ເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ – ອາເມຣິກາ

211

ກະຊວງສາທາລະນະສຸກ ຮ່ວມມືກັບ ສະຫະລັດອາເມຣິກາ ເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ  ລາວ – ອາເມຣິກາ ໃນວັນທີ 14 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ ເພື່ອຊ່ວຍປັບປຸງວຽກງານໂພຊະນາການຂອງປະຊາຊົນລາວ ໂດຍສະເພາະເດັກນ້ອຍ ໂດຍການເຂົ້າຮ່ວມຂອງທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ໂຄລິນ ຄຣອສບີ ອຸປະທູດສະຫະລັດອາເມຣິກາ ປະຈຳລາວ ແລະ ທ່ານ ພົົນຈັດຕະວາ ໂທມາສ ເຈ ທິກເນີ ຜູ້ບັນຊາການ ແລະ ວິສະວະກອນຂັ້ນກອງພົນ ສຳລັບພະແນກມະຫາສະໝຸດປາຊີຟິກ ຂອງກອງວິສະວະກອນກອງທັບສະຫະລັດ ( USACE ) ເຂົ້າຮ່ວມພິທີຕັດແຖບຜ້າ ເພື່ອເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ     ລາວ – ອາເມຣິກາດັ່ງກ່າວຢ່າງເປັນທາງການ.

ທ່ານອຸປະທູດສະຫະລັດອາເມຣິກາ ປະຈຳລາວ ກ່າວບາງຕອນວ່າ: ສະຖາບັນແຫ່ງນີ້ແມ່ນລັດຖະບານ ແລະ ປະຊາຊົນ ອາເມຣິກາ ມອບໃຫ້ແກ່ປະຊາຊົນ ແລະ ລັດຖະບານ ສປປ ລາວ ທັງຈະຊ່ວຍເພີ່ມທະວີສາຍພົວພັນລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ຈະຊ່ວຍປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວໃນທົ່ວປະເທດໃຫ້ດີຂຶ້ນ.

ການເປີດງານໃນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງໄລຍະທຳອິດຂອງໂຄງການ ຈາກຈຳນວນສອງໄລຍະທີ່ໄດ້ຮັບທຶນຈາກ USACE. ສະຖາບັນແຫ່ງນີ້ປະກອບດ້ວຍໂຄງການລິເລີ່ມດ້ານໂພຊະນາການ LANI ເຊິ່ງເປັນໂຄງການຫ້າປີທີ່ໄດ້ຮັບທຶນສະໜັບສະໜູນຈາກອົງການພັດທະນາສາກົນ ສະຫະລັດອາເມຣິກາ USAID ເຊິ່ງຈະປະກອບສ່ວນຊ່ວຍໃນການພັດທະນາຄວາມເປັນຜູ້ນຳທາງດ້ານວິຊາການ ແລະ ການຄົ້ນຄວ້າ ໂດຍການເຮັດວຽກຮ່ວມກັນ ແລະ ມີສ່ວນຮ່ວມກັບບັນດາມະຫາວິທະຍາໄລແຖວໜ້າຂອງອາເມຣິກາ. ສະຖານທີ່ແຫ່ງນີ້ຈະເປັນສະຖານທີ່ເຮັດວຽກຮ່ວມກັນລະຫວ່າງ ສະຖາບັນໂພຊະນາການແຫ່ງຊາດລາວ ແລະ ກິດຈະກຳຂອງສູນ LANI ເຊິ່ງເຈົ້າໜ້າທີ່ຈາກສະຫະລັດອາເມຣິກາ ຈະໄດ້ເຮັດວຽກຮ່ວມກັນກັບວິຊາການ ຈາກ ສປປ ລາວ ເພື່ອຈັດຕັ້ງປະຕິບັດວຽກງານເຮັດການຄົ້ນຄວ້າໃນທ້ອງຖິ່ນ ເພື່ອຊອກຫາວິທີການແກ້ໄຂຄວາມທ້າທາຍທາງດ້ານໂພຊະນາການ ແລະ ພັດທະນາໝາກຜົນດ້ານວຽກງານໂພຊະນາການໃນຊຸມຊົນພາຍໃນປະເທດ ໂດຍສະເພາະບັນດາເດັກນ້ອຍໃນ ສປປ ລາວ, ເປົ້າໝາຍອັນສຳຄັນທີ່ສຸດກໍຄືການສ້າງສູນທີ່ມີປະໂຫຍດໃນການສົ່ງເສີມໃຫ້ກະຊວງສາທາລະນະສຸກໃນການພັດທະນາທາງດ້ານແຜນງານດ້ານໂພຊະນາການ ແລະ ການພັດທະນາສຸຂະພາບໃຫ້ແກ່ປະຊາຊົນໃນທົ່ວປະເທດ.