ການເກັບລາຍຮັບບໍ່ລວມສູນ ໜຶ່ງສາເຫດຂອງການຮົ່ວໄຫຼ ສສຊ ສະເໜີສຶກສາອົບຮົມພະນັກງານຕື່ມ

207

ກອງປະຊຸມສະພາແຫ່ງຊາດໃນຄາບເຊົ້າຂອງວັນທີ 19 ພະຈິກ 2019 ໄດ້ຮັບຟັງລາຍງານຜົນການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ທີ່ຕິດພັນກັບການເກັບລາຍຮັບ ເຊິ່ງຍັງເຫັນວ່າມີການຮົ່ວໄຫຼຂອງງົບປະມານ ແລະ ມີຂໍ້ບົກຜ່ອງຫຼາຍຈຸດອັນສຳຄັນຍັງບໍ່ທັນລວມສູນ.

ຫາງສຽງສ່ວນໃຫຍ່ຂອງ ສະມາຊິກສະພາແຫ່ງຊາດ ( ສສຊ )ເຫັນວ່າເພື່ອປັບປຸງການເກັບລາຍຮັບໃຫ້ໄວ ແລະ ປິດຊ່ອງວ່າງການຮົ່ວໄຫຼ ຕ້ອງຫັນເປັນທັນສະໄໝໃຫ້ຫຼາຍທີ່ສຸດ ແລະ ທິດຕ້ອງຫັນໄປຕາມທັນສະໄໝທີ່ຖືກກົດໝາຍ. ໃນນີ້, ບໍ່ສະເພາະການຊຳລະພາສີອາກອນປະຈຳວັນ ແຕ່ຕ້ອງນຳເອົາເຄື່ອງມືເຕັກໂນໂລຊີເຂົ້າໄປນຳໃຊ້ຢູ່ຕາມດ່ານສາກົນພ້ອມ.

ທ່ານ ທອງດີ ຈັນທະວົງ ສສຊເຂດ14 ແຂວງສາລະວັນ ກ່າວວ່າ: ຕິດພັນກັບຄວາມທັນສະໄໝ ແລະ ໂປ່ງໃສຂອງເຄື່ອງມືແລ້ວຕ້ອງເບິ່ງເລື່ອງບຸກຄະລາກອນຕື່ມມີຄວາມໂປ່ງໃສສ່ຳໃດ, ຄຸນທາດການເມືອງ, ຄຸນສົມບັດສ່ຳໃດ? ໂດຍສະເພາະຈັນຍາບັນຕໍ່ການເກັບລາຍຮັບ.

ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ສສຊ ເຂດ 13 ແຂວງສະຫວັນນະເຂດ ເຫັນວ່າ: ການຈັດຕັ້ງປະຕິບັດບັນດາກົດໝາຍທີ່ກ່ຽວພັນກັບການເກັບລາຍຮັບຍັງບໍ່ທັນເຮັດໄດ້ດີ ເປັນຜົນໃຫ້ການເກັບລາຍຮັບບໍ່ມີປະສິດທິຜົນ ເຊິ່ງໃນຄວາມເປັນຈິງແລ້ວ ຈັດເກັບລາຍຮັບຕ້ອງດຸນດ່ຽງກັບການຊຸກຍູ້ສົ່ງເສີມຂະແໜງການທີ່ເປັນທ່າແຮງ ແລະ ຄວນຫັນເປັນອັນລະອຽດ ເພື່ອຄວາມສະດວກໃນການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ ແລະ ບໍ່ໃຫ້ປະເທດເຮົາສູນເສຍຜົນປະໂຫຍດ.

ໃນຂະນະທີ່ ທ່ານ ສຸວັນນີ ໄຊຊະນະ ສສຊ ເຂດ 11 ແຂວງບໍລິຄຳໄຊ ກໍມີຄຳເຫັນວ່າ: ບັນຫາການເກັບລາຍຮັບທີ່ບໍ່ມີປະສິດທິຜົນ ຢາກໃຫ້ມີການລາຍງານລະອຽດວ່າເກີດຈາກຫຍັງກັນແທ້, ປັດໄຈດ້ານພື້ນຖານໂຄງລ່າງ, ບຸກຄະລາກອນ ແລະ ນິຕິກຳ ທີ່ເຮັດໃຫ້ມີຜົນກະທົບຕໍ່ພາກການເກັບລາຍຮັບ.

ໃນປະເດັນດຽວກັນ, ທ່ານ ສາຍທອງ ແກ້ວດວງດີ ສສຊ ເຂດ 1 ນະຄອນຫຼວງວຽງຈັນກ່າວວ່າ: 3 ປີມານີ້ ການເກັບລາຍຮັບຫຼຸດລົງ ການປະຕິບັດກົດໝາຍພັດໄດ້ດີຂຶ້ນ ສາເຫດທີ່ແທ້ຈິງເປັນແນວໃດ, ອັນສຳຄັນຕ້ອງໃຫ້ພະນັກງານພາສີອາກອນມີຈັນຍາບັນ – ຈັນຍາທຳ, ແກ້ບັນຫາເສດຖະກິດ ເປັນຕົ້ນການເກັບລາຍຮັບຕ້ອງແກ້ທີ່ພະນັກງານລັດຖະກອນ ຜູ້ທີ່ປະຕິບັດໜ້າທີ່ເຮັດໃຫ້ເງິນທຸກກີບທີ່ເກັບຈາກປະຊາຊົນເຂົ້າງົບປະມານແຫ່ງລັດ.