3 ພາກສ່ວນ ສືບຕໍ່ຜັນຂະຫຍາຍໂຄງການສຸຂະພາບດີໃນໂຮງຮຽນ

114

ກະຊວງສຶກສາທິການ ແລະ ກີລາ ກັບອົງການ SEAMEO INNOTECH ແລະ ອົງການ ຈີໄອແຊັດ ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມສຸຂະພາບດີ ໄລຍະທີ 3 ຢູ່ ສປປ ລາວ ໃຫ້ມີ ຄວາມເຂັ້ມແຂງຂຶ້ນໃນວັນທີ 25 ພະຈິກ 2019 ທີ່ຫ້ອງປະຊຸມກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ ກີລາ ( ສສກ ) ໃຫ້ກຽດລົງນາມໂດຍ ທ່ານ ສີລິນທອນ ສັກລໍຄຳ  ວ່າການຫົວໜ້າກົມພົວພັນຕ່າງ ປະເທດ ສກກ, ທ່ານ ຣາມອນ ຊີບາການີ ຜູ້ອຳນວຍການອົງການ SEAMEO INNOTECH ແລະ ທ່ານ ອາເລັກຊານເດີ ວິນຊາ ຜູ້ປະສານງານໂຄງການສຸຂະພາບດີໃນໂຮງຮຽນພາກພື້ນປະຈຳລາວ ແລະ ກຳປູເຈຍ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ອາເລັກຊານເດີ ວິນຊາ ກ່າວວ່າ: ໂຄງການສຸຂະພາບດີໃນໂຮງຮຽນ ແມ່ນໄດ້ຮັບທຶນຈາກ ກະຊວງເສດຖະກິດ ແລະ ການຮ່ວມມືເພື່ອການພັດທະນາລັດຖະບານເຢຍລະມັນ ໂດຍການຈັດຕັ້ງປະຕິບັດຂອງອົງການຈີໄອແຊັດ ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ປະເທດຟີລິບປິນ, ສປປ ລາວ, ກຳປູເຈຍ ແລະ ອິນໂດເນເຊຍ.

ໂຄງການໄດ້ສະໜັບສະໜູນດ້ານວິຊາການໃຫ້ກະຊວງສຶກສາທິການ ແລະ ກີລາຂອງ ສປປ ລາວ ຕັ້ງແຕ່ເດືອນທັນວາ ປີ 2011 ໂດຍໄດ້ເລີ່ມຈັດຕັ້ງປະຕິບັດຢູ່ໃນໂຮງຮຽນປະຖົມຂອງລັດ ຈຳນວນ 22 ແຫ່ງ ທີ່ນະຄອນຫຼວງວຽງຈັນ. ນັບແຕ່ໄດ້ມີການລິເລີ່ມມາເຖິງປັດຈຸບັນ ໂຄງການຜັນຂະຫຍາຍອອກເຖິງ 2.700 ໂຮງຮຽນປະຖົມທົ່ວປະເທດ ແລະ ໄດ້ສ້າງປະໂຫຍດໃຫ້ນັກຮຽນເຖິງ 235.000 ນ້ອງ. ນອກຈາກນີ້, ໂຮງຮຽນມັດທະຍົມ 140 ແຫ່ງ ແລະ ໂຮງຮຽນກ່ອນໄວຮຽນ ກວ່າ 500 ແຫ່ງ ໄດ້ເພີ່ມການຈັດຕັ້ງປະຕິບັດເຊັ່ນດຽວກັນ.

ໂຄງການດັ່ງກ່າວແມ່ນສົ່ງຜົນໃຫ້ການບໍລິຫານໂຮງຮຽນໃຫ້ມີຄວາມເຂັ້ມແຂງ ໂດຍການຈັດຕັ້ງປະຕິບັດວຽກງານນ້ຳ, ສຸຂາພິບານ ແລະ ອະນາໄມຢູ່ໂຮງຮຽນ ( WASH ) ເຊິ່ງລວມເອົາກິດຈະກຳລ້າງມືໃສ່ສະບູ, ຖູແຂ້ວໃສ່ຢາຖູແຂ້ວທີ່ມີຟູອໍຣາຍເປັນກຸ່ມທຸກວັນ ແລະ ການຢາຍຢາຂ້າແມ່ທ້ອງ ເພື່ອປ້ອງກັນການຕິດແປດພະຍາດ ແລະ ຫຼຸດຜ່ອນການຂາດຮຽນຂອງນັກຮຽນ.

ໂຄງການສຸຂະພາບດີ ໄລຍະທີ 3 ຈະສືບຕໍ່ຈັດຕັ້ງປະຕິບັດໄປຈົນເຖິງເດືອນພະຈິກ ປີ 2021 ເພື່ອສະໜັບສະໜູນການສ້າງລະບົບຕິດຕາມວຽກງານສຸຂະນາໄມໃນໂຮງຮຽນ ເພື່ອເປັນບ່ອນອີງໃຫ້ການວາງແຜນມີປະສິດທິພາບ ແລະ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃນທົ່ວປະເທດ.

( ຂ່າວ: ແກ້ວ; ຮູບ: ບຸນທະວີ )