ພາກກາງ – ໃຕ້ ອາກາດຈະຮ້ອນຂຶ້ນ

165

ພາກກາງ ແລະ ພາກໃຕ້ ອາກາດຮ້ອນໃນຕອນບ່າຍ, ຂະນະທີ່ນະຄອນຫຼວງວຽງຈັນ ອຸນຫະພູມຈະເພີ່ມຂຶ້ນຈາກອາທິດແລ້ວ 1 ອົງສາ. ສ່ວນຢູ່ພາກເໜືອອາກາດຍັງຄົງໜາວເຢັນໃນຕອນເຊົ້າ ແລະ ຕອນແລງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 18 ຫາ 24 ພະຈິກ 2019 ວ່າ: ໃນໄລຍະວັນທີ 18 ຫາ 24 ພະຈິກ ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ທີ່ມີກໍາລັງປານກາງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່  ເຊິ່ງຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍ ແລະ ລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ, ສະເພາະຢູ່ແຂວງພາກເໜືອ ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນປາກຊ່ອງ ແລະ ນິຄົມ 34 ອາກາດເຢັນຫາໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນກາງຄືນຫາຕອນເຊົ້າ, ສ່ວນພາກກາງ ແລະ ພາກໃຕ້ ອາກາດຮ້ອນໃນຕອນບ່າຍ ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 18 ຫາ 24 ພະຈິກ ອາກາດເຢັນຫາໜາວເຢັນ ໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ມີລົມພັດແຮງຢູ່ບາງທ້ອງຖິ່ນ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ແຂວງຫົວພັນ ແລະ ຊຽງ ຂວາງ ອຸນຫະພູມຕໍ່າສຸດ 12 – 14 ອົງສາ ແລະ ສູງສຸດ 25 – 27 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 18 ຫາ 24 ພະຈິກ ອາກາດເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ແລະ ຈະມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ແຂວງອຸດົມໄຊ, ຫຼວງນ້ຳທາ, ເມືອງສິງ ແລະ ເມືອງວຽງພູຄາ ອຸນຫະພູມຕໍ່າສຸດ 14 – 16 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ພາກກາງ: ໃນໄລຍະວັນທີ 18 ຫາ 24 ພະຈິກ ອາກາດເຢັນຢູ່ທົ່ວໄປໃນຕອນກາງຄືນຫາຕອນຄ່ຳ ໂດຍສະເພາະຢູ່ທາງດ້ານຕາເວັນອອກຂອງພາກ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕ່ຳສຸດ 20 – 22 ອົງສາ ແລະ ສູງສຸດ 30 – 33 ອົງສາ.

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໄລຍະວັນທີ 18 ຫາ 24 ພະຈິກ ມີເຝື້ອປົກຫຸ້ມເປັນບາງສ່ວນ, ອາກາດຈະເຢັນຫາໜາວເຢັນ ແລະ ມີໝອກບາງປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 11 – 13 ອົງສາ ແລະ ສູງສຸດ 24 – 26 ອົງສາ.

ພາກໃຕ້: ໃນໄລຍະວັນທີ 18 ຫາ 24 ພະຈິກ ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຄຸມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຮ້ອນຂຶ້ນ ອຸນຫະພູມຕ່ຳສຸດ 20 – 22 ອົງສາ ແລະ ສູງສຸດ 30 – 33 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 18 ຫາ 24 ພະຈິກ ອາກາດຍັງຈະເຢັນລົງຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 8 – 10 ອົງສາ ແລະ ສູງສຸດ 22 – 24 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 18 ຫາ 24 ພະຈິກ ມີເຝື້ອປົກຫຸ້ມເປັນບາງສ່ວນ, ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 18 – 20 ອົງສາ ແລະ ສູງສຸດ 32 – 33 ອົງສາ.

ຂະນະທີ່ອຸນຫະພຸມຕ່ຳສຸດໃນວັນທີ 17 ພະຈິກຜ່ານມາ ແມ່ນຢູ່ປາກຊ່ອງ ແຂວງຈຳປາສັກ ວັດແທກໄດ້ 9 ອົງສາ; ເມືອງສິງ ແຂວງຫຼວງນໍ້າທາ 10,3 ອົງສາ; ຫຼວງນໍ້າທາ 11,4 ອົງສາ, ອຸດົມໄຊ 11,5 ອົງສາ.