ປັບປຸງກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ

234

ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ( ສະບັບປັບປຸງ ) ຈະຊ່ວຍໃຫ້ບໍລິສັດທີ່ຫຼົມແຫຼວເຂົ້າສູ່ຂະບວນການ. ຄຽງຄູ່ກັນນັ້ນ, ກໍຈະຊ່ວຍຊຸກຍູ້ໃຫ້ວິສາຫະກິດສາມາດກັບມາດຳເນີນທຸລະກິດໄດ້ເປັນປົກກະຕິ.

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ກ່າວໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 26 ພະຈິກ 2019 ວ່າ: ການປັບປຸງກົດໝາຍກົດໝາຍ ວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດໃນເທື່ອນີ້ ຖືເປັນການປັບປຸງໃຫຍ່ນັບຕັ້ງແຕ່ຊື່ຂອງກົດໝາຍ, ໂຄງປະກອບຂອງຮ່າງກົດໝາຍ ຈາກ 9 ໝວດ 56 ມາດຕາ ມາເປັນ 11 ພາກ ແລະ ມີທັງໝົດ 103 ມາດຕາ. ໃນນັ້ນ, ປັບປຸງ 35 ມາດຕາ ແລະ ເພີ່ມໃໝ່ 68 ມາດຕາ ເຊິ່ງຮ່າງກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ເປັນກົດໝາຍດຳເນີນຄະດີປະເພດໜຶ່ງ ຄຽງຄູ່ກັບກົດໝາຍວ່າດ້ວຍການດຳເນີນຄະດີທາງແພ່ງ ໂດຍໄດ້ກຳນົດຫຼັກການ, ຂັ້ນຕອນລະອຽດກ່ຽວກັບການດຳເນີນຄະດີຟື້ນຟູ ຫຼື ລົ້ມລະລາຍຂອງວິສາຫະກິດ. ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ ເນື່ອງຈາກວ່າກົດໝາຍດັ່ງກ່າວໄດ້ປະກາດໃຊ້ມາແຕ່ 1994 ເກືອບວ່າບໍ່ໄດ້ຮັບການຈັດຕັ້ງປະຕິບັດຫຍັງເລີຍ ເພາະຍ້ອນເນື້ອໃນກົດໝາຍດັ່ງກ່າວຍັງບໍ່ທັນລະອຽດ, ຈະແຈ້ງ, ມີຄວາມຄຸມເຄືອ, ບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງການຂະຫຍາຍຕົວທາງດ້ານເສດຖະກິດ – ສັງຄົມ ແລະ ບໍ່ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດມີຄວາມສຳຄັນ, ເປັນກົດໝາຍທີ່ນຳໃຊ້ສຳລັບວິສາຫະກິດທີ່ມີຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ບໍ່ສາມາດຊຳລະໜີ້ ເຊິ່ງເອີ້ນວ່າວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ເນື່ອງຈາກວ່າໃນຂະບວນວິວັດຂອງການເຄື່ອນໄຫວດຳເນີນວິສາຫະກິດຂອງທຸລະກິດ ກໍມີທັງຄວາມຫຍຸ້ງຍາກ, ຂາດສະພາບຄ່ອງ ຫຼື ຕົກຢູ່ໃນສະພາວະມີໜີ້ສິນທີ່ບໍ່ສາມາດຊຳລະໄດ້ ຖືເປັນກົດເກນປົກກະຕິຂອງການດຳເນີນທຸລະກິດ ເຊິ່ງເປັນສິ່ງທີ່ຫຼີກລຽງບໍ່ໄດ້.

ສະນັ້ນ, ກົດໝາຍສະບັບນີ້ຈຶ່ງມີບົດບາດສຳຄັນໃນການດຶງວິສາຫະກິດທີ່ຫຼົມແຫຼວເຫຼົ່ານັ້ນໃຫ້ເຂົ້າສູ່ຂະບວນການ, ດ້ານໜຶ່ງແມ່ນເພື່ອອຸ້ມຊູ, ຊ່ວຍເຫຼືອໃຫ້ວິສາຫະກິດສາມາດຟື້ນຟູກັບມາດຳເນີນທຸລະກິດໄດ້ຢ່າງເປັນປົກກະຕິ ແລະ ອີກດ້ານໜຶ່ງຖ້າວ່າວິສາຫະກິດນັ້ນຫາກບໍ່ສາມາດຟື້ນຟູໄດ້ ກໍໃຫ້ລົ້ມລະລາຍຢ່າງເປັນລະບົບ, ຖືກຕ້ອງ, ມີການແກ້ໄຂບັນຫາຂອງວິສາຫະກິດໃຫ້ໄດ້ຫຼາຍທີ່ສຸດ ໂດຍສະເພາະບັນຫາໜີ້ສິນແກ່ບັນດາເຈົ້າໜີ້ຢ່າງມີຄວາມເປັນທຳ.

ທ່ານ ວຽງທະວີສອນ ເທບພະຈັນ ສສຊ ເຂດ 13 ແຂວງສະຫວັນນະເຂດ ກ່າວວ່າ: ໃນມາດຕາ 2 ກ່ຽວກັບການກຳນົດການຟື້ນຟູວິສາຫະກິດ ແລະ ການລົ້ມລະລາຍຂອງວິສາຫະກິດໄວ້ຢູ່ບ່ອນດຽວກັນນີ້ ເຮັດໃຫ້ເຂົ້າໃຈຍາກ, ສັບສົນ ແລະ ສະເໜີໃຫ້ແຍກ 2 ບັນຫານີ້ອອກເປັນ 2 ມາດຕາແຕກຕ່າງກັນ ເຊັ່ນ: ມາດຕາ 1 ໃຫ້ເວົ້າເຖິງການຟື້ນຟູກ່ອນວ່າມີເງື່ອນໄຂມາດຖານແນວໃດຈຶ່ງແມ່ນຮ້ອງຂໍຟື້ນຟູ ແລະ ມາດຕາ 2 ໃສ່ການລົ້ມລະລາຍ ໂດຍໃຫ້ກຳນົດຕື່ມອີກວ່າເມື່ອຟື້ນຟູບໍ່ໄດ້ຜ່ານຂະບວນການຟື້ນຟູມາແລ້ວຈຶ່ງກ້າວສູ່ການລົ້ມລະລາຍ.

ໃນຕອນທ້າຍຂອງກອງປະຊຸມບັນດາ ສສຊ ກໍໄດ້ລົງຄະແນນສຽງ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ສະບັບປັບປຸງດ້ວຍຄະແນນສຽງເຫັນດີ 101 ສຽງ.