ສາວໆຄວນຮູ້ ເຄື່ອງສຳອາງປະເພດໃດທີ່ບໍ່ຄວນເກັບໄວ້ໃນຕູ້ເຢັນ

83

ຄວາມສວຍ ຄວາມງາມເປັນຂອງຄູ່ກັນກັບສາວໆ ແລະປະຈຸບັນຮູ້ສຶກວ່າເຈົ້າສຳອາງທັງຫຼາຍມັກເກັບຂອງຮັກໂຕເອງໄວ້ໃນຕູ້ເຢັນ ແຕ່ທ່ານຮູ້ຫຼືບໍສິ່ງໃດຄວນຫຼືບໍຄວນໃສ່ ເພາະເຮົາເອງອາດບໍ່ໄດ້ຄໍານຶງວ່າການທີ່ເຮົາເກັບມ້ຽນແບບນັ້ນມັນຖືກຕ້ອງແລ້ວຫຼືບໍ່ ໂດຍສະເພາະໃນຍາມທີ່ອາກາດຮ້ອນ ຫຼາຍທ່ານອາດຈະມັກເອົາເຄື່ອງສໍາອາງໄປໄວ້ໃນຕູ້ເຢັນ ເພື່ອໃຫ້ເກີດຄວາມຊຸ່ມຊື່ນຮູ້ສຶກດີ ແຕ່ວ່າເຄື່ອງສໍາອາງບາງຢ່າງເຮົາກໍບໍ່ຄວນທີ່ຈະເອົາໄວ້ໃນຕູ້ເຢັນເພາະມັນອາດຈະເຮັດໃຫ້ເສຍຄຸນອັນສົ່ງຜົນຕໍ່ສຸຂະພາບຜິວເຮົາໄດ້ ມີປະເພດໃດແນ່ມາຮູ້ພ້ອມກັນເລີຍ:

1 ເຄື່ອງສໍາອາງທີ່ເປັນນໍ້າມັນ ເຄື່ອງສໍາອາງປະເພດທີ່ເປັນນໍ້າມັນເປັນສິ່ງທີ່ບໍ່ຄວນນໍາໄປເກັບໄວ້ໃນຕູ້ເຢັນ ເພາະນອກຈາກຈະເຮັດໃຫ້ນ້ຳມັນແຍກຊັ້ນກັນແລ້ວ ກໍຈະເຮັດໃຫ້ກາຍສະພາບຈັບຕົວເປັນກ້ອນເພາະຄວາມເຢັນຈະປ່ຽນເຄມີໃນສ່ວນປະກອບຈົນເຮັດໃຫ້ເຄື່ອງສຳອາງເສື່ອມຄຸນນະພາບ.

2 ລິບສະຕິກ ກໍບໍ່ຄວນນໍາໄປເກັບໄວ້ໃນຕູ້ເຢັນເດັດຂາດ ເພາະຈະເຮັດໃຫ້ສ່ວນປະສົມຕ່າງໆແຍກຕົວອອກຈາກກັນ ແລະສູນເສຍຄວາມຊຸ່ມຊື່ນ.
3 ເຄື່ອງສໍາອາງແບບເປັນຜົງ ປະເພດອາຍເຊໂດ ແປງທາໜ້າ ແລະ ປັດສະອອນ, ໄອເທັມ ສິ່ງເຫຼົ່ານີ້ ບໍ່ຄວນນຳໄປເກັບໄວ້ໃນຕູ້ເຢັນ ແຕ່ຄວນເກັບໄວ້ໃຫ້ພົ້ນແສງແດດກໍພໍ.

4 ນໍ້າຫອມ ຫຼາຍທ່ານເຄີຍນໍາເອົານໍ້າຫອມໄປເກັບໄວ້ໃນຕູ້ເຢັນເພາະຄິດວ່າຄວາມເຢັນຈະສາມາດເຮັດໃຫ້ກິ່ນນ້ຳຫອມຢູ່ໄດ້ດົນນານ ແລະຖ້າເກັບໄວ້ໃນທີ່ມີອຸນຫະພູມຮ້ອນເກີນໄປກໍອາດຈະເຮັດໃຫ້ກິ່ນນ້ຳຫອມຈາງຫຼາຍກໍເປັນໄດ້ ແຕ່ທາງທີ່ດີແມ່ນຄວນເກັບນ້ຳຫອມໄວ້ໃນບ່ອນທີ່ມີອຸນຫະພູມທີ່ເໝາະສົມຄື ບໍ່ຮ້ອນ ແລະບໍ່ເຢັນຈົນເກີນໄປຈະດີກວ່າ.

5 ສີທາເລັບ ຫ້າມເດັດຂາດບໍ່ໃຫ້ນໍາເອົານໍ້າຢາທາເລັບ ຫຼື ສີທາເລັບໄປເກັບໄວ້ໃນຕູ້ເຢັນເພາະວ່ານໍ້າຢາທາເລັບເປັນສິ່ງທີ່ຕິດໄຟໄດ້ງ່າຍ ຊຶ່ງອາດຈະເກີດອັນຕະລາຍເມື່ອໄປເຮັດປະຕິກິລິຍາກັບມໍເຕີ້ຂອງຕູ້ເຢັນ ແລະອາດເຮັດໃຫ້ຕູ້ເຢັນລະເບີດກໍເປັນໄດ້.