ເປີດນຳໃຊ້ເຂື່ອນໄຟຟ້ານ້ຳຕົກນ້ຳແຈ 1

333

ເຂື່ອນໄຟຟ້ານ້ຳແຈ 1 ຕັ້ງຢູ່ເຂດບ້ານນ້ຳລ້ອງ ແລະ ບ້ານຊຳກໍ່ທອງ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ລົງມືກໍ່ສ້າງມາແຕ່ປີ 2017, ເປັນເຂື່ອນຂະໜາດນ້ອຍຕິດຕັ້ງເຄື່ອງຈັກ 2 ເຄື່ອງ ເຊິ່ງໄດ້ເປີດຂາຍໄຟຟ້າໃຫ້ກັບລັດວິສາຫະກິດໄຟຟ້າລາວ ມາແຕ່ຕົ້ນເດືອນມິຖຸນາ.

ຫຼ້າສຸດ, ໃນວັນທີ 26 ພະຈິກ 2019 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດນຳໃຊ້ເຂື່ອນດັ່ງກ່າວຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຕຸລາໄຊ ວໍລະຈິດ ປະທານ ກຸ່ມບໍລິສັດ ເຄືອດາວສະຫວັນ, ທ່ານ DrHarald Lind ປະທານບໍລິສັດ B.GRIMM ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ບຸນອ້ອມ ພິລາວັນ ທີ່ປຶກສາ ບໍລິສັດ B.Grimm ພະລັງງານ ( ລາວ ) ຈໍາກັດ ກ່າວວ່າ: ບໍລິສັດ B.Grimm ພະລັງງານ  ( ລາວ ) ຈໍາກັດ ໄດ້ຮ່ວມມືກັບ ບໍລິສັດ ດາວສະຫວັນ ຈໍາກັດ ໃນການພັດທະນາສາລະປະໂຫຍດໃຫ້ແກ່ສັງຄົມ, ກໍ່ສ້າງແຫຼ່ງຜະລິດພະລັງງານໄຟຟ້າ ເຊິ່ງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳແຈ 1 ທີ່ຕັ້ງຢູ່ເຂດບ້ານນ້ຳລ້ອງ ແລະ ບ້ານຊຳກໍ່ທອງ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2017, ເປັນເຂື່ອນຂະໜາດນ້ອຍແລ່ນຕາມກະແສນ້ຳໄຫຼ ( Run of River ) ໂດຍການກໍ່ສ້າງເຂື່ອນຕັນສາຍນໍ້າແຈ ເຊິ່ງເປັນສາຂາຂອງສາຍນໍ້າງຽບ ແລະ ນ້ຳງຽບ ກໍເປັນສາຂາໜຶ່ງຂອງແມ່ນ້ຳຂອງ ໂດຍມີອາຍຸສໍາປະທານ 25 ປີ.

ທ່ານ ບຸນອ້ອມ ພິລາວັນ ກ່າວຕື່ມວ່າ: ເຂື່ອນໄຟຟ້ານ້ຳແຈ 1 ໄດ້ຕິດຕັ້ງເຄື່ອງຈັກ 2 ເຄື່ອງ ເຊິ່ງມີກໍາລັງຕິດຕັ້ງເຄື່ອງລະ 8,4 MW ລວມກຳລັງຕິດຕັ້ງທັງໝົດ 16,8 ເມກາວັດ ໄດ້ທໍາການຜະລິດພະລັງງານໄຟຟ້າ ແລະ ໄດ້ຂາຍໄຟຟ້າໃຫ້ກັບ ລັດວິສາຫະກິດໄຟຟ້າລາວ ມາແຕ່ວັນທີ 1 ມິຖຸນາ 2019 ເປັນຕົ້ນມາ, ເຂື່ອນດັ່ງກ່າວຈະເປັນສ່ວນໜຶ່ງທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາທາງດ້ານພະລັງງານໄຟຟ້າ, ສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ, ຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ.

ທ່ານ ຄຳມະນີ ອິນທິລາດ ກ່າວວ່າ: ໂຄງການເຂື່ອນໄຟຟ້ານໍ້າແຈ 1 ແມ່ນໂຄງການພັດທະນາອຸດສາຫະກໍາພະລັງງານໄຟຟ້າປະເພດເຂື່ອນຝາຍນ້ຳລົ້ນ ( Run off river ) ທີ່ມີຄວາມສໍາຄັນມີລັກສະນະຍຸດທະສາດຂອງແຂວງໄຊສົມບູນ ໂດຍສະເພາະສໍາລັບເມືອງທ່າໂທມ ເຊິ່ງໄດ້ນໍາໃຊ້ປະລິມານນ້ຳຕາມທໍາມະຊາດທີ່ໄຫຼຜ່ານເພື່ອນໍາມາຜະລິດກະແສໄຟຟ້າ. ສະນັ້ນ, ຈຶ່ງບໍ່ມີຜົນກະທົບເຖິງການປ່ຽນແປງອັດຕາປະລິມານນ້ຳໄຫຼ. ພ້ອມດຽວກັນນີ້, ກໍແມ່ນໂຄງການທີ່ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ.

( ຂ່າວ: ສົມລົດ; ຮູບ: ສອນໄຊ )