ຍົນໂດຍສານຂອງສາຍການບິນອູແກຣນ ຕົກທີ່ປະເທດອີຣານ ເສຍຊີວິດທັງໝົດ

74

ຕາມຂ່າວຈາກສຳນັກຂ່າວເອພີລາຍງານໃຫ້ຮູ້ວ່າ:  ຍົນໂດຍສານຂອງສາຍການບິນ  Ukraine international  Airline ຂອງປະເທດອູແກຣນໄດ້ຕົກໃນຂະນະທີ່ບິນຂຶ້ນຈາກສະໜາມບິນສາກົນໃນນະຄອນຫຼວງເຕຮາຣານ ຂອງອີຣານ ບໍ່ເທົ່າໃດນາທີ ໃນຕອນເຊົ້າມືດຂອງວັນທີ8 ມັງກອນ2020.

ຖ້ຽວບິນ PS752 ຍົນໂບອິງ 737-800 ບິນຈາກສະໜາມບິນໃນນະຄອນຫຼວງເຕຮາຣານຂອງອີຣານ ເພື່ອມູ່ງໜ້າໄປນະຄອນຫຼວງຂອງຄຽບຂອງອູແກຣນ ໄດ້ຕົກໃກ້ກັບນະຄອນຫຼວງເຕຮາຣານ ເຮັດໃຫ້ຜູ້ໂດຍສານ167ຄົນ ແລະ ຈຸບິນອີກ9 ຄົນ ລວມເປັນ176 ຄົນເສຍຊີວິດທັງໝົດ.

ຢ່າງໃດກໍຕາມຍັງບໍ່ມີລາຍງານເຖິງສາເຫດໃນຄັ້ງນີ້. ຂະນະທີ່ເຈົ້າໜ້າທີ່ຂອງອີຣານກໍໄດ້ເຂົ້າໄປຄົ້ນຫາ ແລະ ກູ້ເສດຍົນແລະສົບ ທີ່ແຕກກະຈາຍໄປທົ່ວ

ເຫດການນີ້ເກີດຂຶ້ນໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງອີຣານກັບສະຫະລັດອາເມລິກາທະວີຄວາມຮ້າຍແຮງຂຶ້ນ ໂດຍໃນຕອນເຊົ້າມືດຂອງວັນທີ8 ມັງກອນ ກອງທັບອີຣານກໍໄດ້ຍິງຂີປະນາວຸດຫຼາຍສິບລູກໂຈມຕີຖານທັບອາກາດຂອງອາເມລິກາໃນປະເທດອີຣັກ.

ຮູບ: ເອພີ