ເມືອງຄົງເຊໂດນ ຕັ້ງເປົ້າຜະລິດພືດລະດູແລ້ງໃຫ້ໄດ້ 5 ພັນກວ່າເຮັກຕາ

204

ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄົງເຊໂດນ ແຂວງສາລະວັນ ຕັ້ງເປົ້າຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນຜະລິດພືດລະດູແລ້ງໃຫ້ໄດ້ 5 ພັນ ກວ່າເຮັກຕາ. ໃນນີ້, ປູກເຂົ້ານາແຊງໃຫ້ໄດ້ 4 ພັນກວ່າເຮັກຕາ, ຂະນະທີ່ການສະໜອງນ້ຳຄາດຈະໄດ້ປະມານ 4 ພັນ ກວ່າເຮັກຕາ.

ທ່ານ ສີວັນພະກອນ ວົງບຸນທັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເຜີຍໃຫ້ຮູ້ໃນອາທິດຜ່ານມາວ່າ: ແຜນການຜະລິດໃນລະດູແລ້ງປີນີ້ຕັ້ງເປົ້າໃຫ້ໄດ້ 5.894 ເຮັກຕາ. ໃນນັ້ນ, ປູກເຂົ້ານາແຊງ 4 ພັນກວ່າເຮັກຕາ, ປູກພືດ 1.800 ກວ່າເຮັກຕາ ແລະ ເລັ່ງໃສ່ການປູກພືດເຂົ້າໃນເຂດຊົນລະປະທານ ໃຫ້ໄດ້ 4.249 ເຮັກຕາ ແລະ ນອກເຂດຊົນລະປະທານ 1.660 ເຮັກຕາ.

ນອກນັ້ນ, ການສະໜອງນ້ຳໃນເຂດຊົນລະປະທານຖືເປັນຕົວກຳນົດດ້ານເນື້ອທີ່ ເຊິ່ງໃນປີນີ້ຕາມຄວາມອາດສາມາດສະໜອງນ້ຳໄດ້ພຽງ 4.034 ເຮັກຕາເທົ່ານັ້ນ ເນື່ອງຈາກບາງໂຄງການໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຕ້ອງໄດ້ນຳໃຊ້ທຶນຈຳນວນໜຶ່ງສຸມໃສ່ການສ້ອມແປງ ເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ມາຮອດປັດຈຸບັນນີ້ໄດ້ຊຸກຍູ້ ແລະ ປຸກລະດົມສົມທົບກັບບ້ານເປົ້າໝາຍທີ່ມີໂຄງການຊົນລະປະທານ ສ້າງຂະບວນການສ້ອມແປງ, ອະນາໄມຄອງເໝືອງ ແລະ ການກະກຽມເຄື່ອງມືທຳການຜະລິດຕ່າງໆ ໂດຍສາມາດອະນາໄມຄອງເໝືອງໄດ້ 20 ໂຄງການ, ມີຈຳນວນພົນເຂົ້າຮ່ວມ 2.278 ຄົນ ຄວາມຍາວຂອງຄອງ 16 ພັນແມັດ, ມີ 10 ໂຄງການ ທີ່ໄດ້ເອົານ້ຳຂຶ້ນຕົກກ້າແລ້ວຄຽງຄູ່ກັບການໄຖກົບຕໍເຟືອງໃນເຂດທີ່ໄດ້ຮັບນ້ຳ ແລະ ຂະບວນການສັກຢາປ້ອງກັນພະຍາດສັດກໍໄດ້ຈັດຕັ້ງປະຕິບັດແລ້ວໃນຫຼາຍບ້ານ ແລະ ພໍ່ແມ່ປະຊາຊົນຊາວເມືອງຄົງເຊໂດນ ກໍໄດ້ໃຫ້ການຮ່ວມມື ແລະ ເຂົ້າຮ່ວມຢ່າງເປັນຂະບວນກວ້າງຂວາງ ເຊິ່ງທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນຫຼາຍເທົ່າຕົວ ເນື່ອງຈາກພໍ່ແມ່ປະຊາຊົນຫຼາຍບ້ານໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຮັດໃຫ້ຜົນການຜະລິດຕ່າງໆເສຍຫາຍ ແລະ ການຜະລິດໃນລະດູແລ້ງໃນປີນີ້ຈຶ່ງມີຄວາມສຳຄັນ ແລະ ຈຳເປັນ ເນື່ອງຈາກຫຼາຍໆບ້ານຕ້ອງການຜະລິດເຂົ້ານາແຊງ.