ລາວ – ສ.ເກົາຫຼີ ຫາລືສ້າງເຄືອຂ່າຍຮ່ວມກັນຍົກລະດັບວິຊາຊີບແມ່ຍິງ

59

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ກະຊວງສະເໝີພາບບົດບາດ ຍິງ – ຊາຍ ແລະ ຄອບຄົວ ສ.ເກົາຫຼີ ຈັດກອງປະຊຸມປຶກສາຫາລືຄູ່ຮ່ວມກ່ຽວກັບວຽກງານວິຊາຊີບ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 22 ພະຈິກ 2019 ທີ່ຫ້ອງປະຊຸມສູນຝຶກອົບຮົມແມ່ຍິງລາວ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີຫົວໜ້າກົມນະໂຍບາຍ ແລະ ການວາງແຜນ ກະຊວງສະເໝີພາບບົດຍິງ – ຊາຍ ແລະ ຄອບຄົວ ສ.ເກົາຫຼີ, ປະທານອົງການສາຍສຳພັນແມ່ຍິງອາຊີ ສ.ເກົາຫຼີ, ພ້ອມດ້ວຍພະນັກງານສູນອົບຮົມແມ່ຍິງລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສິລິກິດ ບຸບຜາ ກ່າວວ່າ: ການຈັດກອງປະຊຸມໃນມື້ນີ້ ແມ່ນເປັນການລາຍງານຜົນໄດ້ຮັບຂອງໂຄງການໃຫ້ຄູ່ຮ່ວມງານ ກໍຄືບັນດາສູນອົບຮົມວິຊາຊີບທັງພາກລັດ ແລະ ອົງການຈັດຕັ້ງສາກົນ ໃນຂະແໜງວຽກງານຝຶກອົບຮົມວິຊາຊີບ, ພ້ອມທັງເປັນການຍົກລະດັບຄວາມຮູ້ດ້ານວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ແມ່ຍິງນັບທັງຂົງເຂດຕົວເມືອງ ແລະ ເຂດຊົນນະບົດໃຫ້ເຂົາເຈົ້າມີວິຊາຊີບ, ສາມາດມີວຽກເຮັດງານທຳ, ມີລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ, ແນໃສ່ເຮັດໃຫ້ຄອບຄົວມີຄຸນນະພາບຊີວິດທີ່ດີຂຶ້ນ ທັງເປັນການປະກອບສ່ວນປະຕິບັດແຜນລຶບລ້າງຄວາມທຸກຍາກແຫ່ງຊາດຂອງລັດຖະບານໃຫ້ປາກົດຜົນເປັນຈິງ ໃນປີ 2020. ພ້ອມກັນນັ້ນ, ການສ້າງເຄືອຂ່າຍຂອງການຝຶກອົບຮົມວິຊາຊີບ ກໍຍັງມີ ຄວາມສຳຄັນສຳລັບແຕ່ລະພາກສ່ວນທີ່ຈະໄດ້ສືບຕໍ່ດຳເນີນການປະສານງານກັນ ເພື່ອເຮັດໃຫ້ການຝຶກອົບຮົມວິຊາຊີບໄດ້ຮັບການພັດທະນາທາງດ້ານຄຸນນະພາບຄູຝຶກ   ກໍຄືລະບົບການຮຽນ – ການສອນໃຫ້ນັບມື້ດີຂຶ້ນເລື້ອຍໆ ເພື່ອເຮັດໃຫ້ການຝຶກອົບຮົມວິຊາຊີບໃນແຕ່ລະບ່ອນມີ ຄວາມຍືນຍົງ, ມີຄຸນນະພາບ ແລະ ສາມາດຕອບສະໜອງຕາມຄວາມຕ້ອງການໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມ ແລະ ຜູ້ໃຊ້ແຮງງານ.

ທ່ານກ່າວຕື່ມວ່າ: ການຝຶກອົບຮົມວິຊາຊີບບໍ່ພຽງແຕ່ເປັນການຍົກລະດັບດ້ານຄວາມຮູ້, ຄວາມສາມາດດ້ານສີມືແຮງງານເທົ່ານັ້ນ ແຕ່ຍັງແມ່ນຈຸດເລີ່ມຕົ້ນຂອງແມ່ຍິງຫຼາຍໆຄົນ ໂດຍສະເພາະເອື້ອຍນ້ອງແມ່ຍິງ ໃຫ້ໄດ້ຮູ້ວິທີສ້າງລາຍຮັບໃຫ້ແກ່ຄອບຄົວໃຫ້ມີຢູ່ມີກິນ. ນອກຈາກນີ້, ຍັງເປັນບາດກ້າວທີ່ສຳຄັນເຮັດໃຫ້ແມ່ຍິງໄດ້ຮັບຮູ້ ແລະ ເຂົ້າໃຈເຖິງການດຳເນີນທຸລະກິດແບບຄອບຄົວ ຫຼື ທຸລະກິດຂະໜາດນ້ອຍ.

[ ຂ່າວ: ແກ້ວ ]