ມີໜີ້ຕ້ອງຮັບ ບໍ່ທັນໄດ້ຮັບການແກ້ໄຂຂາດຕົວ 1.300 ກວ່າຕື້ກີບ

90

ຍັງມີໜີ້ຕ້ອງຮັບຂອງຂະແໜງສ່ວຍສາອາກອນ ທີ່ບໍ່ທັນໄດ້ຮັບການແກ້ໄຂຂາດຕົວ 1.304 ຕື້ກວ່າກີບ. ໃນນັ້ນ, ຂັ້ນສູນກາງຄຸ້ມຄອງ 623 ຕື້ກວ່າກີບ ແລະ ຂັ້ນທ້ອງຖິ່ນ 680 ຕື້ກວ່າກີບ. ຂະນະທີ່ລັດຖະມົນຕີກະຊວງການເງິນຊີ້ ຫາກອອກໃບທວງໜີ້ 3 ຄັ້ງ ຍັງບໍ່ຈ່າຍແມ່ນຈະແຈ້ງໃຫ້ກະຊວງການຄ້າແຈ້ງໂຈະການດຳເນີນທຸລະກິດຊົ່ວຄາວ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ( ສສຊ ) ໃນວາລະການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 14 ພະຈິກ 2019 ວ່າ: ມາດຕະການແກ້ໄຂຜົນການກວດສອບທີ່ຍັງຄ້າງຄາ ແຕ່ສົກປີ 2014 – 2015 ມາເຖິງປີ 2017 ເຫັນວ່າຍັງບໍ່ທັນໄດ້ຮັບການແກ້ໄຂໃຫ້ຂາດຕົວໄດ້ເທື່ອ. ຕາມການລາຍງານຂອງອົງການກວດສອບແຫ່ງລັດ ເຫັນວ່າຍັງມີໜີ້ຕ້ອງຮັບຈຳນວນຫຼວງຫຼາຍ ເຊິ່ງຈຳນວນໜີ້ຕ້ອງຮັບຂອງຂະແໜງສ່ວຍສາອາກອນທັງໝົດ ລວມມີຍອດຍົກມາຫຼາຍປີມີເຖິງ 1.304 ຕື້ກວ່າກີບ. ໃນນີ້ໜີ້ຂັ້ນສູນກາງຄຸ້ມຄອງ 623 ຕື້ກວ່າກີບປະກອບມີໜີ້ຕ້ອງຮັບທີ່ຕິດພັນກັບລາຍຮັບວິຊາການຂອງ 5 ກະຊວງ ຈຳນວນ 361 ຕື້ກວ່າກີບ; ມີໜີ້ຍອດຍົກມາ 238 ຕື້ ກວ່າກີບ ເຊິ່ງແມ່ນຍອດເງິນເຫຼືອໃນບັນຊີເງິນຝາກຂອງຫົວໜ່ວຍງົບປະມານຂັ້ນສູນກາງ ທີ່ເປີດໄວ້ຢູ່ຄັງເງິນແຫ່ງຊາດ ປີ 2017 ແລະ ຍອດເງິນເຫຼືອໃນບັນຊີເງິນຝາກ ປີ 2018 ຈຳນວນ 122,8 ຕື້ກີບ ທີ່ຍັງບໍ່ທັນໄດ້ມອບເຂົ້າງົບປະມານແຫ່ງລັດ ແລະ ໜີ້ຕ້ອງຮັບທີ່ຕິດພັນກັບຫົວໜ່ວຍທຸລະກິດ 262 ຕື້ກວ່າກີບ. ປະກອບດ້ວຍໜີ້ຕ້ອງຮັບ ຈາກຫົວໜ່ວຍທຸລະກິດທີ່ຕິດພັນໂຄງການລົງທຶນຂອງລັດ ແລະ ໜີ້ຕ້ອງຮັບຄ້າງມອບຂອງບັນດາຫົວໜ່ວຍທຸລະກິດທີ່ບໍ່ຕິດພັນກັບງົບປະມານ.

ຂະນະທີ່ໜີ້ຕ້ອງຮັບທີ່ຂັ້ນທ້ອງຖິ່ນຮັບຜິດຊອບ ມີຈຳນວນ 680 ຕື້ກວ່າກີບ ໃນ 18 ແຂວງນັ້ນ ແມ່ນໜີ້ຕ້ອງຮັບທີ່ຕິດພັນກັບລາຍຮັບວິຊາການ, ໄດ້ຍອດຍົກມາທ້າຍປີ 2017 ຈຳນວນ 583 ຕື້ກວ່າກີບ ແລະ ເກີດຂຶ້ນໃນປີ 2018 ຈຳນວນ 97 ຕື້ ກວ່າກີບ. ໃນຈຳນວນທັງໝົດມີໜີ້ຕ້ອງຮັບຈາກໂຄງການລົງທຶນຂອງລັດ ຈໍານວນ 33 ຕື້ກວ່າກີບ ໂດຍຈຳນວນໜຶ່ງກໍໄດ້ຊຳລະແລ້ວແຕ່ຍັງບໍ່ທັນໄດ້ຖືກປົດອອກຈາກບັນຊີຕິດຕາມໜີ້ຕ້ອງຮັບ ແລະ ໜີ້ຕ້ອງຮັບ ຈາກການກວດກາໄລ່ລຽງຂອງຂະແໜງສ່ວຍສາອາກອນຈາກໜ່ວຍງານຕ່າງໆ ຈຳນວນ 647 ຕື້ກວ່າກີບ.

ທ່ານ ສົມດີ ດວງດີ ກ່າວຕື່ມວ່າ: ສຳລັບການແກ້ໄຂໜີ້ຕ້ອງຮັບຢູ່ຂັ້ນສູນກາງນີ້ ກະຊວງການເງິນ ໄດ້ອອກຄຳແນະນຳກ່ຽວກັບການຄຸ້ມຄອງລາຍຮັບ – ລາຍຈ່າຍຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ ແລະ ລົງກວດກາການຈັດເກັບ – ມອບລາຍຮັບວິຊາການຂອງບັນດາຫົວໜ່ວຍງົບປະມານ ດ້ວຍການອະນຸມັດລາຍຈ່າຍເປັນຖ້ຽວ ໂດຍອີງຕາມຈຳນວນລາຍຮັບທີ່ມອບເຂົ້າງົບປະມານ, ອອກໃບເລັ່ງທວງ 3 ຄັ້ງ ແລະ ຖ້າຍັງບໍ່ຊຳລະແມ່ນຈະສະເໜີກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອແຈ້ງໂຈະການດຳເນີນທຸລະກິດຊົ່ວຄາວ. ໃນຜ່ານມາມີ 1 ບໍລິສັດ ທີ່ໄດ້ແຈ້ງໂຈະຊົ່ວຄາວແລ້ວ ແລະ ຈະໄດ້ສະເໜີດຳເນີນຕາມຂະບວນການຍຸຕິທຳ. ນອກຈາກນັ້ນ, ຈະໄດ້ສືບຕໍ່ປະສານສົມທົບກັບກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ ກວດກາຄືນແຜນການລາຍຈ່າຍປະຈຳປີ 2020 ທີ່ຜ່ານການຮັບຮອງຈາກສະພາແຫ່ງຊາດຂອງບັນດາຫົວໜ່ວຍທຸລະກິດທີ່ມີໜີ້ຄ້າງມອບໃນຜ່ານມາ. ໃນການແກ້ໄຂຢູ່ທ້ອງຖິ່ນ, ກະຊວງການເງິນ ກໍໄດ້ອອກແຈ້ງຕົວເລກໜີ້ຄ້າງມອບຕາມຜົນການກວດສອບ ປີ 2018 ໃຫ້ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ ແລະ ໃຫ້ສັງລວມລາຍງານຜົນການແກ້ໄຂໃຫ້ກະຊວງເປັນແຕ່ລະເດືອນ.

ທ່າງ ນາງ ແສງຄຳ ຊົ່ງຊະນະ ສສຊ ປະຈຳເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ກ່າວວ່າ: ການກວດສອບໜີ້ຕ້ອງຮັບນີ້ ອົງການກວດສອບໄດ້ມີຄວາມພະຍາຍາມກວດສອບເຫັນທຸກມຸມທຸກແຈ ແລະ ກວດເທົ່າໃດກໍພົບເຫັນເພີ່ມຂຶ້ນມາເລື້ອຍໆເປັນຫຼາຍປີ. ການກວດສອບພົບເຫັນຈຳນວນເງິນຫຼາຍນີ້ ອາດຈະນັບແຕ່ປີ 2012 ມາຮອດປີ 2018. ໃນນັ້ນ, ຂ້າພະເຈົ້າເຫັນວ່າມີຫຼາຍໂຄງການ ແລະ ສາເຫດຂອງໜີ້ດັ່ງໃນກໍລະນີແຂວງຊຽງຂວາງ ແມ່ນໄດ້ມີນັກທຸລະກິດມາຢືມ, ໜີ້ຮັບແຂກ, ໜີ້ຊື້ລົດມາຂີ່ ແລະ ກໍລະນີທີ່ໜີ້ນັກທຸລະກິດຢືມຍ້ອນວ່າພວກເຮົາໃຫ້ລົງທຶນກ່ອນ ສະໄໝປີ 2010 ຮອດ 2018 ໝາຍຄວາມວ່າໃຫ້ນັກທຸລະກິດລົງທຶນກ່ອນ ແລະ ລົງທຶນໄປຫຼາຍແລ້ວແຕ່ບໍ່ຊຳລະ ຫຼື ຊຳລະໃຫ້ປີລະ 100 – 200 ລ້ານ ເຮັດໃຫ້ທຸລະກິດນັ້ນຕາຍໄປ ແລ້ວກໍຫາວິທີກັບມາຢືມເງິນ ແລ້ວພາໃຫ້ເກີດມີເງິນໃຕ້ໂຕະເຮັດໃຫ້ມີໜີ້ເພີ່ມຂຶ້ນ. ສະນັ້ນ, ວິທີແກ້ຄືສະເໜີໃຫ້ເກັບກູ້ຄືນມີອັນໃດທີ່ພໍຈະເອົາໄດ້ກໍເອົາ ເພື່ອໃຫ້ເກັບກູ້ໜີ້ໄດ້.

ຂະນະທີ່, ນາງ ວະລີ ເວດສະພົງ ສສຊ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ກ່າວວ່າ: ລາຍຮັບທີ່ກວດພົບແຕ່ບໍ່ມອບເຂົ້າງົບປະມານ ຄວາມຈິງແລ້ວທຸກຄັ້ງທີ່ມີກອງປະຊຸມສະພາພວກເຮົາຈະໄດ້ພົບຄຳນີ້ຕະຫຼອດ ແຕ່ປັດຈຸບັນນີ້ສິ່ງທີ່ປະຊາຊົນຢາກເຫັນຄືຜົນຂອງການແກ້ໄຂກວດສອບນີ້, ຕ້ອງມີການລົງໂທດ ເນື່ອງຈາກວ່າຜູ້ທີ່ເຮັດຜິດແຕ່ບໍ່ມີໂທດ.