ກວດພົບ 3 ຮ້ອຍກວ່າໂຄງການ ບໍ່ຜ່ານການປະເມີນປະມູນ

190

ໂຄງການນອກແຜນ, ໂຄງການບໍ່ໄດ້ປະເມີນ, ໂຄງການບໍ່ໄດ້ປະມູນ ຈໍານວນ 307 ໂຄງການ ມູນຄ່າ 776 ຕື້ກີບ. ຕໍ່ກັບບັນຫາດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ຊີ້ແຈງວ່າ: ຍັງບໍ່ໄດ້ຮັບຜົນການກວດສອບ, ສ່ວນບັນຫາການຈ່າຍຊ້ຳຊ້ອນ, ຈ່າຍເກີນການປະມູນໂຄງການທີ່ໄດ້ຕ່ຳກວ່າມູນຄ່າສະພາຮັບຮອງ ແມ່ນໃຫ້ຂະແໜງການ ແລະ ທ້ອງຖິ່ນເຮັດບົດລາຍງານສົ່ງກະຊວງແຜນການ ແລະ ການລົງທຶນ ຖ້າບໍ່ດັ່ງນັ້ນລັດຈະບໍ່ຊຳລະ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈງບັນດາຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 15 ພະຈິກ 2019 ທີ່ຜ່ານມາວ່າ: ປັດຈຸບັນ ກະຊວງແຜນການ ແລະ ການລົງທຶນ ຍັງບໍ່ໄດ້ຮັບແຈ້ງຜົນການກວດສອບ 307 ໂຄງການ ທີ່ກ່າວມານັ້ນຢ່າງເປັນທາງການເທື່ອ. ສະນັ້ນ, ເມື່ອໃດທີ່ໄດ້ຮັບການແຈ້ງຢ່າງເປັນທາງການ ແລ້ວຈະນໍາເອົາຂໍ້ສະເໜີແນະຂອງຜົນການກວດສອບດັ່ງກ່າວດໍາເນີນຕາມຂັ້ນຕອນກົດໝາຍ ວ່າດ້ວຍການລົງທຶນຂອງລັດ ດ້ວຍການໄຈ້ແຍກແຕ່ລະປະເພດໂຄງການທີ່ບໍ່ສອດຄ່ອງໃຫ້ລະອຽດ, ສ້າງແຜນດໍາເນີນການແກ້ໄຂຢ່າງເປັນລະບົບ ຖ້າຕິດພັນກັບພາກສ່ວນໃດແມ່ນມອບພາກສ່ວນນັ້ນແກ້ໄຂ, ຈະດໍາເນີນການສະເໜີລັດຖະບານໂຈະຊົ່ວຄາວ ການຈັດສັນງົບປະມານໃນສ່ວນທີ່ເຫຼືອໄວ້ກ່ອນ ຈົນກວ່າຈະໃຫ້ໂຄງການທີ່ກ່າວມານັ້ນຜ່ານຕາມຂັ້ນຕອນທາງກົດໝາຍ.

ພ້ອມກັນນັ້ນ, ຈະເພີ່ມທະວີການກວດກາບັນດາການລົງທຶນຂອງລັດໃຫ້ເຂັ້ມງວດຂຶ້ນຕື່ມ, ປະສານສົມທົບກັບສະພາປະຊາຊົນຂັ້ນແຂວງໃນການຕິດຕາມກວດກາຕາມພາລະບົດບາດ, ສະເພາະໂຄງການນອກແຜນແມ່ນຈະໄດ້ປະຕິບັດຕາມຄໍາແນະນໍາຂອງຄະນະກວດກາ ຖ້າໂຄງການໃດສະເໜີໃຫ້ເອົາເຂົ້າແຜນ ກໍແມ່ນຕ້ອງໄດ້ຜ່ານຂະບວນການຕາມຂັ້ນຕອນເສຍກ່ອນ. ຖ້າໂຄງການໃດບໍ່ເຫັນດີໃຫ້ສືບຕໍ່ກໍສະໜີໂຈະຕາມລະບຽບການ ແລະ ຂັ້ນຕອນ.

ທ່ານ ສອນໄຊ ສີພັນດອນ ກ່າວຕື່ມວ່າ: ຕໍ່ກັບການຈ່າຍຊ້ຳຊ້ອນ ແລະ ຈ່າຍເກີນ; ຕາມການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນເບື້ອງຕົ້ນເຫັນວ່າສາເຫດແມ່ນຍ້ອນ: (1) ການຊໍາລະໂຄງການມາຈາກຫຼາຍແຫຼ່ງທຶນ ເຊັ່ນ: ເງິນເກີນແຜນ, ເງິນຊ່ວຍເຫຼືອຈາກຕ່າງປະເທດ; (2) ຂອດການປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງບໍ່ທັນຮັດກຸມ ເຊັ່ນ: ໃນໄລຍະຜ່ານມາເບື້ອງກະຊວງແຜນການ ແລະ ການລົງທຶນ ( ກຜທ )  ແມ່ນໄດ້ມີບົດແນະນໍາ ຫຼື ແຈ້ງການ ເພື່ອໃຫ້ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ສະຫຼຸບສັງລວມທຸກການຊໍາລະຈາກແຫຼ່ງທຶນຕ່າງໆໃຫ້ແຕ່ລະໂຄງການລາຍງານເຖິງ ກຜທ ເພື່ອຫຼີກລຽງການຊໍາລະຊ້ຳຊ້ອນ ຫຼື ເກີນມູນຄ່າ, ແຕ່ກໍຍັງມີຫຼາຍພາກສ່ວນບໍ່ເຂົ້າໃຈ ແລະ ບໍ່ໄດ້ລາຍງານແຫຼ່ງຊໍາລະທີ່ບໍ່ຜ່ານລະບົບງົບປະມານໃຫ້ ກຜທ ເພື່ອຫັກລົບມູນຄ່າໂຄງການອອກຈາກບັນຊີ.

ມາດຕະການໃນຕໍ່ໜ້າ ຖ້າຂະແໜງການທ້ອງຖິ່ນໃດບໍ່ສະຫຼຸບການຊໍາລະຈາກແຫຼ່ງທຶນຕ່າງໆ ລາຍງານມາຍັງ ກຜທ ຖ້າກວດພົບຈະໄດ້ສະເໜີຕໍ່ລັດຖະບານພິຈາລະນາຢຸດຊໍາລະແຫຼ່ງຈາກງົບປະມານ ແລະ ໃຫ້ເອົາຈາກແຫຼ່ງທຶນອື່ນໆທີ່ບໍ່ລາຍງານນັ້ນ ຊໍາລະຕໍ່ໄປຈົນສິ້ນສຸດໂຄງການ.

ຕໍ່ກັບການປະມູນໂຄງການທີ່ມີມູນຄ່າຕ່ຳກວ່າມູນຄ່າສະພາຮັບຮອງ ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ຕາມກົດໝາຍການລົງທຶນຂອງລັດ ເລກທີ 72, ພາຍຫຼັງທີ່ສະພາແຫ່ງຊາດ ຫຼື ສະພາປະຊາຊົນຂັ້ນແຂວງ ໄດ້ຮັບຮອງແຜນການລົງທຶນຂອງລັດປະຈໍາປີແລ້ວ ກະຊວງ – ອົງການ ແລະ ທ້ອງຖິ່ນທີ່ເປັນເຈົ້າຂອງໂຄງການມີໜ້າທີ່ຈັດຕັ້ງປະຕິບັດໂຄງການ ໂດຍເລີ່ມຈາກການແຕ່ງຕັ້ງຄະນະຮັບຜິດຊອບໂຄງການ, ຈັດຕັ້ງການປະມູນໂຄງການ ເພື່ອຄັດເລືອກຜູ້ທີ່ມີເງື່ອນໄຂດີສຸດ ແລະ ມູນຄ່າສົມເຫດສົມຜົນເປັນຜູ້ຈັດຕັ້ງປະຕິບັດໂຄງການ. ຈາກນັ້ນ, ຈຶ່ງດໍາເນີນການເຊັນສັນຍາ ແລະ ຈັດຕັ້ງປະຕິບັດໂຄງການ, ພາຍຫຼັງການປະມູນທີ່ໄດ້ມູນຄ່າທີ່ຖືກຕ້ອງ ແລະ ຮັບຮອງຈາກຄະນະກໍາມະການແລ້ວ ເຈົ້າຂອງໂຄງການຈະສະຫຼຸບລາຍງານໃຫ້ຂະແໜງການເພື່ອເອົາມູນຄ່າດັ່ງກ່າວເຂົ້າໃນບ້ວງມູນຄ່າຊໍາລະຂອງໂຄງການໃນຕາຕະລາງການລົງທຶນຂອງລັດ ເພື່ອເປັນບ່ອນອີງໃນການຊໍາລະສະສາງ ( ການຊໍາລະສະສາງບໍ່ໄດ້ອີງໃສ່ມູນຄ່າທີ່ສະພາຮັບຮອງ ແຕ່ອີງໃສ່ມູນຄ່າຕາມສັນຍາພາຍຫຼັງການປະມູນ ). ສະນັ້ນ, ການຫັກລົບມູນຄ່າອອກຈາກມູນຄ່າທີ່ສະພາຮັບຮອງນັ້ນ ຈຶ່ງບໍ່ຕິດພັນກັບມູນຄ່າຊໍາລະທີ່ແມ່ນມູນຄ່າປະມູນ ເຊິ່ງໄດ້ມີໃນຕາຕະລາງລົງທຶນຂອງລັດແລ້ວ.

[ ຂ່າວ: ສົມລົດ; ຮູບ: ສຸກສະຫວັນ ]