ລອງເບິ່ງ! ເຮັດປຸ໋ຍໝັກຈາກເຂົ້າບູດ ອາຫານພືດຊັ້ນດີ

130

ເຊື່ອວ່າຫຼາຍໆທ່ານອາດຈະເປັນຄືກັນແມ່ນບໍ ເວລາມີເຂົ້າບູດຫຼາຍຄົນ ມັກຈະເອົາໄປແຊ່ໃຫ້ໄກ່ກິນ ຫຼື ບາງຄົນບໍ່ມີໄກ້ກໍ່ເອົາໄປຖິ້ມລ້າໆ ແຕ່ທ່ານຮູບໍວ່າ ເຂົ້າບູດນັ້ນມີປະໂຫຍດຫຼາກຫຼາຍ ເຊິ່ງນຳເອົາມາເຮັດເປັນຝຸ່ນປຸ໋ຍບຳລູງພືດຜັກໄດ້ ສວນຄົວໄດ້ນຳອີກ ຖ້າມີເຂົ້າບູດບໍ່ຕ້ອງຖິ້ມນຳມາເຮັດຝຸ່ນໃສ່ຜັກໄດ້ເລີຍ ເຊິ່ງຂັ້ນຕອນການເຮັດມີດັ່ງນີ້:

ສ່ວນປະກອບທີ່ຕ້ອງກຽມ: ເຂົ້າເຫຼືອ ຫຼື ເຂົ້າບູດ 1 ຖ້ວຍ; ນໍ້າສະອາດ 500 ມິລິລິດ; ນໍ້າຕານຊາຍແດງ 2 ບ່ວງ ແລະ ນົມສົ້ມຕຸກນ້ອຍ 2 ບ່ວງ.

ວິທີເຮັດ: ນໍາເຂົ້າທີ່ກຽມໄວ້ມາປະສົມກັບນໍ້າແລ້ວຮ່າຍໃສ່ໃນຕຸກຢາງໄວ້; ເທນໍ້ານໍ້າຕານຊາຍແດງ ແລະ ນົມສົ້ມຕາມລົງໄປ. ຫຼັ້ງຈາກນັ້ນ, ໃຫ້ຄົນທຸກຢ່າງໃຫ້ເຂົ້າກັນແລ້ວປິດຝາໄວ້ ພ້ອມນໍາໄປໝັກໄວ້ໃນບ່ອນຮົ່ມ ເປັນເວລາ 5-7ມື້ ໂດຍໃຫ້ປ່ອຍລົມອອກທາງຝາເລັກນ້ອຍດ້ວຍການບໍ່ອັດແໜ້ນເກີນໄປ ເພື່ອກັນບໍ່ໃຫ້ຕຸກບວມ; ຫຼັງຈາກນັ້ນຄົບ 1ອາທິດທີ່ກໍານົດໄວ້ກໍ່ສາມາດນໍາໄປໃຊ້ໄດ້.

ອັດຕາສ່ວນ ແລະ ວິທີໃຊ້: ນໍາເອົາຈຸລິນຊີທີ່ໄດ້ 250 ມິນລີລິດ ປະສົມກັບນໍ້າ 20 ລິດ ນໍາໄປຫົດດິນ;  ຈຸລິນຊີ 2ບ່ວ ຕໍ່ນໍ້າ1 ລິດ ສໍາລັບສີດພົ່ນໃບດອກ ໂດຍໃຊ້ 3-5ວັນ ຕໍ່ຄັ້ງ ທີ່ສໍາຄັນໃຫ້ວສີດໃນຊ່ວງເຊົ້າຈະໄດ້ຜົນດີທີ່ສຸດ.

ຄຸນປະໂຫຍດຈາກຈຸລິນຊີເຂົ້າບູດ ຫຼື ເຂົ້າເຫຼືອ ຖ້າຫາກນໍາໃຊ້ຫົວດິນຈະຊ່ວຍເພີ່ມຈຸລິນຊີໃນດິນ ບໍາລຸງໃຫ້ຮາກແຂງແຮງດູດຊຶມອາຫານໄດ້ດີ; ຖ້າໃຊ້ສີດພົ່ນຕາມສ່ວນຕ່າງໆຂອງພືດຈະຊ່ວຍໃຫ້ດອກ, ໃບ, ກ້ານ ມີຄວາມແຂງແຮງ ແລະ ເລັ່ງການຈະເລີນເຕີບໂຕ.

 

ທັງໝົດນີ້ ແມ່ນຄຸນປະໂຫຍດຂອງຈຸລິນຊີຈາກເຂົ້າບູດເຂົ້າເຫຼືອ ເຊິ່ງຖ້າໃຜສົນໃຈເຮັດນໍ້າໝັກບໍາລຸງພືດຜັກດ້ວຍຕົນເອງ ແນະນໍາສູດນີ້ເລີຍ ງ່າຍ ສະດວກສະບາຍ ແລະ ບໍ່ເປືອງເງິນໃນຖົງອີກດດ້ວຍ. ສຳລັບທ່ານໃດສົນໃຈ ແນະນຳໄປເຮັດໃຊ້ລອງເບິ່ງເດີ້!!