທ້ຂອງບົດຮຽນ.

2 ຄົ້ນຄວ້າບົດສອບເສັງຂອງແຕ່ລະປີຜ່ານມາ: ບັນດາຫົວຂໍ້ ແລະ ບົດສອບເສັງໃນແຕ່ລະປີຜ່ານມາ ແມ່ນມີຄວາມສຳຄັນທີ່ສຸດໃນການຄົ້ນຄວ້າ ກຽມເສັງປິດພາກຮຽນ, ເພາະໃນການສອບເສັງແຕ່ລະຄັ້ງຈະມີຫົວຂໍ້ທີ່ເຄີຍເສັງໃນໄລຍະຜ່ານມາປະປົນ ນຳບໍ່ຫຼາຍກໍ່ໜ້ອຍ. ການຝຶກແກ້ ແລະ ທົບທວນບົດສອບເສັງຂອງປີຜ່ານໆມາຍັງຊ່ວຍໃຫ້ເຮົາຮູ້ທິດທາງ ແລະ ການຈັດການເວລາຂອງເຮົາວ່າເຮັດບົດສອບເສັງທັນເວລາ ຫຼື ບໍ່?, ຫາກບໍ່ທັນເຮົາຄວນເຮັດແນວໃດ ໃຫ້ສາມາດເຮັດໄດ້ໄວທີ່ສຸດ ປະຢັດເວລາທີ່ສຸດ ເພື່ອມີເວລາໃນການກວດຄືນຂະນະເສັງ.

ນອກນັ້ນ ການຄົ້ນຄວ້າຫົວບົດສອບເສັງໃນໄລຍະຜ່ານມາ ຍັງສາມາດຊ່ວຍໃຫ້ເຮົາຮູ້ ແລະ ຈັບປະເດັນສຳຄັນຂອງແຕ່ລະບົດໃນຕຳລາຮຽນ, ຊ່ວຍປະຢັດເວລາໃຫ້ແກ່ຜູ້ທີ່ບໍ່ຮູ້ວ່າປະເດັນໃດ ຈຸດໃດ ໃນປື້ມຕຳລາທີ່ສຳຄັນ, ຊ່ວຍໃຫ້ເຮົາຈຳບົດຮຽນໄດ້ໂດຍຫຍໍ້ ແລະ ດີ. ເພາະທົບທວນບົດສອບເສັງທີ່ຜ່ານ ມາສ່ວນຫຼາຍແມ່ນຈະມີຄຳຕອບ, ຫາກເປັນວິຊາຄິດໄລ່ເຮົາຈະໄດ້ລົງມືແກ້ ແລະ ກວດຕາມທີ່ຄຳຕອບ ເຊິ່ງຈະຊ່ວຍໃຫ້ສະໝອງເພີ່ມຄວາມຈຳໄດ້ດີຂື້ນ.

3 ແບ່ງເວລາໃນການຄົ້ນຄວ້າໃຫ້ເໝາະສົມ: ເພື່ອຊ່ວຍໃຫ້ສາມາດຮຽນໄດ້ດີ ຈຳງ່າຍ ແລະ ໃຊ້ເວລາສັ້ນທີ່ສຸດນັ້ນ ການແຍ່ງເວລາຮຽນ, ຈັດເວລາໃນການຮຽນແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ. ຄົນຮຽນໜັກ ຄົ້ນຄວ້າມື້ລະຫຼາຍຊົ່ວໂມງຕິດຕໍ່ກັນແມ່ນມີຄວາມສ່ຽງຕໍ່ສຸຂະພາບ ແລະ ສະໝອງໄດ້. ເພາະການຮຽນທີ່ດີກ່ອນອື່ນໝົດຄວນຄຳນືງເຖິງສຸຂະພາບທັງຮ່າງກາຍ ແລະ ຈິດໃຈ, ຫາກຄົນອາລົມບໍ່ດີຮຽນແນວໃດກໍ່ບໍ່ເຂົ້າສະໝອງເຖິງຊິຮຽນໜັກກໍ່ຕາມ.

ສະນັ້ນ, ການທົບທວນ ຄົ້ນຄວ້າບົດຮຽນໃນຍາມໃກ້ເສັງຄວນຈັດເວລາໃຫ້ຊັດເຈນ ເພື່ອໃຫ້ສະ ໝອງປອດໂປ່ງ ໄຮ້ສິ່ງລົບກວນ ຄວນຄົ້ນຄວ້າບົດຮຽນວັນລະ 6 ຊົ່ວໂມງ ແລະ ແບ່ງເປັນ 2 ຕອນຄື: ຕອນເຊົ້າປະມານ 5 – 6 ໂມງ ຫາກຕື່ນເຊົ້າກວ່ານັ້ນອາດຈະເຫງົານອນ ແລະ ຮຽນບໍ່ໄດ້, ຕອນຄໍ່າ ປະມານ 19 – 23 ໂມງ. ພ້ອມກັນນັ້ນ ການຄົ້ນຄວ້າຕ້ອງຄົ້ນຄວ້າຄັ້ງລະວິຊາ ເພື່ອບໍ່ໃຫ້ສັບສົນໃນ ການຈົດຈຳ ນັ້ນເອງ.

ເຊິ່ງ 3 ເຄັບລັບທີ່ກ່າວມານັ້ນ ເປັນພຽງພື້ນຖານໃນການຄົ້ນຄວ້າບົດຮຽນເມື່ອໃກ້ເສັງໃນໄລຍະເວລາອັນເລັ່ງລັດ, ຫາກຢາກໃຫ້ເສັງໄດ້ຄະແນນດີ ແລະ ຈື່ບົດຮຽນໄດ້ດີ ແມ່ນຄວນເບິ່ງບົດຮຽນ ຄົ້ນຄວ້າບົດຮຽນມາແຕ່ຕອນເລີ່ມຮຽນ ແລ້ວເມື່ອໃກ້ເສັງນຳມາທົບທວນຄືນກໍ່ຈະໄດ້ຜົນດີກວ່າ.