ໄຟຟ້ານໍ້າເທີນ 2 ສືບຕໍ່ຮ່ວມມືພັດທະນາຊັບພະຍາກອນມະນຸດ

130

ບໍລິສັດ ໄຟຟ້ານໍ້າເທີນ 2 ຈຳກັດ ແລະ ວິທະຍາໄລເຕັກນິກວິຊາຊີບ ແຂວງຄຳມ່ວນ ໄດ້ບັນລຸຂໍ້ຕົກລົງຮ່ວມມືສະບັບໃໝ່ ກ່ຽວກັບການພັດທະນາສີມືແຮງງານທ້ອງຖິ່ນແບບຍືນຍົງ ສຳລັບຂະແໜງໄຟຟ້າພະລັງນໍ້າ ພາຍຫຼັງທີ່ໄດ້ມີການຈັດຕັ້ງປະຕິບັດຕາມແຜນປະຕິບັດການ ພາຍໃຕ້ບົດບັນທຶກ ຄວາມເຂົ້າໃຈ ( MOU ) ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ສຳລັບຂະແໜງໄຟຟ້າພະລັງນໍ້າ 3 ປີທຳອິດ  ( ເດືອນ 10 ປີ 2016 ຫາ ເດືອນ 10 ປີ 2019 ) ໄດ້ສິ້ນສຸດລົງໃນເດືອນຕຸລາຜ່ານມາ.

ພິທີເຊັນສັນຍາດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 5 ທັນວາ 2019 ເປັນການລົງນາມໂດຍ ທ່ານ ວຽງສະຫວັນ ພັນທະວົງ ຜູ້ອຳນວຍການ ວິທະຍາໄລເຕັກນິກວິຊາຊີບ ແຂວງຄຳມ່ວນ ແລະ ທ່ານ ນາງ ກໍຣິນ ອາເລຊຣາ ຫົວໜ້າຝ່າຍບໍລິຫານຂອງ ບໍລິສັດ ໄຟຟ້ານໍ້າເທີນ 2, ມີຜູ້ຕາງໜ້າພະແນກສຶກສາທິການ ແລະ ກີລາແຂວງ, ຕະຫຼອດຮອດພະນັກງານ, ຄູ – ອາຈານ ແລະ ວິຊາການທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນສັນຍາຄັ້ງນີ້ກໍເພື່ອເປັນການພັດທະນາຊັບພະຍາກອນມະນຸດ ສຳລັບຂະແໜງໄຟຟ້າພະລັງນໍ້າ, ທັງສອງຝ່າຍຈະເຮັດວຽກຮ່ວມກັນໃນຖານະເປັນຄູ່ຮ່ວມງານກັນ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານໃນຂະແໜງໄຟຟ້າພະລັງນໍ້າໃນອະນາຄົດ ເຊິ່ງທາງບໍລິສັດຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອທາງດ້ານເຕັກນິກ ແລະ ສະໜອງໂອກາດການຈ້າງງານຕາມເງື່ອນໄຂຂອງບໍລິສັດ ປະກອບມີ: ພັດທະນາ ແລະ ປັບປຸງຫຼັກສູດການຮຽນ – ການສອນຂອງຂະແໜງໄຟຟ້າ, ຂະແໜງກົນຈັກ, ສືບຕໍ່ໃຫ້ທຶນການສຶກສາໄລຍະຍາວແກ່ນັກຮຽນ ເປັນເວລາ 3 ປີ ( 2019 – 2021 ), ສືບຕໍ່ສະໜັບສະໜູນການຝຶກອົບຮົມດ້ານວິຊາການໃຫ້ແກ່ຄູ – ອາຈານ ແລະ ອື່ນໆ. ທັງນີ້, ບໍລິສັດມີຄວາມມຸ່ງຫວັງທີ່ຈະປະກອບສ່ວນຕໍ່ການເຕີບໃຫຍ່ຂອງ ສປປ ລາວ ແລະ ໂຄງການຮ່ວມມືນີ້ຈະຊ່ວຍປັບປຸງຂະບວນການຮຽນ – ການສອນ ຂອງວິທະຍາໄລໃຫ້ມີຄຸນນະພາບສູງຂຶ້ນ ແລະ ຈະສ້າງນັກຮຽນ ຈຳນວນ 100 ຄົນ ໃນແຕ່ລະປີສິ່ງດັ່ງກ່າວຈະຊ່ວຍເພີ່ມຈຳນວນແຮງງານທີ່ມີທັກສະ ແລະ ສີມື ເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການທີ່ເພີ່ມຂຶ້ນຂອງຕະຫຼາດແຮງງານ, ຂະແໜງໄຟຟ້າພະລັງນໍ້າຢູ່ແຂວງຄຳມ່ວນ ແລະ ທົ່ວປະເທດ.

ສຳລັບການຮ່ວມມືທັງສອງຝ່າຍ ນັບແຕ່ປີ 2016 ເປັນຕົ້ນມາ ແມ່ນໄດ້ຮັບຜົນສຳເລັດຫຼາຍດ້ານ ໂດຍສະເພາະກໍແມ່ນການປັບປຸງຫຼັກສູດໄຟຟ້າ ແລະ ກົນຈັກ, ການພັດທະນາປຶ້ມຄູ່ມືຂັ້ນພື້ນຖານດ້ານລະບົບ SCADA, ການຝຶກອົບຮົມດ້ານວິຊາການໃຫ້ແກ່ຄູ – ອາຈານ, ການສະໜອງທຶນການສຶກສາໄລຍະຍາວ ແລະ ສະໜັບສະໜູນການຝຶກງານໃຫ້ແກ່ນັກຮຽນປີສຸດທ້າຍ, ການສະໜອງອຸປະກອນການ ຮຽນ – ການສອນ ແລະ ອື່ນໆ.

[ ຂ່າວ: ມະນີວັນ ]