ຜູ້ອອກແຮງງານຈຳເປັນຕ້ອງໄດ້ຮັບການກວດກາສຸຂະພາບປະຈຳປີ

62

ວັນທີ 25 ພະຈິກ 2019 ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ  ) ຮ່ວມກັບ ໂຮງໝໍມິດຕະພາບ 150 ຕຽງ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ໂດຍການເຂົ້າຮ່ວມຂອງ ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ, ທ່ານ ສະໜອງ ທອງຊະນະ ອໍານວຍການໂຮງໝໍມິດຕະພາບ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວວ່າ: ອີງຕາມສະຖິຕິຂອງໂລກ ກ່ຽວກັບສຸຂະພາບແຮງງານ ເຫັນວ່າແຕ່ລະມື້ທົ່ວໂລກມີຜູ້ອອກແຮງງານເສຍຊີວິດ ປະມານ 700 ກວ່າຄົນ ແລະ ແຕ່ລະປີມີຜູ້ອອກແຮງງານເສຍຊີວິດ ປະມານ 2,7 ລ້ານຄົນ. ໃນນັ້ນ, 80% ຂອງຜູ້ເສຍຊີວິດແມ່ນຍ້ອນເກີດຈາກພະຍາດອາຊີບ. ສະນັ້ນ, ບັນດາປະເທດທີ່ພັດທະນາແລ້ວແມ່ນໄດ້ເນັ້ນຄວາມປອດໄພ ແລະ ສຸຂະພາບແຮງງານເປັນສິ່ງທຳອິດທີ່ມີຄວາມສຳຄັນ ແລະ ຈໍາເປັນທີ່ສຸດ.

ສຳລັບ ສປປ ລາວ ຍັງບໍ່ມີສະຖິຕິທີ່ລະອຽດຊັດເຈນ ນອກຈາກການລາຍງານຈາກເຈົ້າໜ້າທີ່ກວດກາແຮງງານ, ຈາກກອງທຶນປະກັນສັງຄົມ ເຊິ່ງກໍເປັນຕົວເລກທີ່ໜ້າເປັນຫ່ວງຕໍ່ຄວາມປອດໄພຂອງຜູ້ອອກແຮງງານຢູ່ແລ້ວ ໂດຍສະເພາະແມ່ນເລື່ອງຜົນກະທົບທີ່ເກີດຂຶ້ນກັບສຸຂະພາບຂອງຜູ້ອອກແຮງງານຍິ່ງບໍ່ມີກົນໄກໃດເລີຍທີ່ສາມາດຮູ້ໄດ້.

ດັ່ງນັ້ນ, ການຫັນເອົາວຽກງານແຮງງານເຂົ້າສູ່ກົດໝາຍ ເພື່ອການຄຸ້ມຄອງຢ່າງເປັນລະບົບຕິດພັນກັບຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ມີມາດຕະຖານທັງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ແລະ ບັນດາພາກສ່ວນກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນການປະເມີນແຮງງານ, ວິເຄາະຄວາມສ່ຽງ ແລະ ອື່ນໆ.

ເພື່ອຮັບປະກັນສຸຂະພາບທີ່ດີແກ່ຜູ້ອອກແຮງງານ ໂດຍສະເພາະແມ່ນພະຍາດອາຊີບທີ່ເກີດຈາກການເຮັດວຽກທີ່ມີສານເຄມີ, ເຮັດວຽກໃນສະພາບແວດລ້ອມທີ່   ສູງ – ເລິກ, ມີຄວາມສັ່ນສະເທືອນ, ແສງ, ຄວາມດັນ ແລະ ອື່ນໆ ທີ່ມີ ຄວາມສ່ຽງຕໍ່ສຸຂະພາບ. ສະນັ້ນ, ຜູ້ອອກແຮງງານຈຳເປັນຕ້ອງໄດ້ຮັບການກວດສຸຂະພາບປະຈຳປີ ຢ່າງໜ້ອຍ 1 – 2 ຄັ້ງຕໍ່ປີ.

[ ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ ]