ວາງສະແດງຜະລິດຕະພັນຈາກ ສ.ເກົາຫຼີ

89

ອົງການໂຄຕຣ້າ ວຽງຈັນ ຮ່ວມກັບ ສະຖານທູດ ສ.ເກົາຫຼີ ປະຈໍາລາວ ຈັດງານ K-Beauty Product Festival 2019 ໃນວັນທີ 22 – 23 ພະຈິກ 2019 ທີ່ສູນການຄ້າວຽງຈັນເຊັນເຕີ, ພາຍໃນງານໄດ້ລວມເອົາຜະລິດຕະພັນເຄື່ອງສຳອາງ ແລະ ເປັນທີ່ນິຍົມຈາກ   ສ.ເກົາຫຼີ ມາວາງສະແດງເພື່ອໃຫ້ຄົນລາວໄດ້ເລືອກຊື້ເຄື່ອງສໍາອາງທີ່ມີຄຸນນະພາບ.

ທ່ານ ສີພັນໄຊ ອໍ້ສຸກໄຊ ຜູ້ຈັດການດ້ານການຕະຫຼາດ ອົງການໂຄຕຣ້າ ວຽງຈັນ ໃຫ້ສໍາພາດວ່າ: ງານ K-Beauty Product Festival 2019 ໄດ້ເລືອກເອົາຜະລິດຕະພັນເຄື່ອງສໍາອາງຂອງແທ້ຈາກ ສ.ເກົາຫຼີ ນຳມາວາງສະແດງທັງໝົດ 13 ບໍລິສັດ ເຊິ່ງຜະລິດຕະພັນທີ່ນຳມາວາງສະແດງລ້ວນແລ້ວແຕ່ຍີ່ຫໍ້ທີ່ມີຊື່ສຽງ ເຊັ່ນ: Dr Maison, 3CE suri, AVK, Zenibell ແລະ ອີກຫຼາກຫຼາຍຜະລິດຕະພັນ ພ້ອມທັງມີກິດຈະກຳທີ່ໜ້າສົນໃຈ ເປັນຕົ້ນແມ່ນການສາທິດສອນແຕ່ງໜ້າໃນແບບສາວເກົາຫຼີ ກັບ ອາໝີ ນັກແຕ່ງໜ້າອັນດັບຕົ້ນໆໃນລາວ, ການເດີນແບບ Fashion Show, ການຮ່ວມກິດຈະກຳຈັບສະຫຼາກ ແລະ ອີກຫຼາຍຢ່າງ.

[ ຂ່າວ: ນຸ້ມນິ້ມ ]