ລັດນໍາ 6 ບັນຫາ ເຂົ້າຫາລືໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II

184

ເພື່ອປຶກສາຫາລືວຽກງານສໍາຄັນ ຂອງຊາດຕິດພັນ ກັບ ການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງລັດຖະບານ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນລະຫວ່າງວັນທີ 19-20 ທັນວາ 2019 ໄດ້ມີເປີດກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2019 ຂຶ້ນຢ່າງເປັນທາງການ ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6, ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກ, ລັດຖະມົນຕີ-ຮອງລັດຖະມົນຕີ, ເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວບາງຕອນໃນພິທີເປີດວ່າ: ກອງປະຊຸມມື້ນີ້ຈະໄດ້ຄົ້ນຄວ້າ ແລະ ພິຈາລະນາ 6 ຫົວຂໍ້ສໍາຄັນ ຄື:

1 ເຜີຍແຜ່ການຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2020;

2 ການສົ່ງເສີມການຜະລິດເປັນສິນຄ້າ, ການຄໍ້າປະກັນສະບຽງອາຫານ, ການຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ແລະ ການຄ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍ ລິໂພກ.

3 ລາຍງານສະພາບການແກ້ໄຂໄພພິບັດ ທາງທໍາມະຊາດ ໃນຂອບເຂດທົ່ວປະເທດ ປີ 2019 ແລະ ມາດຕະການຮັບມືໃນຕໍ່ໜ້າ.

4 ສະຫຼຸບລາຍງານ ຜົນການກວດກາບັນດາໂຄງການ ເຊົ່າສຳປະທານທີ່ດິນ.

5 ລາຍງານຄວາມຄືບໜ້າ ການສົ່ງເສີມຈຸນລະວິສາຫະກິ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

6 ຮ່າງຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງການບໍລິການ ລົງທຶນປະ ຕູດຽວ;

ທ່ານຍັງເນັ້ນຕື່ມວ່າ: ເພື່ອເຮັດໃຫ້ກອງປະຊຸມດໍາເນີນໄປຢ່າງມີປະສິດທິຜົນສູງ ສະເໜີໃຫ້ພາກສ່ວນກ່ຽວຂ້ອງລາຍງານຢ່າງກະທັດຮັດ, ຊັດເຈນ ແລະ ລົງເລິກບັນຫາສໍາຄັນທີ່ຢາກໃຫ້ກອງປະຊຸມຄົ້ນຄວ້າ ແລະ ພິຈາລະນາ. ເນັ້ນໃສ່ຄໍາເຫັນທີ່ແຕກຕ່າງ, ອະທິບາຍເຫດຜົນ ແລະ ສະເໜີຄໍາເຫັນ ຫຼື ທາງອອກເພື່ອໃຫ້ສາມາດສະຫຼຸບເປັນ ມະຕິຂອງກອງປະຊຸມໄດ້.