ຝຶກອົບຮົມຜົນກະທົບຂອງສານເຄມີໃນຄົວເຮືອນໃຫ້ຊຸມຊົນກຸ່ມ

141
????????????????????????????????????

ພະແນກ ສກຂ ຊຽງຂວາງ ໄດ້ຈັດກອງປະຊຸມຝຶກອົບຮົມ ກ່ຽວກັບຄວາມຮູ້ຜົນກະທົບຂອງສານເຄມີໃນຄົວເຮືອນ – ທາງການກະເສດ ແລະ ຊີວະນາໆພັນ ໃຫ້ຊຸມຊົນກຸ່ມບ້ານເປົ້າໝາຍ ເມືອງຄໍາ ຂຶ້ນໃນວັນທີ 18 ພະຈິກ 2019 ທີ່ສະໂມສອນໂຮງຮຽນມັດທະຍົມຕອນປາຍຈອມທອງ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄົງ ລັດຕະນະວິໄລ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ( ສກຂ ), ເຂົ້າຮ່ວມມີ ທ່ານ ນາງ ຂັນທອງ ພົມມະວັນ ຮອງຫົວໜ້າຂະແໜງການສຶກສານອກໂຮງຮຽນ ( ກສນ ) ພະແນກ ສກຂ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ຂັນທອງ ພົມມະວັນ ກ່າວວ່າ: ກອງປະຊຸມຝຶກອົບຮົມຄັ້ງນີ້ ແມ່ນເພື່ອໃຫ້ຊຸມຊົມ 9 ບ້ານເປົ້າໝາຍຢູ່ເມືອງຄໍາ ເຊິ່ງປະກອບມີ: ບ້ານພູເມືອງ, ບ້ານມ່ວງໄຊ, ບ້ານຊາມ, ບ້ານກ້ວຍໝໍ້, ບ້ານດຸ່ງຄໍາ, ບ້ານຈອມສີ, ບ້ານນາທອງ, ບ້ານຊາງ ແລະ ບ້ານນາເມືອງ ຮັບຮູ້ ແລະ ເຂົ້າໃຈເຖິງຜົນກະທົບຂອງສານເຄມີໃນຄົວເຮືອນທີ່ເຄີຍໃຊ້ໃນຊີວິດປະຈໍາວັນ, ຜົນກະທົບຂອງສານເຄມີທີ່ນໍາໃຊ້ເຂົ້າໃນການຜະລິດການກະເສດ ແລະ ການອະນຸຮັກແຫຼ່ງເພາະພັນຊີວະນາໆພັນ ເນື່ອງຈາກກຸ່ມບ້ານດັ່ງກ່າວມີຄວາມສ່ຽງໃນການນໍາໃຊ້ຜະລິດຕະພັນທາງສານເຄມີຫຼາຍຂຶ້ນ ເຊັ່ນ: ການນໍາໃຊ້ແປ້ງນົວ ແລະ ເຄື່ອງປຸງແຕ່ງອາຫານບາງຢ່າງເຂົ້າໃນການປຸງແຕ່ງອາຫານ ເຊິ່ງເປັນຜະລິດຕະພັນສໍາເລັດຮູບຈາກໂຮງງານ ເວລາທີ່ເຮົາອຸປະໂພກ – ບໍລິໂພກດົນໄປຈະມີຜົນກະທົບຕໍ່ຮ່າງກາຍ ມັກເກີດພະຍາດບາດເຍົາຕ່າງໆຂຶ້ນ, ບໍ່ວ່າຈະເປັນພະຍາດປະດົງຂໍ້, ພະຍາດພູມແພ້ ແລະ ອື່ນໆ.

ນອກນັ້ນ, ເຄື່ອງດື່ມສໍາເລັດຮູບບາງຊະນິດກໍເຊັ່ນດຽວກັນ, ລວມທັງການໃຊ້ຢາຂ້າຍຸງ, ຢາຂ້າແມງສາບ, ນໍ້າຢາລ້າງຫ້ອງນໍ້າບາງຊະນິດ ລ້ວນແຕ່ມີຜົນກະທົບຕໍ່ຄົນເຮົາເຊັ່ນດຽວກັນ ສໍາລັບຜົນກະທົບທາງການຜະລິດການກະເສດ ປະກອບມີ: ການນໍາໃຊ້ສານເຄມີປາບສັດຕູພືດ, ການໃຊ້ຢາຂ້າຫຍ້າ, ການໃຊ້ປຸ໋ຍເຄມີເລັ່ງພືດ, ເລັ່ງໝາກ, ເລັ່ງໃບ ຫຼື ໃຊ້ກໍລະນີໃດໆກໍຕາມ ລ້ວນແລ້ວແຕ່ເປັນຜົນກະທົບອັນຮ້າຍແຮງຕໍ່ຮ່າງກາຍຂອງຄົນເຮົາ ເມື່ອນໍາເອົາຜົນຜະລິດເຫຼົ່ານັ້ນໄປອຸປະໂພກ – ບໍລິໂພກ.

(ໂດຍ: ຄານສີສະຫວັນ)