ລາວເປັນເຈົ້າພາບຈັດການແຂ່ງຂັນກີລາບານເຕະຄົນພິການສະໝອງ – ປັນຍາ ປະເທດລຸ່ມແມ່ນໍ້າຂອງ

175

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ຈັດພິທີຖະແຫຼງຂ່າວໃນວັນທີ 15 ພະຈິກຜ່ານມາ ກ່ຽວກັບການແຂ່ງຂັນກີລາບານເຕະຄົນພິການທາງສະໝອງ – ປັນຍາ 5 ປະເທດລຸ່ມແມ່ນໍ້າຂອງ ຄັ້ງທີ 9 ທີ່ ສປປ ລາວ ເປັນເຈົ້າພາບ, ໂດຍການເຂົ້າຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ, ປະທານຜູ້ປະຈຳການປະທານຄະນະກຳມະການແຫ່ງຊາດ ເພື່ອຄົນພິການກ່ຽວກັບການຈັດການແຂ່ງຂັນກີລາບານເຕະຄົນພິການສະໝອງ – ປັນຍາ ພ້ອມດ້ວຍຕາງໜ້າບັນດາກະຊວງ, ອົງການອ້ອມຂ້າງ ແລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ການຈັດການແຂ່ງຂັນກີລາບານເຕະຄົນພິການທາງສະໝອງ – ປັນຍາ ໃນປະເທດລຸ່ມແມ່ນໍ້າຂອງ ຄັ້ງທີ 9 ນີ້ ຍັງຖືເປັນການປະຕິບັດພັນທະສາກົນທີ່ ສປປ ລາວ ເປັນພາຄີ ອັນຈະເປັນໂອກາດດີໃຫ້ການພັດທະນາຄູຝຶກ, ວິທີການບໍລິຫານໃນການຈັດການແຂ່ງຂັນ ແລະ ເປັນໂອກາດໃຫ້ນັກກີລາພິການທາງສະໝອງ – ປັນຍາຂອງລາວ ໄດ້ແລກປ່ຽນບົດຮຽນ, ສະແດງ ຄວາມສາມາດຂອງຕົນສູ່ເວທີພາກພື້ນ ແລະ ສາກົນໃຫ້ນັບມື້ ກວ້າງອອກໄປເລື້ອຍໆ ເຊິ່ງການແຂ່ງຂັນກີລາບານເຕະຄົນພິການທາງສະໝອງ – ປັນຍາ ຄັ້ງທີ 9 ນີ້ ຈະຈັດຂຶ້ນລະຫວ່າງວັນທີ 27 – 28 ພະຈິກ 2019 ທີ່ສະໜາມກີລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ.

ທ່ານ ຄຳແພງ ໄຊສົມແພງ ຍັງກ່າວຕື່ມວ່າ: ໄລຍະຜ່ານມາ ລັດຖະບານລາວໄດ້ສົ່ງເສີມ ແລະ ເອົາໃຈໃສ່ພັດທະນາກີລາຄົນພິການມາໂດຍຕະຫຼອດ ເຊິ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບພາຣາແລັມປິກ ແລະ ສະເປໂຊໂອແລັມປິກ ເພື່ອສົ່ງເສີມໃຫ້ຄົນພິການໄດ້ຫຼິ້ນກີລາຕາມເງື່ອນໄຂ ແລະ ຄວາມສາມາດຂອງຕົນ. ນອກນັ້ນ, ຍັງໄດ້ສົ່ງນັກກີລາພິກາ ເຂົ້າແຂ່ງຂັນໃນລະດັບປະເທດ, ພາກພື້ນ ແລະ ລະດັບໂລກເປັນຕົ້ນ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ລອສແອງເຈີລິສ ສະຫະລັດອາເມຣິກາ ແລະ ນະຄອນອາບູດາບີ ສະຫະລັດອາຣັບເອເມເຣັດ ເຊິ່ງສາມາດຍາດໄດ້ຫຼຽນຄໍາ 5 ຫຼຽນ, ຫຼຽນເງິນ 3 ຫຼຽນ ແລະ ຫຼຽນທອງ 6 ຫຼຽນ.

ນອກນັ້ນ, ທ່ານຍັງຮຽກຮ້ອງໃຫ້ແຕ່ລະພາກສ່ວນຈົ່ງຮ່ວມແຮງຮ່ວມໃຈກັນເປັນເຈົ້າພາບ ພ້ອມທັງໃຫ້ການຊ່ວຍເຫຼືອສະໜັບສະໜູນທາງດ້ານທຶນຮອນ, ອຸປະກອນການກີລາຕາມເງື່ອນໄຂຄວາມສາມາດຂອງຕົນ ເພື່ອສ້າງໂອກາດໃຫ້ຜູ້ດ້ອຍໂອກາດໄດ້ຮັບການພັດທະນາ ແລະ ມີສ່ວນຮ່ວມກັບສັງຄົມຫຼາຍຂຶ້ນ ເພື່ອ ” ສ້າງຄວາມສາມັກຄີປອງດອງ, ສີວິໄລ ແລະ ຍຸຕິທຳ “.

[ ຂ່າວ: ກາວຊົ່ງ; ຮູບ: ວິລະສັກ ]