ປີ 2021 ລາວຈະຖືກປະເມີນຮອບ 2 ເງື່ອນໄຂຫຼຸດພົ້ນປະເທດດ້ອຍພັດທະນາ

350

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມໂຕະມົນ ປະຈໍາປີ 2019 ທີ່ແຂວງຫຼວງພະບາງ ວ່າ: ປີ 2021 ສປປ ລາວ ຈະຖືກປະເມີນຮອບ 2 ກ່ຽວກັບເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາ ຫາກຜ່ານການປະເມີນປີ 2024 ຈະສາມາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍບັນດາເປົ້າໝາຍຕ່າງໆຂອງການພັດທະນາແບບຍືນຍົງ ( SDGs ) ໂດຍສະເພາະການຈັດຕັ້ງປະຕິບັດເປົ້າໝາຍ 18 ຂອງ ສປປ ລາວ ກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກ ເພື່ອສຸມໃສ່ການຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາ ( LDC ) ກໍຈະໄດ້ຖືກປະເມີນເປັນຄັ້ງທີສອງໃນປີ 2021, ຖ້າຫາກວ່າຜ່ານການປະເມີນກໍຈະສາມາດປະກາດຫຼຸດພົ້ນອອກໄດ້ໃນປີ 2024.

ປັດຈຸບັນ ສປປ ລາວ ສາມາດບັນລຸໄດ້ 2 ໃນ 3 ເງື່ອນໄຂ ຕາມມາດຖານທີ່ໄດ້ກຳນົດໄວ້ ຄື: ລວມຍອດລາຍໄດ້ແຫ່ງຊາດຕໍ່ຫົວຄົນ ( GNI ) ແລະ ດັດຊະນີຊັບສິນມະນຸດ ( HAI ), ສໍາລັບດັດຊະນີຄວາມບອບບາງດ້ານເສດຖະກິດ ( EVI ) ຍັງບໍ່ສາມາດບັນລຸໄດ້ຕາມມາດຖານ, ໜຶ່ງໃນສາເຫດແມ່ນລັດຖະບານ ຈໍາເປັນຕ້ອງໄດ້ຫັນງົບປະມານປົກກະຕິໄປສູ່ການແກ້ໄຂໄພພິບັດ ແລະ ເລັ່ງປັບປຸງໂຄງລ່າງພື້ນຖານທີ່ຖືກທໍາລາຍໃຫ້ກັບມານໍາໃຊ້ໄດ້ປົກກະຕິໂດຍໄວ.

ທ່ານ ນາງ ຊາຣ່າ ຊິກເກັນເນສ ກ່າວວ່າ: ການເພີ່ມທະວີການເປັນຄູ່ຮ່ວມພັດທະນາທີ່ດີ ບັນດາຄູ່ຮ່ວມພັດທະນາແມ່ນໄດ້ເອົາໃຈໃສ່ໃນການສະໜັບສະໜູນ ແລະ ຊ່ວຍເຫຼືອຫຼາຍດ້ານ ເຊັ່ນ: ການຮັບມືກັບຄວາມສ່ຽງຈາກການເກີດໄພພິບັດທຳມະຊາດ, ການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນການຕັດໄມ້ທຳລາຍປ່າ. ນອກຈາກນັ້ນ, ຍັງໄດ້ສຸມໃສ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາ ( LDC ).

ໃນກອງປະຊຸມໂຕະມົນ ປະຈຳປີ 2019 ຄັ້ງນີ້ໄດ້ຮັບຟັງການນໍາສະເໜີກ່ຽວກັບຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ປະຈຳປີ 2019, ແຜນບຸລິມະສິດສຳລັບປີ 2020 ແລະ ການກະກຽມສ້າງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX. ນອກຈາກນີ້, ໄດ້ຮັບຟັງການລາຍງານຜົນຂອງການປຶກສາຫາລືກຸ່ມສົນທະນາຕ່າງໆ.

ກອງປະຊຸມໂຕະມົນ ປະຈຳປີ 2019 ໄດ້ເປີດຂຶ້ນວັນທີ 26 ພະຈິກ 2019 ທີ່ຫ້ອງວ່າການແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະ ທ່ານ ນາງ ຊາຣ່າ ຊິກເກັນເນສ ຜູ້ປະສານງານຂອງອົງການສະຫະປະຊາຊາດ ປະຈຳ ສປປ ລາວໂດຍມີຜູ້ເຂົ້າຮ່ວມຫຼາຍ ກວ່າ 300 ຄົນ.

( ໂດຍ: ສົມລົດ )

( ຂໍ້ມູນ + ຮູບພາບ: ກະຊວງແຜນການ ແລະ ການລົງທຶນ )