ກິນໄຂ່ຫຼາຍເກີນໄປ ສ່ຽງສົ່ງຜົນຮ້າຍຕໍ່ຮ່າງກາຍໄດ້

185

ເວົ້າເລື່ອງອາຫານແລ້ວ ໄຂ່ໄກ່ ຫຼື ໄຂ່ເປັດນັບວ່າທຸກຄົວເຮືອນຕ້ອງມີໄວ້ຕິດຕູ້ເຢັນຢ່າງແນ່ນອນ ເພາະສາມາດນໍາມາປະກອບເປັນອາຫານໄດ້ງ່າຍດາຍ ແລະ ຫຼາກຫຼາຍເມນູເຊັ່ນ: ຕົ້ມໄຂ່, ຈືນໄຂ່ດາວ, ຈືນໄຂ່, ໜຶ້ງໄຂ່…

ໄຂ່ ມີສານອາຫານສຳຄັນທີ່ຮ່າງກາຍຕ້ອງການ ມີທັງໄຂ່ແດງ (ໄຂ່ເຫຼືອງ) ແລະໄຂ່ຂາວ ທີ່ມີຄວາມແຕກຕ່າງກັນທາງດ້ານປະລິມານແຄລໍຣີ ແລະ ຄໍເລສເຕີຣອລ ໄຂ່ແດງມີຄໍລໍຣີປະມານ 60 ແຄລໍຣີ ສ່ວນໄຂ່ຂາວມີປະມານ 15 ແຄລໍຣີ.

ຄວາມຈິງແລ້ວປະລິມານຄໍເລສເຕີຣອລໃນຮ່າງກາຍຂອງຄົນເຮົາແມ່ນບໍ່ໄດ້ມາຈາກການຮັບປະທານອາຫານພຽງຢ່າງດຽວ ສ່ວນໃຫຍ່ແມ່ນໄດ້ມາຈາກການສ້າງຂຶ້ນເອງໃນຮ່າງກາຍ ແລະ ຄໍເລສເຕີຣອລຈາກໄຂ່ແດງກໍບໍ່ສົົ່ງຜົນຮ້າຍຕໍ່ຮ່າງກາຍຫາກບໍ່ຮັບປະທານຫຼາຍເກີນໄປ ໃນຂະນະດຽວກັນ ໄຂ່ແດງຍັງມີລູທິນ-ຊີແຊນທີນ ຊ່ວຍບຳລຸງສາຍຕາ ເຮັດໃຫ້ອັດຕາການເປັນພະຍາດຕາເສື່ອມສະພາບ ຫຼື ຕາບອດໃນໄວອາຍຸສູງຫຼຸດລົງ.

ເຖິງແມ່ນວ່າໄຂ່ຂາວຈະມີປະໂຫຍດຕໍ່ຮ່າງກາຍ ເນື່ອງຈາກມີໂປຣຕີນສູງ ແຕ່ກໍແຄລໍຣີ ແລະ ຄໍເລສເຕີຣອລຕ່ຳ ຖ້າຫາກຮັບປະທານໄຂ່ຂາວຫຼາຍເກີນໄປ ກໍຈະເຮັດໃຫ້ຮ່າງກາຍໄດ້ຮັບໂປຣຕີນຫຼາຍເກີນໄປ ໝາກໄຂ່ຫຼັງກໍຈະເຮັດວຽກໜັກຫຼາຍຂຶ້ນເພື່ອກັ່ນກອງເອົາໂປຣຕີນທີ່ເປັນສ່ວນເກີນອອກໄປ ໃນໄລຍະຍາວກໍຈະສົົ່ງຜົນກະທົບຕໍ່ໝາກໄຂ່ຫຼັງເພາະຕ້ອງເຮັດວຽກຫຼາຍຜິດປົກກະຕິ.

ສະນັ້ນ ຫາກທ່ານໃດທີ່ຕ້ອງການຮັກສາສຸຂະພາບແບບຈິງຈັງກໍຄວນເລືອກຮັບປະທານແຕ່ໄຂຂາວ ສ່ວນທ່ານທີ່ມັກໄຂ່ແດງກໍສາມາດຮັບປະທານໄດ້ຕາມປົກກະຕິ ການຮັບປະທານທັງໄຂ່ຂາວ ແລະໄຂ່ແດງກໍບໍໄດ້ເຮັດໃຫ້ປະລິມານຄໍເລສເຕີຣອລໃນຮ່າງກາຍເພີ່ມຂຶ້ນ ແຕ່ກໍຄວນຮັບປະທານໃນປະລິມານທີ່ພໍດີໂດຍຄວບຄູ່ກັບອາຫານຊະນິດອື່ນໆໃຫ້ຄົບ 5 ໝູ່ຈຶ່ງຈະເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານຄົບຖ້ວນ ແລະເປັນປະໂຫຍດຕໍ່ຮ່າງກາຍ.