ວິທີປ້ອງກັນການຫຼັບໃນລະຫວ່າງຂັບລົດ

89

ພາວະຫຼັບໃນ ຫຼື ອາການຫຼັບໃນ ເປັນໜຶ່ງໃນສາເຫດຫຼັກທີ່ກໍ່ໃຫ້ເກີດອຸບັດເຫດຕາມເສັ້ນທາງ ຫຼື ທ້ອງຖະໜົນ ເຊິ່ງບໍ່ມີໃຜຢາກໃຫ້ເກີດເລື່ຶອງແບບນີ້ຂຶ້ນ ມື້ນີ້ຄໍລໍາລົດຈະພາທ່ານຜູ້ອ່ານມາຮູ້ວິທີປ້ອງກັນການຫຼັບໃນ.

ພາວະຫຼັບໃນ ຫຼື ອາການຫຼັບໃນແມ່ນຫຍັງ?, ພາວະຫຼັບໃນຄືການຫຼັບແບບຊົ່ວຄາວ ໂດຍທີ່ບໍ່ຮູ້ຕົວໃນໄລຍະເວລາສັ້ນໆ ປະມານ 1 – 2 ວິນາທີ ຫຼື ບາງທ່ານອາດຫຼາຍກວ່ານັ້ນ ເຊິ່ງຟັງຄືວ່າບຶດດຽວແຕ່ຖ້າຂັບລົດມາດ້ວຍຄວາມໄວ 90 ກິໂລແມັດຕໍ່ຊົ່ວໂມງ ລົດສາມາດເຄື່ອນທີ່ໄປໄດ້ໄກ ເຖິງ 25 – 50 ແມັດ ເຊິ່ງອາດນໍາມາສູ່ຄວາມສູນເສຍ ຫຼື ອຸບັດເຫດຮ້າຍແຮງ.

ສາເຫດຂອງການຫຼັບໃນເກີດຂຶ້ນໄດ້ກັບທຸກຄົນ ໂດຍມີສາເຫດຫຼັກແມ່ນມາຈາກການພັກຜ່ອນບໍ່ພຽງພໍ ຫຼື ນອນໜ້ອຍ. ນອກຈາກນີ້, ຮູບແບບການດໍາລົງຊີວິດຂອງທ່ານເອງ ຫຼື ຜົນຂ້າງຄຽງຈາກການກິນຢາບາງຊະນິດ, ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ພະຍາດປະຈໍາຕົວ ກໍມີສ່ວນເພີ່ມຄວາມສ່ຽງຂອງການຫຼັບໃນໄດ້ເຊັ່ນກັນ.

ວິທີການປ້ອງກັນການຫຼັບໃນລະຫວ່າງຂັບລົດ ມີດັ່ງນີ້:

1 ນອນຫຼັບໃຫ້ພຽງພໍ: ຢ່າງໜ້ອຍຕ້ອງນອນ 7 – 8 ຊົ່ວໂມງ ຈຶ່ງຈະຊ່ວຍໃຫ້ຮ່າງກາຍສົດຊື່ນ, ສະໝອງເຮັດວຽກປົກກະຕິ ແລະ ມີປະສິດທິພາບ, ມີສະມາທິໃນການຂັບລົດ. ຈາກການສຶກສາພົບວ່າຜູ້ຂັບລົດທີ່ນອນໜ້ອຍກວ່າ 5 ຊົ່ວໂມງຕໍ່ມື້ ມີໂອກາດປະສົບອຸບັດເຫດຫຼາຍ ກວ່າຄົນທີ່ນອນເຕັມອີ່ມເຖິງ 5 ເທົ່າ.

2 ປັບຕາຕະລາງນອນໃນຊີວິດປະຈໍາວັນ: ບາງຄັ້ງການຢຸດພັກຜ່ອນລ່ວງໜ້າຢ່າງໜ້ອຍ 8 ຊົ່ວໂມງອາດບໍ່ພຽງພໍ ເພາະຫຼາຍຄົນພົບບັນຫານອນຫຼັບບໍ່ສະນິດຕິດຕໍ່ກັນຫຼາຍອາທິດ ເຊິ່ງເຮັດໃຫ້ເກີດອາການເຫງົານອນຢູ່ຕະຫຼອດເວລາ ແລະ ສ່ຽງຕໍ່ການຫຼັບໃນເວລາຂັບລົດ. ດັ່ງນັ້ນ, ຄວນປັບຕາຕະລາງນອນໃນຊີວິດປະຈໍາວັນໃຫ້ພໍດີ ຢ່າງໜ້ອຍຄວນພັກຜ່ອນເຕັມທີ່ຢ່າງໜ້ອຍຕິດຕໍ່ກັນ 3 – 4 ອາທິດ.

3 ແວ່ພັກລະຫວ່າງທາງ: ໃນລະຫວ່າງການຂັບລົດ, ສະໝອງ ແລະ ຮ່າງກາຍຂອງຜູ້ຂັບຂີ່ຕ້ອງເຮັດວຽກໜັກໄປພ້ອມກັນ, ສົ່ງຜົນໃຫ້ເກີດອາການອິດເມື່ອຍຍິ່ງຕອນກາງຄືນຍິ່ງສຽງຕໍ່ການຫຼັບໃນ, ທາງທີ່ດີຄວນຢຸດພັກທຸກໆ 2 ຊົ່ວໂມງ ຫຼື 160 ກິໂລແມັດ ເພື່ອລ້າງໜ້າ, ເຂົ້າຫ້ອງນໍ້າຕາມປໍ້ານໍ້າມັນຕ່າງໆ.

4 ງົດເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາທີ່ມີຜົນຂ້າງຄຽງ: ກ່ອນຂັບລົດ ຫຼື ຂະນະເດີນທາງ ຄວນງົດເຄື່ອງດື່ມທີ່ມີທາດເຫຼົ້າທຸກຊະນິດຢ່າງເດັດຂາດ ເພາະປະລິມານທາດເຫຼົ້າໃນຮ່າງກາຍພຽງໜ້ອຍດຽວກໍມີຜົນເຮັດໃຫ້ ຄວາມສາມາດໃນການຂັບລົດຫຼຸດລົງ. ນອກນີ້, ຄວນງົດການກິນຢາລະງັບປະສາດ, ຢາແກ້ປວດ ຫຼື ຢາອື່ນໆທີ່ອອກຫຼິດເຮັດໃຫ້ເຫງົານອນ.

5 ຫຼີກລຽງການຂັບລົດໃນເວລາ 24:00 – 7:00 ໂມງ: ເນື່ອງຈາກໄລຍະ 24:00 – 7:00 ໂມງ ຄົນສ່ວນໃຫຍ່ຈະລຶ້ງເຄີຍກັບການນອນຫຼັບໃນເວລານີ້. ດັ່ງນັ້ນ, ລະຫວ່າງຂັບລົດອາດເກີດເຫງົານອນ ຫຼື ຫຼັບໃນໄດ້.

6 ພາໝູ່ ຫຼື ເພື່ອນຮ່ວມທາງໄປນໍາກັນ: ມີຜູ້ໂດຍສານຮ່ວມເດີນທາງບໍ່ພຽງແຕ່ຈະຊ່ວຍສົນທະນາ ແຕ່ຍັງຊ່ວຍຈັບຕາເບິ່ງການຂັບຂີ່ຂອງທ່ານ ແລະ ເຕືອນທ່ານເມື່ອມີອາການອ່ອນເພຍ ອີກທັງຍັງສາມາດຂັບລົດປ່ຽນທ່ານໄດ້.

7 ໃຊ້ຄາເຟອິນ ຫຼື ກິນອາຫານທີ່ແກ້ເຫງົານອນ: ການໃຊ້ຄາເຟອິນເປັນອີກວິທີໜຶ່ງທີ່ງ່າຍ ເປັນຕົ້ນແມ່ນດື່ມກາເຟ, ຊາ, ໂກໂກ້, ເຄື່ອງດື່ມຊູກໍາລັງ, ສ່ວນອາຫານແກ້ເຫງົານອນແມ່ນນໍ້າດື່ມສະອາດທີ່ເຢັນ, ອາຫານທີ່ມີລົດເຜັດ, ສົ້ມ ແລະ ອື່ນໆ.

( ຂໍ້ມູນຈາກ:  mertonauto.com, thesun.co.uk )