ຈູມສີ ເຜີຍເຕັກນິກການຮຽນເກັ່ງຈົນໄດ້ຮັບໃບປະກາດແດງ

120

ນາງ ຈູມສີ ມີໄຊຜົນ ໄດ້ຮັບໃບປະກາສະນີຍະບັດແດງ ສາຂາພະຍາບານສາດເຕັກນິກຊັ້ນສູງ ໂຮງຮຽນສາທາລະນາສຸກຊຽງຂວາງ ( ເປັນພະນັກງານຮຽນສາຍເຊື່ອມຕໍ່ ) ໃຫ້ສຳພາດວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍທີ່ໄດ້ຮັບໃບປະກາສະນີຍະບັດແດງ ເຊິ່ງນ້ອງເອງບໍ່ເຄີຍຄາດຄິດມາກ່ອນວ່າຈະໄດ້ ເພາະວ່າໃນເມື່ອກ່ອນຕົວເອງແມ່ນຮຽນອ່ອນຫຼາຍ, ຄະແນນສ່ວນຫຼາຍແມ່ນຢູ່ໃນເກຣດ C       ( ຕອນຮຽນຊັ້ນກາງ ) ແຕ່ປັດຈຸບັນແມ່ນໄດ້ຄະແນນດີມາຕະຫຼອດໄລຍະການຮຽນ 1 ປີ 6 ເດືອນ, ຄະແນນຕ່ຳສຸດແມ່ນ  ເກຣດ B ມີພຽງສອງຕົວເທົ່ານັ້ນ. ນອກນັ້ນ, ແມ່ນ ເກຣດ B+ ແລະ ເກຣດ A.

ຕະຫຼອດໄລຍະການຮຽນແມ່ນໄດ້ຄະແນນດີອັນດັບໜຶ່ງຂອງຫ້ອງ. ຈຳນວນນັກສຶກສາທັງໝົດທີ່ໄດ້ຮັບໃບປະກາດໃນສົກຮຽນ 2019 – 2020 ມີ 174 ຄົນ ແລະ ມີນັກຮຽນໄດ້ໃບປະກາດແດງຈຳນວນ 3 ຄົນ, ແຕ່ຕົນເອງແມ່ນໄດ້ຄະແນນຫຼາຍກວ່າໝູ່, ນອກຈາກເກັ່ງດ້ານການຮຽນແລ້ວໄລຍະການເຮັດວຽກຢູ່ຫ້ອງການກໍໄດ້ໃບຍ້ອງຍໍທຸກໆປີ.

ສ່ວນວິທີການຮຽນດີ – ຮຽນເກັ່ງ ຫຼັກໆແມ່ນບໍ່ເຄີຍຂາດຮຽນ ຫຼື ຂາດກິດຈະກຳຕ່າງໆຂອງໂຮງຮຽນ, ເວລາຂຶ້ນຫ້ອງຮຽນແມ່ນຕັ້ງໃຈຟັງຄຳອະທິບາຍຂອງຄູ – ອາຈານ ແລະ ຈົດບັນທຶກຕົວສຳຄັນໄວ້ຂ້າງເອກະສານຮຽນ, ມັກຕອບຄຳຖາມທີ່ອາຈານຖາມ ເພາະການຕອບ – ຖາມເຖິງວ່າຈະຜິດ ຫຼື ຖືກແມ່ນເຮັດໃຫ້ເຮົາມີຄວາມຈື່ຈຳຮອດເວລາສອບເສັງ, ມັກຖາມອາຈານ ແລະ ໝູ່ຄູ່ເວລາບໍ່ເຂົ້າໃຈບົດຮຽນ, ເມື່ອໃກ້ຮອດເວລາສອບເສັງແມ່ນອ່ານທົບທວນບົດຮຽນຄືນເພື່ອໃຫ້ເຂົ້າໃຈ ໂດຍສະເພາະແມ່ນຄຳອະທິບາຍ ແລະ ຄຳຕອບຂອງອາຈານເວລາຂຶ້ນຫ້ອງຮຽນ. ສິ່ງສຳຄັນແມ່ນພັກຜ່ອນໃຫ້ພຽງພໍ ( ບໍ່ນອນເດິກເດັດຂາດ ) ເພາະຖ້າພັກຜ່ອນບໍ່ພຽງພໍຈະເຮັດໃຫ້ເຮົາຄິດຫຍັງບໍ່ອອກ.

ສຳລັບແຮງບັນດານໃຈໃນການຮຽນດີ – ຮຽນເກັ່ງແມ່ນພໍ່ແມ່ ແລະ ຄອບຄົວຄືເປົ້າໝາຍສຳຄັນທີ່ສຸດ ເພາະວ່າຕົນເອງເກີດຢູ່ໃນຄອບຄົວທຸກຍາກ, ພໍ່ແມ່ມີອາຊີບເຮັດສວນເຮັດນາຕົນເອງຈຶ່ງຕັ້ງໃຈສຶກສາຮ່ຳຮຽນ, ພ້ອມທັງເຮັດທຸກສິ່ງທຸກຢ່າງໃຫ້ມັນດີທີ່ສຸດ ແລະ ສຸດທ້າຍຜົນສຳເລັດທີ່ຍິ່ງໃຫຍ່ກໍຕາມມາ.

ຂໍຂອບໃຈຄູ – ອາຈານຜູ້ທີ່ສົ່ງຄວາມຮູ້ໃຫ້, ໝູ່ເພື່ອນຜູ້ທີ່ໃຫ້ຄຳປຶກສາ ແລະ ພໍ່ແມ່ທີ່ຄອຍໃຫ້ກຳລັງໃຈ ແລະ ສະໜັບສະໜູນຢ່າງດີຕະຫຼອດມາຈົນເຮັດໃຫ້ມີມື້ນີ້ໄດ້.

ສຸດທ້າຍ ນາງ ຈູມສີ ຝາກເຖິງບັນດານ້ອງໆນັກຮຽນ – ນັກສຶກສາທີ່ກຳລັງສຶກສາຮໍ່າຮຽນຢູ່ວ່າ ຖ້ານ້ອງໆຢາກໄດ້ຜົນສຳເລັດທີ່ດີ ແລະ ສວຍງາມເຮົາຕ້ອງເລີ່ມຕົ້ນຈາກສິ່ງທີ່ດີໆ ເພາະວ່າຜົນສຳເລັດຂຶ້ນຢູ່ກັບຕົວເຮົາເອງ, ໃບປະກາດແດງແມ່ນທຸກໂຮງຮຽນທຸກການສຶກສາ ແມ່ນເພິ່ນມີໄວ້ແລ້ວຂຶ້ນຢູ່ກັບຕົວເຮົາວ່າຊິມີຄວາມສາມາດເອົາມາເປັນຂອງເຮົາໄດ້  ບໍ່?.

ອີກຢ່າງໜຶ່ງການທີ່ເປັນຄົນເກັ່ງແລ້ວບໍ່ແມ່ນວ່າຊິໄດ້ໃບປະກາດແດງມັນບໍ່ແມ່ນເລີຍ ເພາະຄົນເຮົາເຖິງບໍ່ເກັ່ງແຕ່ຂະຫຍັນອົດທົນພະຍາຍາມ, ມີຄວາມສາມັກຄີຮັກແພງໝູ່ເພື່ອນ, ເຄົາລົບຄູບາອາຈານ, ໃຊ້ຊີວິດແບບບໍ່ປະໝາດແລ້ວຜົນສຳເລັດທີ່ເຮົາໄດ້ຮັບຫາກຊິຕາມມາເອງ.

ຂ່າວ: ແກ້ວ