ເປີດຮ້ານ ວີ 369 ສອນເລື່ອງບຸກຄະລິກ

95

ຮ້ານ ວີ 369 ອະຄາເດມີ້ ແອນ ຊັອບ ( V 369 Academy & Shop ) ເປີດໂຕຢ່າງເປັນທາງການໃນວັນທີ 16 ພະຈິກ 2019 ທີ່ບ້ານສາຍນໍ້າເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອເປັນການເພີ່ມທາງເລືອກໃຫ້ກັບຜູ້ທີ່ເປັນຢາກຝຶກບຸກຄະລິກກະພາບ ກ້າສະແດງຄວາມສາມາດຫຼາຍຂຶ້ນ ໂດຍມີ ທ່ານ ນາງ ວັນນາລີ ອ່ອນສະຫວັດ ເຈົ້າຂອງຮ້ານ V 369 Academy & Shop, ທ່ານ ວັດສິຣະວິນ ອະລິຍະຣັນກຸນ ອາຈານສອນແຕ່ງໜ້າທີ່ມີຊື່ສຽງຈາກປະເທດໄທ ພ້ອມທັງສິລະປິນໃນວົງການບັນເທີງເຂົ້າຮ່ວມ.

ທ່ານ ນາງ ວັນນາລີ ອ່ອນສະຫວັດ ກ່າວວ່າ: ຮ້ານ V 369 Academy & Shop ເປັນສູນບໍລິການຮັບສອນແຕ່ງໜ້າ, ເຮັດຊົງຜົມ ແລະ ສອນບຸກຄະລິກກະພາບໃຫ້ກັບບັນດາໄວໜຸ່ມທີ່ມີ ຄວາມຝັນຈະເຂົ້າໃນວົງການບັນເທີງ.

ຈຸດເລີ່ມຕົ້ນຍ້ອນຕົນເອງເປັນປະທານໂຄງການລາວຊຸບເປີໂມເດວ ທີ່ໄດ້ຢູ່ກັບວົງການບັນເທີງ ແລະ ໄດ້ຮູ້ກ່ຽວກັບການຈະກ້າວມາເປັນສິລະປິນຕ້ອງໄດ້ຜ່ານການຝຶກຝົນຮຽນຮູ້ຫຼາຍຂັ້ນຕອນ. ສະນັ້ນ, ຈຶ່ງໄດ້ເປີດໂອກາດໃຫ້ນ້ອງໆທີ່ມັກອາຊີບນີ້ມີໂຮງຮຽນສອນຖ່າຍທອດຄວາມຮູ້ໃຫ້ເຂົາເຈົ້າມີປະສົບການ ແລະ ຜົນສຳເລັດ ເພື່ອເສີມສ້າງພັດທະນາໃຫ້ເປັນຊ່າງແຕ່ງໜ້າລະດັບມືອາຊີບ.

ທ່ານ ວັດສິຣະວິນ ອະລິຍະຣັນກຸນ ກ່າວອີກວ່າ: ຫຼັກສູດໃນການຮຽນແມ່ນຈະສອນເລື່ອງສະພາບຜິວເພື່ອການປົກປິດ, ການແກ້ໄຂຮູບໜ້າ ແລະ ສອນການແຕ່ງໜ້າທົ່ວໄປ ເຊັ່ນ: ແຕ່ງໜ້າອອກງານລະຫວ່າງຜູ້ຍິງ ແລະ ຜູ້ຊາຍໃຫ້ເຂົ້າຕາມເສື້ອຜ້າຕ່າງໆ. ນອກຈາກນັ້ນ, ຍັງຈຳໜ່າຍເຄື່ອງສຳອາງ, ອຸປະກອນແຕ່ງໜ້າ ແລະ ເຮັດຊົງຜົມຄົບວົງຈອນ.