ຝຶກອົບຮົມການນຳໃຊ້ລະບົບ ກອງປະຊຸມທາງໄກ ( E – Meetings )

90

ກົມເຕັກໂນໂລຊີດິຈິຕອລ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມຝຶກອົບຮົມໃນຫົວຂໍ້ “ ການນຳໃຊ້ຊ໊ອຟແວຣ໌ຄອມພິວເຕີເຂົ້າໃນການຄຸ້ມຄອງ – ບໍລິຫານລັດແບບທັນສະໄໝ ເພື່ອຍົກປະສິດທິພາບຂອງການປະຕິບັດວຽກງານ ” ໃຫ້ແກ່ພະນັກງານຂອງກົມ, ຫ້ອງການ, ສະຖາບັນ ແລະ ສູນພາຍໃນ ກວຕ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕອລ.

ການຝຶກອົບຮົມຄັ້ງນີ້ແມ່ນເພື່ອຝຶກການນຳໃຊ້ “ ລະບົບກອງປະຊຸມທາງໄກ ( E – Meetings ) ” ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້, ເຂົ້າໃຈ ແລະ ສາມາດນຳໃຊ້ລະບົບເຂົ້າໃນວຽກງານຕົວຈິງໄດ້ ໂດຍສະເພາະການນຳໃຊ້ລະບົບເຂົ້າໃນການຈັດກອງປະຊຸມທາງໄກລະຫວ່າງສູນກາງ ແລະ ທ້ອງຖິ່ນ ເຊິ່ງການຝຶກອົບຮົມຄັ້ງນີ້ເປັນສ່ວນໜຶ່ງຂອງການຍົກປະສິດທິພາບຂອງການປະຕິບັດວຽກງານ ເຊັ່ນ: ແມ່ນການຄຸ້ມຄອງ – ບໍລິຫານລັດແບບທັນສະໄໝ ເພື່ອເຮັດໃຫ້ການປະຕິບັດວຽກງານມີ ຄວາມວ່ອງໄວ, ສະດວກ ແລະ ປະຢັດງົບປະມານ.

ໃນນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ກ່ຽວກັບຈຸດປະສົງຂອງການສ້າງລະບົບ, ຊ໊ອຟແວຣ໌ທີ່ນຳໃຊ້ໃນການສ້າງລະບົບ, ການຕິດຕັ້ງໂປຣແກຣມເສີມໃນການນໍາໃຊ້ລະບົບ, ການຕັ້ງຄ່າ ແລະ ການປະຕິບັດຕົວຈິງ ພ້ອມທັງແລກປ່ຽນຄຳຄິດເຫັນໃນການໃຊ້ລະບົບ ເຊິ່ງແມ່ນຜົນງານການຄົ້ນຄວ້າ – ພັດທະນາຂອງກົມເຕັກໂນໂລຊີດິຈິຕອລໃນໂຄງການຄົ້ນຄວ້າວິທະຍາສາດ.

ກອງປະຊຸມຈັດຂຶ້ນໃນອາທິດຜ່ານມາທີ່ຫ້ອງປະຊຸມຂອງກົມດັ່ງກ່າວ.

( ເນື້ອໃນ: ກົມເຕັກໂນໂລຊີດິຈິຕອລ )