ກະຊວງ ອຄ ສໍາເລັດການຮຽນທິດສະດີການເມືອງການປົກຄອງໄລຍະສັ້ນ

178

ບຸກຄະລາກອນ 45 ສະຫາຍ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ສໍາເລັດການຮຽນທິດສະດີການເມືອງ – ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ 7 ປີ 2019 ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ໂດຍສະເພາະທິດສະດີມາກ – ເລນິນ, ເພື່ອໃຫ້ກໍາແໜ້ນແນວທາງນະໂຍບາຍຂອງພັກ – ລັດຖະບານໃນໄລຍະປ່ຽນແປງໃໝ່.

ຊຸດຝຶກອົບຮົມດັ່ງກ່າວເລີ່ມແຕ່ວັນທີ 16 ກັນຍາ ແລະ ປິດລົງໃນບ່າຍວັນທີ 15 ພະຈິກ 2019 ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງ ອຄ, ທ່ານ ແສງແກ້ວ ວົງລໍາພັນ ຮອງຫົວໜ້າສະຖາບັນການເມືອງການປົກຄອງແຫ່ງຊາດ ພ້ອມດ້ວຍສໍາມະນາກອນອ້ອມຂ້າງກະຊວງ ອຄ 45 ສະຫາຍ.

ທ່ານ ນາງ ຈັນສຸກ ແສງພະຈັນ ຫົວໜ້າກົມ ຈັດຕັ້ງພະນັກງານກະຊວງ ອຄ ກ່າວວ່າ: ຊຸດຝຶກອົບຮົມທິດສະດີການເມືອງການປົກຄອງໄລຍະສັ້ນ 45 ວັນ ໄດ້ມີຜົນສໍາເລັດຕາມລະດັບເປົ້າໝາຍ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້, ຄວາມສາມາດກໍາແໜ້ນໄດ້ແນວທາງນະໂຍບາຍຂອງພັກ – ລັດຖະບານ ໂດຍສະເພາະແມ່ນທິດສະດີມາກ – ເລນິນ ເພື່ອໝູນໃຊ້ໃນວຽກງານວິຊາສະເພາະຂອງຕົນເອງໃຫ້ປະສົບຜົນສໍາເລັດເປັນກ້າວໆ.

ທ່ານ ພັນທອງ ພິດທຸມມາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງສໍາມະນາກອນໃນຄັ້ງນີ້ ພ້ອມຮຽກຮ້ອງໃຫ້ຜູ້ທີ່ສໍາເລັດນໍາເອົາ ຄວາມຮູ້, ບົດຮຽນທີ່ໄດ້ຈາກ ຄູ – ອາຈານ ເພື່ອຜັນຂະຫຍາຍເຂົ້າໃສ່ວຽກງານວິຊາສະເພາະເຊີດຊູຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ – ລັດເຮົາ ປະຕິບັດວຽກງານໃຫ້ສອດຄ່ອງຕາມແຜນພັດທະນາເສດຖະກິດທີ່ລັດຖະບານວາງອອກໃຫ້ປະສົບຜົນສໍາເລັດສູງໃນແຕ່ລະໄລຍະ.

[ ຂ່າວ: ພຸດຕີ້; ຮູບ: ວິລະສັກ ]