ແລກປ່ຽນບົດຮຽນບັນດາໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອ ຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ

88
????????????????????????????????????

ກອງປະຊຸມແລກປ່ຽນບົດຮຽນ ປະຈຳປີ 2019 ຂອງບັນດາໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ຈັດຂຶ້ນລະຫວ່າງວັນທີ 14 – 15 ພະຈິກ 2019 ທີ່ຫ້ອງປະຊຸມໂຮງແຮມສິນສະໃໝ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ສີພັນດອນ ສີຫາວົງ ຮັກສາການຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຕາງໜ້າຫົວໜ້າພະແນກທີ່ກ່ຽວຂ້ອງ, ຫົວໜ້າໂຄງການ ແລະ ຮອງຫົວໜ້າໂຄງການທີ່ໄດ້ຮັບທຶນດັ່ງກ່າວໃນ 8 ແຂວງ.

ກອງປະຊຸມກໍໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນແຕ່ລະແຂວງ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງໂຄງການ, ກິດຈະກຳ ແລະ ການມີສ່ວນຮ່ວມຕ່າງໆ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໂຄງການ ພ້ອມທັງງົບປະມານ, ແຜນການທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າຂອງໂຄງການດັ່ງກ່າວ ໃນ 8 ແຂວງນີ້ ມີທັງໝົດ 14 ໂຄງການ ເປັນຕົ້ນແມ່ນ: ໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນພູເກົ້າ, ພູນາກ ແລະ ໂຄງການສ້າງຄວາມສາມາດໃນການປະເມີນຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ ແຂວງສາລະວັນ, ໂຄງການຄຸ້ມຄອງພູພຽງບໍລະເວນ ເຂດເມືອງປາກຊ່ອງ ແຂວງຈຳປາສັກ ເຊິ່ງໃນ 14 ໂຄງການນີ້ ມີມູນຄ່າທັງໝົດ 7 ຕື້ກວ່າກີບ, ໂດຍເປັນທຶນຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ.

ທ່ານ ສີພັນດອນ ສີຫາວົງ ໄດ້ຍົກໃຫ້ເຫັນກ່ຽວກັບບັນຫາດິນຟ້າອາກາດ ພ້ອມດ້ວຍຜົນກະທົບຕ່າງໆ, ໃນປັດຈຸບັນດັ່ງທີ່ໄດ້ເຫັນນຳກັນ ເປັນຕົ້ນບັນຫາໄພນໍ້າຖ້ວມ, ໄພແຫ້ງແລ້ງ, ການຖິ້ມຂີ້ເຫຍື້ອ, ຈູດຂີ້ເຫຍື້ອ ແລະ ຖິ້ມຂີ້ເຫຍື້ອຊະຊາຍ ໂດຍທີ່ບໍ່ໄດ້ຄຳນຶງເຖິງຜົນກະທົບຕໍ່ສິ່ງແວດລ້ອມ ເປັນຕົ້ນຖົງຢາງທີ່ມີຜົນກະທົບຫຼາຍຕໍ່ສິ່ງແວດລ້ອມ ແລະ ບັນຫາອື່ນໆ. ນອກຈາກນັ້ນ, ກໍແມ່ນການຈັດສັນເນື້ອທີ່ດິນປະເພດຕ່າງໆ, ການປົກປັກຮັກສາຊັບພະຍາກອນທຳມະຊາດປ່າໄມ້ ເພາະວ່າໃນຕໍ່ໜ້າຕາມແຜນເນື້ອທີ່ປ່າໄມ້ໃຫ້ເນື້ອທີ່ປົກຄຸມ 70% ຂຶ້ນໄປ, ຕ້ອງໄດ້ເປັນເຈົ້າການນໍາກັນໃນການປົກປັກຮັກສາ ເພື່ອເຮັດໃຫ້ສະພາບດິນຟ້າອາກາດມີຄວາມສົມດຸນກັນ, ການສ້າງແຜນ, ກຳນົດແຜນ, ກິດຈະກຳຕ່າງໆທີ່ຈະເຮັດ, ພ້ອມດ້ວຍງົບປະມານຕ້ອງໃຫ້ມັນຊັດເຈນຈະແຈ້ງລະອຽດ, ພ້ອມດ້ວຍບົດສະຫຼຸບລາຍງານຕ່າງໆ. ທັງນີ້, ກໍເພື່ອເຮັດໃຫ້ ວຽກງານດັ່ງກ່າວໄດ້ຮັບຜົນດີ.

[ ຮູບ – ຂ່າວ: ສິດຕາ ເພັດວົງສາ ]