ກ້ວຍຕາກອາດບໍ່ຫຼູ ແຕ່ເປັນຂອງລາວຄົນລາວຕ້ອງສົ່ງເສີມ

314

ບ້ານເຮົາເປັນປະເທດກະສິກຳ ຜົນຜະລິດແຕ່ລະປີມີບໍ່ໜ້ອຍ ຖ້ານຳມາແປຮູບເປັນສິນຄ້າກໍ່ສາມາດສ້າງຊື່ສຽງໃຫ້ກັບປະເທດໄດ້ເປັນຢ່າງດີ ແລະຖ້າຈະດີກວ່ານັ້ນຄົນລາວຕ້ອງສົ່ງເສີມຜະລິດຕະພັນພາຍໃນ ແຕ່ຍັງສົງໄສຢູ່ເປັນຫຍັງຄົນລາວຄົນສ່ວນໃຫຍ່ນິຍົມຂອງນອກ.

ມື້ນີ້ແອັດມິນມີຜະລິດຕະພັນດີໆມາແນະນຳທຸກຄົນ ຮັບຮອງວ່າຖືກໃຈໃຜຫຼາຍຄົນແນ່ນອນ ຜະລິດຕະພັນທີ່ເວົ້າມານັ້ນກໍ່ຄືກ້ວຍຕາກນັ້ນເອງ ເຊິ່ງເປັນຜະລິດຕະພັນຂອງຄົນລາວຮ້ອຍເປີເຊັນ ແລະຍັງເປັນຜະລິດຕະພັນທີ່ໄດ້ຮັບ ອຍ ຮັບປະກັນຄວາມສະອາດຖືກຫຼັກອະນາໄມ ເປັນຜະລິດຕະພັນອໍເກນິກອົບດ້ວຍພະລັງແສງອາທິດ ສະອາດທຸກຂັ້ນຕອນໃນການຜະລິດ ບໍ່ສ່ຽງຕໍ່ຂີ້ຝຸ່ນ ແມງວັນ ແມງມີ່ຕອມ ເພາະມີເຮືອນອົບທີ່ສະອາດເປັນຢ່າງດີ.

ຜະລິດຕະພັນກ້ວຍອົບແດດມີທັງກ້ວຍກວນ ແລະ ກ້ວຍແຜ່ນ ,ບໍ່ມີນໍ້າເຜິ້ງ, ບໍ່ມີນໍ້າເຊື່ອມ, ບໍ່ໄດ້ແຕ່ງເຕີມສີໃດໆ ຫວານທໍາມະຊາດ 100% ບັນຈຸໃສ່ກ່ອງມີຝາປິດ ກິນງ່າຍ ສະດວກສະບາຍຄົນລາວຮັກຊາດ ຕ້ອງສົ່ງເສີມສິນຄ້າພາຍໃນ.

ສິ່ງໜຶ່ງທີ່ຢາກຝາກໄວ້ໃຫ້ຜູ້ປະກອບການພາຍໃນທີ່ຜະລິດສິນຄ້າ ບໍ່ຄວນອັບລາຄາສູງຫຼາຍ ສົ່ງເສີມການຂາຍລາຄາຕ້ອງຕ່ຳເຂົ້າໄວ້ ເພາະຄົນລາວສ່ວນໃຫຍ່ຍັງມີຖານະພໍຫາກຸ້ມກິນເທົ່ານັ້ນບໍ່ເຖິງຂັ້ນລ້ຳລວຍ ບາງຄັ້ງສິນຄ້າພາຍໃນດີແຕ່ລາຄາຈັບຕ້ອງຍາກການຊື້ສິນຄ້ານຳເຂົ້າອາດເປັນສິ່ງທີ່ເຂົາຈຳເປັນຕ້ອງເລືອກ.