ມສ ສີທ່ານາໄຊ ໄດ້ຮັບການຊ່ວຍເຫຼືອ ຈາກແຂວງຮ່າຕິງ ມູນຄ່າເກືອບ 2 ຕື້ກີບ

114

ໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຮັບການຊ່ວຍເຫຼືອຫ້ອງສະໝຸດ ຂະໜາດ 18 x 20 ແມັດ ມູນຄ່າ 1.103.775.704 ກີບ  ແລະ ທາງເບຕົງ ເຂົ້າໂຮງຮຽນ ມີຄວາມຍາວ 800 ແມັດ ກວ້າງ 4 ແມັດ ມູນຄ່າ 770.000.000 ກີບ ຈາກລັດຖະບານ ແລະ ບໍລິສັດ ແຂວງຮ່າຕິງ ສສ ຫວຽດນາມ ລວມມູນຄ່າ 1.873.775.704 ກີບ.

ເມື່ອອາທິດຜ່ານມາ ທີ່ໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ມອບ-ຮັບ ຫໍສະໝຸດໂຮງຮຽນດັ່ງກ່າວ, ໂດຍເປັນກຽດມອບຂອງທ່ານ ຫງວຽນຊວັນຫຶວ ອຳນວຍບໍລິສັດ ສາມັກຄີ  ວີແອລ (VL) ຈຳກັດ ແລະ ຕາງໜ້າຮັບຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ເລດິ່ງເຊີນ ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຮ່າຕີ້ງ, ພ້ອມດ້ວຍການນຳຂອງແຂວງບໍລິຄຳໄຊ-ແຂວງຮ່າຕິ້ງ, ພະແນກການທີ່ກ່ຽວຂ້ອງ, ຄູ-ອາຈານ, ນັກຮຽນ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ສໍາລັບໂຄງການກໍ່ສ້າງ ຫໍສະໝຸດ ແລະ ເສັ້ນທາງເບຕົງ ໂຮງຮຽນ ມສ ສີທ່ານາໄຊ ໄດ້ຮັບການປະມູນຮັບເໝົາກໍ່ສ້າງໂດຍບໍລິສັດ ສາມັກຄີ VL ຈຳກັດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 24 ສິງຫາ 2019 ຫາ ວັນທີ 30 ພະຈິກ 2019 ເປັນເວລາ 3 ເດືອນ ຊຶ່ງແຂວງຮ່າຕິງ ຊ່ວຍເຫຼືອປຸກສ້າງຫໍສະໝຸດ ມູນຄ່າ 3 ຕື້ດົງ ຄິດເປັນເງິນກີບ 1.103.775.704 ກີບ ມີຂະໜາດ 18 x 20 ແມັດ ແລະ ກອງບັນຊາການຕຳຫຼວດ ແຂວງຮ່າຕິງ ຊ່ວຍເຫຼືອກໍ່ສ້າງທາງເບຕົງເຂົ້າໂຮງຮຽນ ມັດທະຍົມສົມບູນ ສີທ່ານາໄຊ ມີຄວາມຍາວ 800 ແມັດ ກວ້າງ 4 ແມັດ ມູນຄ່າ 2 ຕື້ດົງ ຄິດເປັນເງິນກີບ 770.000.000 ກີບ.

ຫຼັງຈາກນັ້ນ, ໄດ້ມີການມອບຫຼຽນໄຊແຮງງານ ຊັ້ນ 3 ໃຫ້ແກ່ຄະນະພັກ-ຄະນະປົກຄອງແຂວງຮ່າຕິ້ງ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການຊ່ວຍເຫຼືອສ້າງຫໍສະໝຸດ ໃຫ້ໂຮງຮຽນ ມສ ສີທ່ານນາໄຊ, ມອບຫຼຽນກາພັດທະນາໃຫ້ກັບສະຫາຍ ພັນເອກ ຫວໍ ຈ້ອງ ຫາຍ ຄະນະປະຈຳພັກແຂວງ ຫົວໜ້າຕຳຫຼວດ ແຂວງຮ່າຕິ້ງ ສສ ຫວຽດນາມ ທີ່ມີຜົນງານດີເດັ່ນ ປະກອບສ່ວນໃນການຊ່ວຍເຫຼືອກໍ່ສ້າງທາງເບຕົງ ແລະ ມອບໃບກຽດຕິຄຸນຂອງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ບໍລິສັດ ສາມັກຄີ ວີແອລ ( VL ) ຈຳກັດ ເພື່ອເປັນການສະແດງເຖີງຄຸນງາມຄວາມດີ ແລະ ສາຍພົວແບບພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ.

ຈາກ: Medialaos ບໍລິຄຳໄຊ