9 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຕະຫຼາດຫຼັກຊັບລາວ

185

ນັບແຕ່ຕະຫຼາດຫຼັກຊັບລາວ ເປີດຢ່າງເປັນທາງການ ມາຮອດປັດຈຸບັນມີ 11 ບໍລິສັດ ເຂົ້າຈົດທະບຽນ ແລະ ເປີດການຊື້ – ຂາຍຫຸ້ນ ເຊິ່ງບໍລິສັດດັ່ງກ່າວສາມາດລະດົມທຶນໄດ້ຫຼາຍກວ່າ 6.702 ຕື້ກີບ ແລະ ມີຜູ້ລົງທຶນໃນຕະຫຼາດຫຼັກຊັບ ຫຼາຍກວ່າ 15 ພັນບັນຊີ.

ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການຕະຫຼາດຫຼັກຊັບລາວ ກ່າວວ່າ: ຕະຫຼອດໄລຍະເວລາ 9 ປີ ນັບຕັ້ງແຕ່ວັນທີ 10 ຕຸລາ 2010 ເປັນຕົ້ນມາ ຕະຫຼາດຫຼັກຊັບລາວ ( ຕລຊລ ) ບັນລຸໄດ້ຜົນງານອັນພົ້ນເດັ່ນ ດັ່ງນີ້:

1 ສໍາເລັດການນໍາເອົາບໍລິສັດອອກຈໍາໜ່າຍຫຼັກຊັບ ເຂົ້າມາຈົດທະບຽນຊື້ – ຂາຍຫຸ້ນໄດ້ທັງໝົດ 11 ບໍລິສັດ.

2 ສາມາດໃຫ້ບໍລິສັດຈົດທະບຽນຫຸ້ນ 11 ບໍລິສັດລະດົມທຶນໄດ້ 6.702 ຕື້ກີບ ເຊິ່ງເງິນທຶນຈໍານວນດັ່ງກ່າວມີຕົ້ນທຶນຕໍ່າທຽບໃສ່ເງິນກູ້ຈາກລະບົບທະນາຄານ ບໍລິສັດບໍ່ມີພັນທະຕ້ອງຈ່າຍຜົນຕອບແທນຄືກັບຈ່າຍດອກເບ້ຍເງິນກູ້ຈາກທະນາຄານ ແລະ ຕົ້ນທຶນດັ່ງກ່າວບໍລິສັດກໍບໍ່ມີກຳນົດເວລາຕ້ອງຊໍາລະຄືນໃຫ້ຜູ້ລົງທຶນ.

3 ຕລຊລ ກາຍເປັນກົນໄກການເພີ່ມທຶນ ( Equity Financing ) ທີ່ມີປະສິດທິຜົນໃຫ້ບັນດາວິສາຫະກິດທີ່ມີເງື່ອນໄຂ ແລະ ມີຄວາມຕ້ອງການເງິນທຶນເພື່ອຂະຫຍາຍທຸລະກິດ ໂດຍຮັບປະກັນໃຫ້ໂຄງສ້າງທາງການເງິນເໝາະສົມຕໍ່ການເຄື່ອນໄຫວທຸລະກິດ ແລະ ກໍເປັນທາງເລືອກໃໝ່ໃນການເຂົ້າຫາແຫຼ່ງທຶນ ນອກຈາກເງິນກູ້ຈາກລະບົບທະນາຄານ.

4 ຕລຊລ ກາຍເປັນທາງເລືອກໃໝ່ຂອງນັກລົງທຶນ ( ຜູ້ທີ່ມີເງິນເກັບສະສົມ ) ເພີ່ມຈາກການຝາກເງິນໃນລະບົບທະນາຄານ, ນັບແຕ່ມື້ສ້າງຕັ້ງຮອດເດືອນຕຸລາ 2019 ມີຜູ້ລົງທຶນໃນຕະຫຼາດຫຼັກຊັບຈໍານວນ 15.032 ບັນຊີ.

5 ຕລຊລ ຍັງເປັນອົງປະກອບສໍາຄັນໃນຂະແໜງການເງິນ ແລະ ຊຸກຍູ້ສົ່ງເສີມເຊິ່ງກັນ ແລະ ກັນ ກັບຂະແໜງການທະນາຄານໃນການຈັດສັນແຫຼ່ງທຶນຂອງສັງຄົມໃຫ້ມີປະສິດທິພາບສູງຂຶ້ນ.

6 ຕລຊລ ມີລະບົບຊື້ – ຂາຍຫຼັກຊັບທີ່ມີຄວາມປອດໄພສູງ ແລະ ເປັນຄົນກາງທີ່ເຊື່ອຖືໄດ້ໃຫ້ແກ່ຜູ້ຊື້ ແລະ ຜູ້ຂາຍຫຸ້ນ ໃນການຮັບເງິນ ແລະ ຫຸ້ນໃນກຳນົດເວລາ T+2.

7 ຕລຊລ ຊ່ວຍໃຫ້ຕ່າງປະເທດນໍາເງິນເຂົ້າມາລົງທຶນໃນ ສປປ ລາວ ເພີ່ມອີກທາງໜຶ່ງຈາກການລົງທຶນໂດຍກົງຈາກຕ່າງປະເທດ ( Foreign Direct Investment – FDI ).

8 ຕລຊລ ຊ່ວຍເຮັດໃຫ້ໂຄງສ້າງຂອງລະບົບການເງິນຄົບຊຸດ ຈາກໃນເມື່ອກ່ອນທີ່ມີພຽງແຕ່ຂະແໜງທະນາຄານ ແລະ ປະກັນໄພ.

9 ກົນໄກການລະດົມທຶນຜ່ານຕະຫຼາດຫຼັກຊັບລາວ ຊ່ວຍໃຫ້ບໍລິສັດຈົດທະບຽນມີພາບພົດ ແລະ ຊື່ສຽງທີ່ດີ ເພາະໄດ້ຜ່ານການຮັບຮອງຈາກ ສຄຄຊ ແລະ ຕລຊລ ວ່າເປັນບໍລິສັດທີ່ມີການດຳເນີນງານທີ່ດີ, ມີຖານະໝັ້ນຄົງ, ໄດ້ຮັບຄວາມໜ້າເຊື່ອຖື, ມີອຳນາດໃນການຕໍ່ລອງສູງກວ່າ ແລະ ສາມາດແຂ່ງຂັນຫຼາຍກວ່າບໍລິສັດທີ່ບໍ່ຈົດທະບຽນ. ສະນັ້ນ, ຖ້າມີບໍລິສັດຈົດທະບຽນຫຼາຍຈະຊ່ວຍໃຫ້ ສປປ ລາວ ມີເງື່ອນໄຂການດຳເນີນທຸລະກິດ ( Ease of Doing Business ) ໃນລະດັບດີຂຶ້ນ.

10 ຕລຊລ ຊ່ວຍໃຫ້ລັດຖະບານເກັບລາຍຮັບງົບປະມານຈາກບໍລິສັດຈົດທະບຽນໄດ້ຄົບຖ້ວນ, ຊັດເຈນ ແລະ ໂປ່ງໃສ ( ເຊື່ອງຊ້ອນບໍ່ໄດ້ ) ຍ້ອນບໍລິສັດຈົດທະບຽນມີ ຄວາມຈິງໃຈ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມສູງໃນການເປີດເຜີຍຂໍ້ມູນ ກ່ຽວກັບການເຄື່ອນໄຫວທຸລະກິດຂອງຕົນເອງຢ່າງຄົບຖ້ວນ, ຊັດເຈນ ແລະ ທັນເວລາ.

11 ຕະຫຼາດຫຼັກຊັບລາວ ຍັງເປັນບ່ອນສ້າງສະພາບຄ່ອງທີ່ເຊື່ອຖືໄດ້ໃຫ້ແກ່ຜູ້ທີ່ຖືຄອງພັນທະບັດລັດຖະບານ ໃຫ້ສາມາດຊື້ – ຂາຍແລກປ່ຽນມືໄດ້.

12 ຕລຊລ ມີການພັດທະນາລະບົບສົ່ງຄໍາສັ່ງຊື້ – ຂາຍຫຸ້ນຜ່ານອິນເຕີເນັດຈາກສະຖານທີ່ໃດກໍໄດ້ທີ່ເອີ້ນວ່າ: “ Home Trading System ” ເພີ່ມຈາກລະບົບສົ່ງຄໍາສັ່ງ ຊື້ – ຂາຍຫຸ້ນແບບປົກກະຕິ ( ຜ່ານອີເມວ, ຜ່ານໂທລະສັບ ແລະ ເຂົ້າມາຊື້ – ຂາຍໂດຍກົງ ) ເພື່ອອຳນວຍ ຄວາມສະດວກ, ວ່ອງໄວ, ມີຄ່າໃຊ້ຈ່າຍຕໍ່າກວ່າ ແລະ ໃຊ້ເວລາໜ້ອຍກວ່າ.

ສ່ວນແຜນການພັດທະນາຕະຫຼາດທຶນໃນຕໍ່ໜ້າຂອງ ຕລຊລ ມີດັ່ງນີ້:

ໄລຍະສັ້ນ ຫາ ກາງ

ຕລຊລ ຈະເນັ້ນໃສ່ການສ້າງຄວາມເຂົ້າໃຈໃຫ້ສັງຄົມກ່ຽວກັບວຽກງານຫຼັກຊັບ ໂດຍສະເພາະແມ່ນການລະດົມທຶນ ແລະ ລົງທຶນຜ່ານຕະຫຼາດຫຼັກຊັບ ເພື່ອໃຫ້ສັງຄົມເຫັນຊັດເຈນກ່ຽວກັບບົດບາດຂອງຕະຫຼາດທຶນຕໍ່ການຈັດຫາແຫຼ່ງທຶນ ແລະ ການເຂົ້າຫາແຫຼ່ງທຶນໄດ້ດີຂຶ້ນເລື້ອຍໆ.

ຕລຊລ ຈະເນັ້ນໃສ່ການສ້າງແວດລ້ອມໃຫ້ການສະໜອງ ແລະ ຄວາມຕ້ອງການໃນຕະຫຼາດມີຄວາມຟົດຟື້ນຂຶ້ນເທື່ອລະກ້າວ; ດ້ານການສະໜອງ ຕລຊລ ຈະເອົາໃຈໃສ່ເພີ່ມຜະລິດຕະພັນເຂົ້າສູ່ຕະຫຼາດໃຫ້ຫຼາຍຂຶ້ນ ໂດຍຈະເພີ່ມບໍລິສັດຈົດທະບຽນ, ຊຸກຍູ້ບໍລິສັດຈົດທະບຽນອອກຜະລິດຕະພັນໃໝ່ເພີ່ມຕື່ມ ແລະ ອື່ນໆ; ດ້ານຄວາມຕ້ອງການ ຕລຊລ ຈະເອົາໃຈໃສ່ຊຸກຍູ້ພາກສ່ວນກ່ຽວຂ້ອງ, ສ້າງໃຫ້ມີກອງທຶນບຳເນັດບຳນານ ( Provident Fund ), ບໍລິສັດບໍລິຫານຊັບສິນ ( Asset Manage-mentCompany ) ແລະ ອື່ນໆ. ເພື່ອເປັນການກະຕຸກຊຸກຍູ້ໃຫ້ມີຄວາມຕ້ອງການເພີ່ມຂຶ້ນ ຕລຊລ ຈະຊຸກຍູ້ໃຫ້ບໍລິສັດຈົດທະບຽນບໍລິຫານຕາມຫຼັກການຄຸ້ມຄອງທຸລະກິດທີ່ດີ ( Corporate Governance ) ແນໃສ່ເຮັດໃຫ້ບໍລິສັດມີຜົນປະກອບການທີ່ດີ, ສາມາດຈ່າຍເງິນປັນຜົນໄດ້ ແລະ ລາຄາຫຸ້ນຂອງບໍລິສັດເພີ່ມຂຶ້ນ. ນອກນັ້ນ, ຕລຊລ ຈະກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຮອງຮັບການສ້າງຕັ້ງກອງທຶນຮ່ວມ ( Mutual Fund ).

ໄລຍະຍາວ

ວິໄສທັດກ່ຽວກັບການພັດທະນາຕະຫຼາດທຶນຂອງ ສປປ ລາວ ແມ່ນ “ ເປັນຂໍກະແຈໃນການຈັດສັນແຫຼ່ງທຶນທີ່ມີຄວາມໜ້າເຊື່ອຖື ແລະ ມີມາດຕະຖານສາກົນ ” ໂດຍມີຄາດໝາຍສູ້ຊົນດັ່ງນີ້:

ຕ້ອງມີທຸກເງື່ອນໄຂທີ່ຈຳເປັນ ແລະ ເອື້ອອຳນວຍໃຫ້ແກ່ບັນດາວິສາຫະກິດ ສາມາດລະດົມທຶນຜ່ານຕະຫຼາດທຶນ ເພື່ອປະກອບສ່ວນເຂົ້າໃນການຍົກສູງສະມັດທະພາບການຜະລິດ ແລະ ການບໍລິຫານ, ແນໃສ່ຫັນການຜະລິດເປັນອຸດສາຫະກຳ ແລະ ທັນສະໄໝເຂົ້າສູ່ລວງເລິກ.

ມີຄວາມພ້ອມທາງດ້ານກົນໄກ ແລະ ເຄື່ອງມືຕະຫຼາດທຶນ ເພື່ອສະໜັບສະໜູນໃຫ້ແກ່ວິສາຫະກິດ ເປັນຕົ້ນແມ່ນ: ລັດວິສາຫະກິດໄດ້ຮັບການປັບປຸງ, ມີຄວາມເຂັ້ມແຂງ ແລະ ມີຄວາມອາດສາມາດແຂ່ງຂັນສູງຂຶ້ນ.

ມີພື້ນຖານທາງດ້ານນິຕິກຳຄົບຖ້ວນ, ສອດຄ່ອງກັບສະພາບຂອງ ສປປ ລາວ ແລະ ມາດຕະຖານສາກົນ.

ຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບ ແລະ ສະຖາບັນສື່ກາງດ້ານຫຼັກຊັບ, ຮັບປະກັນພັດທະນາລະບົບເຕັກໂນໂລຊີຂໍ້ມູນ – ຂ່າວສານໃຫ້ທັນສະໄໝ ແລະ ແທດເໝາະກັບລະດັບການຂະຫຍາຍຕົວຂອງຕະຫຼາດທຶນ.

ທຸກພາກສ່ວນໃນສັງຄົມເຂົ້າຮ່ວມເຄື່ອນໄຫວໃນວຽກງານຕະຫຼາດທຶນ, ຖານຜູ້ລົງທຶນມີການຂະຫຍາຍຕົວ, ສັດສ່ວນການເຄື່ອນໄຫວຂອງຜູ້ລົງທຶນປະເພດສະຖາບັນ ແລະ ບຸກຄົນມີຄວາມສົມດຸນເຊິ່ງກັນ ແລະ ກັນ.

ມີບຸກຄະລາກອນຄຸ້ມຄອງວຽກງານຫຼັກຊັບ, ມີວິຊາການສະເພາະດ້ານພາຍໃນຕະຫຼາດຫຼັກຊັບ ແລະ ສູນຮັບຝາກຫຼັກຊັບ ພ້ອມດ້ວຍນັກວິຊາຊີບທຸລະກິດຫຼັກຊັບໃນຈຳນວນ ແລະ ລະດັບທີ່ຮັບປະກັນ.

ສາມາດເຊື່ອມໂຍງຕະຫຼາດທຶນຂອງ ສປປ ລາວ ເຂົ້າກັບພາກພື້ນ ແລະ ສາກົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.