ຜົນສໍາເລັດອັນສຳຄັນຂອງວຽກງານສຶກສາ

105

ຫວນຄືນກ່ອນປີ 1975 ຂະແໜງການສຶກສາລາວມີຄວາມຫຍຸ້ງຍາກໃນດ້ານສະຖານທີ່ຮຽນ ແລະ ຄູສອນ, ສະຖານທີ່ການສຶກສາຈະຢູ່ແຕ່ໃນຕົວເມືອງໃຫຍ່ ແລະ ມີຈໍານວນໜ້ອຍ.

ພາຍຫຼັງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ການຂະຫຍາຍຕານ່າງການສຶກສາແມ່ນກວ້າງຂວາງທົ່ວເຖິງ ກວມທັງຕົວເມືອງ ແລະ ຊົນນະບົດ, ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງການສຶກສາຫຼາຍຂຶ້ນ, ວຽກອາຊີວະສຶກສາ ແລະ ການສຶກສາຊັ້ນສູງລະດັບມະຫາວິທະຍາໄລ ກໍໄດ້ຂະຫຍາຍຕົວ ກວ່າແຕ່ກ່ອນອັນໃດປະກອບສ່ວນສຳຄັນໃນການສ້າງບຸກຄະລາກອນຄຸນນະພາບອອກຮັບໃຊ້ສັງຄົມ.

ທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໃຫ້ສຳພາດເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 44 ປີວ່າ: ພາບລວມການສຶກສາກ່ອນປົດປ່ອຍປະເທດຊາດ ສະຖານທີ່ໂຮງຮຽນ, ຫ້ອງຮຽນຖືວ່າຫຍຸ້ງຍາກ ແລະ ຈຳກັດທີ່ສຸດ, ບາງແຂວງບາງເມືອງໄດ້ຮຽນຢູ່ຕາມປ່າຕາມດົງ.

ສະໄໝກ່ອນປົດປ່ອຍຊັ້ນອະນຸບານເກືອບບໍ່ມີຢູ່ໃນບ້ານ ຈະມີຢູ່ແຕ່ສໍານັກງານອົງການທີ່ມີໂຮງລ້ຽງເດັກອະນຸບານ. ພາຍຫຼັງປົດປ່ອຍຊັ້ນອະນຸບານໄດ້ຕິດພັນກັບການສ້າງຄູ ຈຶ່ງໄດ້ມີໂຮງຮຽນສ້າງຄູອະນຸບານ, ສ້າງຄູປະຖົມ, ສ້າງຄູມັດທະຍົມຕົ້ນ – ປາຍ.

ໃນປີ 1980 ໂຮງຮຽນອະນຸບານ ມີິພຽງ 83 ແຫ່ງ, ຮອດປີ 1990 ເພີ່ມຂຶ້ນເປັນ 858 ແຫ່ງ, ປີ 2010 ມີ 1.284 ແຫ່ງ.

ໃນປີ 1975 ມີນັກຮຽນຈົບຊັ້ນອຸດົມ ຫຼື ມັດທະຍົມຕອນປາຍ ພຽງ 4 ຮ້ອຍກວ່າຄົນ, ມາຮອດປັດຈຸບັນສະເລ່ຍນັກຮຽນທີ່ຈົບ ມ 7 ໃນແຕ່ລະປີ 62 ພັນກວ່າຄົນ.

ຄຽງຄູ່ກັນນັ້ນ, ກະຊວງສຶກສາທິການ ແລະ ກີລາ ຍັງໄດ້ເອົາໃຈໃສ່ສ້າງກຳລັງແຮງງານຫຼາຍສາຂາວິຊາຊີບ ເຊັ່ນ: ຝຶກວິຊາຊີບ, ໂຮງຮຽນວິຊາຊີບຊັ້ນຕົ້ນ, ຊັ້ນກາງ ແລະ ວິທະຍາໄລພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ; ມີສະຖານອາຊີວະສຶກສາທັງໝົດ 107 ແຫ່ງ, ມີສະຖາບັນສ້າງຄູ 12 ແຫ່ງ, ໂຮງຮຽນມັດທະຍົມ 1.792 ແຫ່ງ, ໂຮງຮຽນປະຖົມສຶກສາ 2.328 ແຫ່ງ.

ໃນສົກຮຽນ 2018 – 2019 ໄດ້ຈັດສົ່ງນັກຮຽນລາວໄປຮຽນຕໍ່ຕ່າງປະເທດດ້ວຍທຶນຮ່ວມມື, ໂຄງການ, ອົງການຈັດຕັ້ງສາກົນ, ທຶນແລກປ່ຽນລວມທັງໝົດມີ 781 ຄົນ ຍິງ 389 ຄົນ.

ສຳລັບຜົນສຳເລັດແຕ່ລະດ້ານໃນສົກຮຽນ 2018 – 2019 ມີດັ່ງນີ້:

ການສຶກສາກ່ອນໄວຮຽນ: ມີໂຮງຮຽນອະນຸບານທັງໝົດ 3.432 ແຫ່ງ ເພີ່ມຂຶ້ນ 221 ແຫ່ງ ທຽບໃສ່ປີຜ່ານມາ, ມີນັກຮຽນເພີ່ມຂຶ້ນຈາກ 229.892 ຄົນ ເປັນ 240.384 ຄົນ. ພ້ອມນີ້ອັດຕາເຂົ້າຮຽນຂອງເດັກ 3 – 5 ປີ ເພີ່ມຂຶ້ນຈາກ 56,3% ເປັນ 59% ແລະ ອັດຕາເຂົ້າຮຽນຂອງເດັກ 5 ປີ ເພີ່ມຈາກ 77,1% ເປັນ 97,4% ໂດຍລວມເຫັນວ່າການສຶກສາກ່ອນໄວຮຽນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆມາ.

ການສຶກສາຊັ້ນປະຖົມ: ມີໂຮງຮຽນປະຖົມສຶກສາ 8.857 ແຫ່ງ, ອັດຕາເຂົ້າຮຽນສຸດທິເພີ່ມຂຶ້ນຈາກ 98,7% ໃນສົກຮຽນ 2017 – 2018 ເປັນ 99,1% ໃນສົກ 2018 – 2019 ແລະ ອັດຕາຄ້າງຫ້ອງປະຖົມຫຼຸດລົງຈາກ 4% ເປັນ 3,8%.

ການສຶກສາຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ: ໄດ້ມີການຂະຫຍາຍໂຮງຮຽນມັດທະຍົມອອກຕື່ມຈຳນວນ 34 ແຫ່ງ ເຮັດໃຫ້ໃນທົ່ວປະເທດມີໂຮງຮຽນທັງໝົດ 1.792 ແຫ່ງ, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມສຶກສາຕອນຕົ້ນຢູ່ທີ່ 82,8%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມສຶກສາຕອນປາຍຢູ່ທີ່ 54,8%.

ການສຶກສານອກໂຮງຮຽນ: ໃນສົກຮຽນ 2018 – 2019 ສາມາດປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງທົ່ວເມືອງໄດ້ 23 ເມືອງ ແລະ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວແຂວງໄດ້ 2 ແຂວງ, ຮອດປັດຈຸບັນທົ່ວປະເທດໄດ້ສຳເລັດການບຳລຸງຈົບຊັ້ນມັດທະຍົມຕອນຕົ້ນໄປແລ້ວ 133 ເມືອງ.

ການສຶກສາສ້າງຄູ: ໂດຍອີງໃສ່ສະພາບນັກສຶກສາຄູທີ່ຮຽນຈົບອອກໄປໃນແຕ່ລະປີບໍ່ໄດ້ຮັບການບັນຈຸມີຈຳນວນຫຼາຍ. ດັ່ງນັ້ນ, ໃນສົກຮຽນ 2018  2019 ຈຶ່ງໄດ້ຫຼຸດການຮັບຄູເຂົ້າຮຽນໃນສະຖາບັນສ້າງຄູຕ່າງໆປະມານ 14% ທຽບໃສ່ປີຜ່ານມາ.

ວຽກງານອາຊີວະສຶກສາ: ໃນສົກຮຽນ 2018 – 2019 ມີຜູ້ສະໝັກເຂົ້າຮຽນສາຍອາຊີວະສຶກສາທຸກລະບົບ 31.835 ຄົນ, ສະເພາະສົກຮຽນ 2017 – 2018 ມີນັກສຶກສາທີ່ຮຽນຈົບລວມທັງໝົດ 14.153 ຄົນ. ໃນນັ້ນ, ຮຽນຈົບຂະແໜງກະສິກໍາ 1.513 ຄົນ, ຈົບຂະແໜງອຸດສາຫະກຳ ມີ 6.212 ຄົນ ແລະ ຂະແໜງບໍລິການ ມີ 6.428 ຄົນ.

ການສຶກສາຊັ້ນສູງ: ກໍເປັນວຽກໜຶ່ງທີ່ກະຊວງສຶກສາທິການ ແລະ ກີລາ ໄດ້ເອົາໃຈໃສ່ໂດຍສືບຕໍ່ປະຕິບັດນະໂຍບາຍໃຫ້ການສຶກສາແກ່ນັກຮຽນເກັ່ງ ແລະ ຜູ້ດ້ອຍໂອກາດໃນສັດສ່ວນ 20% ຂອງແຜນຮັບນັກສຶກສາທັງໝົດ ແລະ ອີກ 80% ແມ່ນຜ່ານການສອບເສັງຄັດເລືອກ ແລະ ຈ່າຍຄ່າຮຽນດ້ວຍຕົນເອງ. ໃນສົກຮຽນ 2018 – 2019 ມີນັກສຶກສາທີ່ເຂົ້າຮຽນໃໝ່ໃນ 4 ມະຫາວິທະຍາໄລ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກີລາ ແລະ ອີກ 1 ມະຫາວິທະຍາໄລ ທີ່ຂຶ້ນກັບກະຊວງສາທາລະນະສຸກ ລວມທັງໝົດ 12.258 ຄົນ, ມີນັກສຶກສາທີ່ກໍາລັງສຶກສາຢູ່ທັງໝົດ 39.497 ແລະ ມີນັກສຶກສາທີ່ຈົບອອກໄປຈາກ 5 ມະຫາວິທະຍາໄລ ມີທັງໝົດ 8.780 ຄົນ.

ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກະຊວງສຶກສາທິການ ແລະ ກີລາ ຍັງມີບັນຫາ ແລະ ສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ: ອັດຕາຄ້າງຫ້ອງຢູ່ຊັ້ນປະຖົມຍັງສູງ, ນັກຮຽນປະລະການຮຽນຢູ່ຊັ້ນປະຖົມຍັງມີຫຼາຍ, ອັດຕາການເຂົ້າຮຽນລວມຕໍ່າ ແລະ ການປະລະການຮຽນຊັ້ນມັດທະຍົມສຶກສາແມ່ນສູງ.

ສຳລັບທິດທາງແກ້ໄຂໃນຕໍ່ໜ້າຂອງກະຊວງສຶກສາທິການ ແລະ ກີລາ ຈະສຸມໃສ່ປັບປຸງພື້ນຖານໂຄງລ່າງຢູ່ເຂດຫ່າງໄກສອກຫຼີກ ແລະ ອຳນວຍຄວາມສະດວກໃຫ້ບັນດາໂຮງຮຽນຢູ່ເຂດຊົນນະບົດໃຫ້ດີຂຶ້ນ, ສືບຕໍ່ປັບປຸງບັນຈຸຄູຢູ່ເຂດຫ່າງໄກສອກຫຼີກໃຫ້ຖືກຕາມເປົ້າໝາຍຕາມທີ່ໂຮງຮຽນນັ້ນຕ້ອງການຕົວຈິງ, ມີນະໂຍບາຍຕໍ່ຄູເຫຼົ່ານັ້ນທີ່ໄປສອນຢູ່ເຂດຫ່າງໄກສອກຫຼີກ ແລະ ໃຫ້ສັງຄົມມີສ່ວນຮ່ວມ ເພື່ອພັດທະນາການສຶກສາໃຫ້ມີຄຸນນະພາບດີຂຶ້ນ.

[ ຂ່າວ: ແກ້ວ; ຮູບ: ສອນໄຊ ]