ປັບນໍ້າມັນແອັດຊັງຂຶ້ນ 130 ກີບ ສ່ວນກາຊວນຂຶ້ນ 20 ກີບຕໍ່ລິດ

154

ລັດປະກາດປັບຂຶ້ນລາຄານໍ້າມັນ ເລີ່ມ 6:00 ໂມງ ນັບແຕ່ວັນທີ 16 ພະຈິກເປັນຕົ້ນໄປ. ໃນນັ້ນ, ປັບແອັດຊັງພິເສດ 50 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບ 130 ກີບຕໍ່ລິດ ແລະ ກາຊວນປັບຂຶ້ນ 20 ກີບຕໍ່ລິດ.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 1637/ອຄ.ກຄພນ ລົງວັນທີ 15 ພະຈິກ 2019 ເຖິງສະມາຄົມມໍ້າມັນເຊື້ອໄຟ ແລະ ອາຍແກ໊ສບັນດາບໍລິສັດນໍ້າມັນເຊື້ອໄຟ ເລື່ອງການປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ.

ການປັບລາຄາຄັ້ງນີ້ ໄດ້ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດ ຄື: ແອັດຊັງພິເສດ ປັບຂຶ້ນ 50 ກີບຕໍ່ລິດ ຈາກ 10.510 ກີບຕໍ່ລິດ ເປັນ 10.560 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບຂຶ້ນ 130 ກີບຕໍ່ລິດ ຈາກ 9.110 ກີບຕໍ່ລິດ ເປັນ 9.240 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 20 ກີບຕໍ່ລິດ ຈາກລາຄາ 8.610 ກີບຕໍ່ລິດ ເປັນ 8.630 ກີບຕໍ່ລິດ.

ການຄິດໄລ່ເສຍພັນທະ ແລະ ທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 1288 /ກຄພນ.ຄສລ ລົງວັນທີ 15 ພະຈິກ 2019 ຈົນກວ່າຈະມີການປ່ຽນແປງ, ໃຫ້ບັນດາ ບໍລິສັດ ນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນໃຫ້ບໍລິການຢ່າງເປັນປົກກະຕິ.