ປັບປຸງມາດຕາ 12 ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ

221

ສະພາແຫ່ງຊາດຮັບຮອງເອົາການປັບປຸງເນື້ອໃນ ມາດຕາ 12 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016 ເພື່ອໃຫ້ສອດຄ່ອງກັບມາດຕາ 12 ແລະ 17 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງ ປີ 2018 ເຊິ່ງຈະເຮັດໃຫ້ຜູ້ລົງທຶນຢູ່ໃນລາວ ໄດ້ຮັບນະໂຍບາຍດ້ານອາກອນກໍາໄລແລ້ວ ຍັງຈະໄດ້ຮັບນະໂຍບາຍດ້ານພາສີ ແລະ ອາກອນຕື່ມອີກ.

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 4 ທັນວາ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ( ສະບັບປັບປຸງ ) ກ່ຽວກັບການປັບປຸງເນື້ອໃນ ມາດຕາ 12 ຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016 ເພື່ອໃຫ້ສອດຄ່ອງກັບມາດຕາ 12 ແລະ 17 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງ ປີ 2018.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ເຫດຜົນ ແລະ ຄວາມຈໍາເປັນຂອງການປັບປຸງມາດຕາ 12 ຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016 ເພື່ອໃຫ້ການກໍານົດນະໂຍບາຍດ້ານອາກອນມູນຄ່າເພີ່ມໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນມີຄວາມສອດຄ່ອງກັບນະໂຍບາຍ ດ້ານອາກອນມູນຄ່າເພີ່ມທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ແລະ ມາດຕາ 17 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ( ສະບັບປັບປຸງ ) 2018 ທີ່ໄດ້ມີການປ່ຽນແປງຈາກນະໂຍບາຍເດີມທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ ລົງວັນທີ 23 ກໍລະກົດ 2014 ທີ່ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ 2016 ໄດ້ອີງໃສ່ເວລານັ້ນ, ເວົ້າເຈາະຈົງກໍແມ່ນການຍົກເລີກການເກັບອາກອນມູນຄ່າເພີ່ມ ໃນອັດຕາ 10% ຈາກການສົ່ງອອກຊັບພະຍາກອນທໍາມະຊາດທີ່ບໍ່ແມ່ນຜະລິດຕະພັນສໍາເລັດຮູບ ເຊິ່ງໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ( ສະບັບປັບປຸງ ) 2014 ( ມາດຕາ 16 ) ໃນເວລາມີການປັບປຸງໃນປີ 2018 ( ມາດຕາ 17 ).

ໃນຂະນະດຽວກັນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນທີ່ໄດ້ມີການປັບປຸງ ໃນປີ 2016 ໄດ້ກໍານົດແຈ້ງວ່າ: ການນໍາໃຊ້ວັດຖຸດິບພາຍໃນທີ່ບໍ່ແມ່ນຊັບພະຍາກອນທໍາມະຊາດ ເພື່ອປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບ ແລະ ເຄິ່ງສໍາເລັດຮູບ ເພື່ອສົ່ງອອກໃຫ້ເສຍອາກອນມູນຄ່າເພີ່ມ ໃນອັດຕາສູນສ່ວນຮ້ອຍ ( 0%)” ( ມາດຕາ 12 ຂໍ້ 3 ); ເຊິ່ງນະໂຍບາຍນີ້ໄດ້ຖືກກໍານົດເຂົ້າໃໝ່ ເພື່ອເປັນການຊຸກຍູ້ການຫຼຸດຜ່ອນການນໍາເຂົ້າ ແລ້ວຫັນໄປຊຸກຍູ້ສົ່ງເສີມການນໍາໃຊ້ວັດຖຸດິບພາຍໃນ ເພື່ອການຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ, ຍັງຄົງໄວ້ນະໂຍບາຍການນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງມີ ຄວາມລະມັດລະວັງ, ຮັດກຸມຕາມທິດຍືນຍົງ ເພາະເປັນວັດຖຸດິບທີ່ມີຈໍານວນຈໍາກັດ ແລະ ນໍາໃຊ້ແລ້ວໝົດໄປບໍ່ສາມາດທົດແທນຄືນໄດ້.

ທ່ານ ສອນໄຊ ສີພັນດອນ ກ່າວຕື່ມວ່າ: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ( ປັບປຸງ ) ມາດຕາ 12 ( ປັບປຸງ ) ນະໂຍບາຍສົ່ງເສີມດ້ານພາສີ ແລະ ອາກອນ ຜູ້ລົງທຶນທີ່ລົງທຶນຢູ່ ສປປ ລາວ ນອກຈາກໄດ້ຮັບນະໂຍບາຍດ້ານອາກອນກໍາໄລແລ້ວຍັງຈະໄດ້ຮັບນະໂຍບາຍດ້ານພາສີ ແລະ ອາກອນ ຄື:

1 ການນໍາເຂົ້າວັດຖຸປະກອນທີ່ບໍ່ສາມາດສະໜອງ ຫຼື ຜະລິດໄດ້ໃນ ສປປ ລາວ ເພື່ອສ້າງເປັນຊັບສົມບັດຄົງທີ່ ແລະ ພາຫະນະກົນຈັກຮັບໃຊ້ການຜະລິດໂດຍກົງ ຈະໄດ້ຮັບການຍົກເວັ້ນພາສີ ແລະ ປະຕິບັດອາກອນມູນຄ່າເພີ່ມຕາມກົດໝາຍ; ສໍາລັບການນໍາເຂົ້ານ້ຳມັນເຊື້ອໄຟ, ອາຍແກ໊ສ, ນ້ຳມັນຫຼໍ່ລື້ນ, ພາຫະນະຮັບໃຊ້ບໍລິຫານ ແລະ ວັດຖຸປະກອນອື່ນ ໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ. ສ່ວນການນໍາເຂົ້າຊົ່ວຄາວ ພາຫະນະກົນຈັກຕ້ອງໄດ້ປະຕິບັດຕາມກົດໝາຍວ່າດ້ວຍພາສີ.

2 ການນໍາເຂົ້າວັດຖຸດິບ, ວັດຖຸອຸປະກອນ ແລະ ຊິ້ນສ່ວນປະກອບທີ່ຮັບໃຊ້ການຜະລິດ ເພື່ອສົ່ງອອກຈະໄດ້ງົດເກັບພາສີໃນເວລານໍາເຂົ້າ ແລະ ຍົກເວັ້ນພາສີໃນເວລາສົ່ງອອກ ແລະ ປະຕິບັດອາກອນມູນຄ່າເພີ່ມຕາມກົດໝາຍ;

3 ການ ຊື້ – ຂາຍ ວັດຖຸດິບພາຍໃນເພື່ອປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບ ແລະ ເຄິ່ງສໍາເລັດຮູບ ເມື່ອສົ່ງອອກຖືກຍົກເວັ້ນອາກອນມູນຄ່າເພີ່ມ. ສໍາລັບການສົ່ງອອກຜະລິດຕະພັນແຮ່ທາດທີ່ບໍ່ຢູ່ໃນລະບຽບການຂອງກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. ລັດຖະບານເປັນຜູ້ກໍານົດບັນຊີລາຍການຜະລິດຕະພັນເຄິ່ງສໍາເລັດຮູບເພື່ອສົ່ງອອກ.

ໃນຕອນທ້າຍກອງປະຊຸມບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍການລົງທຶນ ສະບັບປັບປຸງ ດ້ວຍຄະແນນສຽງເຫັນດີ 108 ສຽງ.

[ ຂ່າວ: ສົມລົດ; ຮູບ: ສອນໄຊ ]