ບໍລິສັດ ນໍ້າຕານ ມິດລາວ ຈະສົ່ງເສີມປະຊາຊົນຜະລິດອ້ອຍອິນຊີ

624

ບໍລິສັດ ນໍ້າຕານ ມິດລາວ ຈຳກັດ ຕັ້ງເປົ້າຈະສົ່ງເສີມໃຫ້ຊາວສວນຜະລິດອ້ອຍອິນຊີ ໃຫ້ໄດ້ 100% ໃນປີ 2021 – 2022 ຂະນະທີ່ປີຜ່ານມາ ສາມາດເກັບອ້ອຍເຂົ້າຫີບໄດ້ຫຼາຍກວ່າ 5,6 ແສນໂຕນ ຫຼາຍທີ່ສຸດນັບແຕ່ສ້າງຕັ້ງບໍລິສັດ ສາມາດຜະລິດນ້ຳຕານ ໄດ້ 70 ພັນກວ່າໂຕນ.

ທ່ານ ອະທິພອນ ຣາຫຸນປານ  ຄະນະກຳມະການຜູ້ຈັດການ ບໍລິສັດ ນໍ້າຕານ ມິດລາວ ຈໍາກັດ ກ່າວໃນງານພົບປະຊາວສວນອ້ອຍໃນອາທິດຜ່ານມາວ່າ: ປີທີ່ຜ່ານມາສາມາດເກັບອ້ອຍເຂົ້າຫີບໄດ້ຫຼາຍກວ່າ 5,6 ແສນໂຕນ   ເປັນປີທີ່ໄດ້ອ້ອຍເຂົ້າຫີບຫຼາຍທີ່ສຸດຕັ້ງແຕ່ສ້າງຕັ້ງ ບໍລິສັດ ນໍ້າຕານ ມິດລາວ ມາເປັນເວລາ 11 ປີ ແລະ ສາມາດຜະລິດນໍ້າຕານໄດ້ຫຼາຍກວ່າ 70,2 ພັນໂຕນ ແລະ ນໍ້າຕານທັງໝົດກໍສາມາດສົ່ງຂາຍໄປບັນດາປະເທດອີຢູ, ຫວຽດນາມ ແລະ ຈໍາໜ່າຍໃນ ສປປ ລາວ. ຫຼັງຈາກນີ້, ກໍຈະໄດ້ສ້າງຕົວເລກສະຖິຕິກັນໃໝ່ ເພາະວ່າຊາວສວນອ້ອຍຂອງ ບໍລິສັດ ນໍ້າຕານ ມິດລາວ ຖ້າຢູ່ໃນການຜະລິດອ້ອຍແບບເກົ່າທີ່ໃຊ້ປຸ໋ຍເຄມີ ສິ່ງທີ່ຈະເກີດຂຶ້ນແມ່ນຜົນກະທົບຂອງຊາວສວນອ້ອຍ, ຊຸມຊົນ ແລະ ປະຊາຊົນທຸກຄົນ ຖ້າຢຸດໃຊ້ສານເຄມີກໍຈະເປັນປະໂຫຍດ ກັບທຸກໆຄົນ ຄາດວ່າໃນປີ   2021 – 2022 ຈະຫັນປ່ຽນເປັນອ້ອຍອິນຊີ 100%.

ທ່ານເຜີຍເຖິງຈຸດປະສົງຂອງການຈັດງານພົບປະຊາວສວນ ວ່າ: ເພື່ອເປັນການຮວບຮວມຊາວສວນອ້ອຍມາພົບປະກັນປະຈຳປີ ໂດຍຈະໄດ້ມີການແລກປ່ຽນຄວາມເຫັນເຊິ່ງກັນ ແລະ ກັນ, ໄດ້ມີໂອກາດໄດ້ເຫັນການຈັດເທດສະການ, ໄດ້ມີໂອກາດໄດ້ອອກຈາກຮ້ານຄ້າການສະແດງສິນຄ້າຕ່າງໆ ແລະ ເປັນການກຽມພ້ອມເປີດຫີບຜະລິດລະດູປີ 2019 – 2020 ເຊິ່ງຈະເປີດຫີບອ້ອຍອໍການິກກ່ອນທີ່ຈະເປີດຫີບອ້ອຍໃນວັນທີ 20 ພະຈິກ ແລະ ໃຫ້ຈົບໃນຕົ້ນເດືອນທັນວານີ້.

ຈາກນັ້ນ, ໃນພິທີ ທ່ານ ອ່ອນລຳພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ກໍໄດ້ກ່າວເປີດງານຢ່າງເປັນທາງການວ່າ: ໃນແຕ່ລະປີ ບໍລິສັດ ນໍ້າຕານ ມິດລາວ ໄດ້ຈັດງານພົບປະປະຈຳປີເປັນປະເພນີທີ່ສືບທອດມາ ແຕ່ສ້າງຕັ້ງບໍລິສັດຂຶ້ນ ພາຍຫຼັງປູກອ້ອຍໝົດລະດູຝົນຈະໄດ້ໃຫ້ຊາວສວນອ້ອຍໄດ້ແລກປ່ຽນ ແລະ ເຫັນການເຄື່ອນໄຫວຂອງບໍລິສັດທີ່ຈັດຂຶ້ນ ເພື່ອສ້າງຄວາມເຊື່ອຖືໃນການຈັດຕັ້ງປະຕິບັດ ເພື່ອໃຫ້ສົມກັບຄຳຂວັນບໍລິສັດ ຮ່ວມກັນຢູ່ຮ່ວມກັນພັດທະນາ ເພື່ອໃຫ້ຊາວສວນອ້ອຍມີ ຄວາມເຊື່ອໝັ້ນຕໍ່ບໍລິສັດ.

ຈາກນັ້ນ, ຊາວສວນອ້ອຍກໍໄດ້ຮັບຟັງການຜ່ານແຜນການຂອງການຕັດອ້ອຍແຕ່ລະປີ ແລະ ໄດ້ຮັບຟັງການແຈ້ງລາຄາຂອງອ້ອຍໃນປີນີ້ ລາຄາອ້ອຍແມ່ນມີ 3 ປະເພດ ຄື: ອ້ອຍສົດສະອາດປະເພດ 1 ໂຕນລະ 350.000 ກີບ, ອ້ອຍສົດ ປະເພດ 2 ໂຕນລະ 337.000 ກີບ, ອ້ອຍເປື້ອນ ຫຼື ຍອດຍາວ ໂຕນລະ 317.500 ກີບ.