ລາວສົ່ງນັກກີລາ 230 ຄົນ ຮ່ວມຊີງໄຊຊີເກມ ທີ່ຟີລິບປິນ

121

ງານມະຫະກຳກີລາຊີເກມ ຄັ້ງທີ 30 ມີການແຂ່ງຂັນ 56 ປະເພດກີລາ ຊີງໄຊ 530 ຫຼຽນຄຳ, ຂະນະທີ່ ສປປ ລາວ ສົ່ງ 25 ປະເພດກີລາ 230 ຄົນເຂົ້າຮ່ວມ.

ວັນທີ 15 ພະຈິກ 2019 ໄດ້ມີພິທີຖະແຫຼງຂ່າວການກະກຽມເຂົ້າຮ່ວມການແຂ່ງຂັນ ມະຫະກຳກີລາຊີເກມ ຄັ້ງທີ 30 ທີ່ຈະຂຶ້ນທີ່ປະເທດຟີລິບປິນ ໃນລະຫວ່າງວັນທີ 30 ພະຈິກ ຫາ 11 ທັນວາ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ບົວລານ   ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ມີບັນດາປະທານ, ຮອງປະທານ, ເລຂາທິການຄະນະກຳມະການໂອແລັມປິກແຫ່ງຊາດລາວ, ສະຫະພັນກີລາແຫ່ງຊາດ, ຄະນະນຳ, ຄູຝຶກ, ນັກກີລາ ແລະ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ, ກະຊວງສຶກສາທິການ ແລະ ກີລາ ກ່າວວ່າ: ການກະກຽມເຂົ້າຮ່ວມແຂ່ງຂັນຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ມາຮອດປັດຈຸບັນຄະນະຮັບຜິດຊອບໄດ້ສົມທົບກັບຄະນະກຳມະການໂອແລັມປິກແຫ່ງຊາດລາວ ແລະ ສະຫະພັນກີລາແຫ່ງຊາດ ປຶກສາຫາລືຄົ້ນຄວ້າຄັດເລືອກເອົາປະເພດກີລາທີ່ມີຄວາມຫວັງຫຼຽນ, ມີສະຖິຕິໃກ້ຄຽງກັບລະດັບຂອງຄູ່ແຂ່ງຂັນ ແລະ ໄດ້ເຫັນເປັນເອກະພາບກຳນົດເອົາ 25 ປະເພດກີລາເຂົ້າຮ່ວມການແຂ່ງຂັນ ໂດຍນຳໃຊ້ງົບປະມານຂອງລັດຖະບານ ຈຳນວນ 230 ຄົນ ແລະ ບັນດາສະຫະພັນກີລາແຫ່ງຊາດຮັບຜິດຊອບກຸ້ມຕົນເອງ ຈຳນວນ 140 ຄົນ, ມີຄະນະນຳ, ກຳມະການຕັດສິນ, ຄູຝຶກ ແລະ ນັກກີລາ ທີ່ຈະເດີນທາງໄປແຂ່ງຂັນ ທັງໝົດ 370 ຄົນ ເພື່ອເປັນການປະຢັດລາຍຈ່າຍງົບປະມານໃນຈຳນວນ 25 ປະເພດກີລານີ້ ໄດ້ແຍກອອກເປັນ 2 ໝວດກີລາ ຄື:

1 ໝວດກີລາທີ່ເຄີຍມີມູນເຊື້ອຍາດໄດ້ຫຼຽນຄຳໃນໄລຍະຜ່ານມາຫຼາຍຄັ້ງນຳໃຊ້ງົບປະມານຂອງລັດຮອບດ້ານມີ 18 ປະເພດກີລາ ຄື: ເປຕັງ, ບີລຽດ – ສະນຸກເກີ, ວູຊູ, ກະຕໍ້, ປັນຈັກສີລັດ, ລົດຖີບ, ຍິງທະນູ, ຢູໂດ, ມວຍສາກົນ, ມວຍລາວ, ມວຍປ້ຳ, ລອຍນ້ຳ, ແລ່ນ – ລານ, ເທຄວັນໂດ, ຄາຣາເຕໂດ, ຍົກນ້ຳໜັກ, ຄີກບ໋ອກຊິງ ແລະ ພິເສດ ກີລາຜ່ານສິ່ງກີດຂວາງເປັນກີລາຮູບແບບການທະຫານ ເຊິ່ງເຈົ້າພາບຮ້ອງຂໍຄວາມຮ່ວມມືໃຫ້ເຂົ້າຮ່ວມ.

2 ໝວດກີລາທີ່ບັນດາສະຫະພັນກີລາແຫ່ງຊາດຮັບຜິດຊອບກຸ້ມຕົນເອງທາງດ້ານງົບປະມານມີ 7 ປະເພດກີລາ ຄື: ກ໊ອຟ, ຣັກບີ້, ອີສະປອດ, ບານເຕະ ( ຊາຍ ), ເທັນນິສ, ຊ໊ອຟເທັນນິສ ແລະ ໝາກເສິກ ( ສະຫະພັນກີລາແຫ່ງຊາດຮັບຜິດຊອບຄ່າໃຊ້ຈ່າຍໄລຍະກຽມ ແລະ ໄລຍະເຂົ້າຮ່ວມການແຂ່ງຂັນ, ລັດຖະບານຊ່ວຍຮັບຜິດຊອບເງິນແຮຖົງບຸກຄົນ, ຊຸດວອມ ແລະ ຊຸດສວນສະໜາມ ).

ຂະນະທີ່ການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ຕັ້ງເປົ້າຢ່າງໜ້ອຍໃຫ້ໄດ້ 2 ຫຼຽນຄຳ ໂດຍຕັ້ງຄວາມຫວັງທີ່ກີລາທີ່ມີຜົນງານເດັ່ນທີ່ຜ່ານມາ.

ສຳລັບງານມະຫະກຳກີລາຊີເກມ ໄດ້ເລີ່ມຈັດຂຶ້ນຄັ້ງທຳອິດໃນປີ 1959 ມີ 6 ປະເທດເຂົ້າຮ່ວມ. ໃນນັ້ນ, ລວມທັງ ສປປ ລາວ ແລະ ມາຮອດປັດຈຸບັນ ມີ 11 ປະເທດໃນອາຊຽນເຂົ້າຮ່ວມ ເຊິ່ງໄດ້ກຳນົດຈັດຂຶ້ນທຸກໆ 2 ປີ ຜັດປ່ຽນກັນເປັນເຈົ້າພາບໝູນວຽນໄປຕາມຕົວອັກສອນພາສາອັງກິດ ເຊິ່ງງານກີລາຊີເກມຄັ້ງຫຼ້າສຸດຄືຄັ້ງທີ 29 ໃນປີ 2017 ຜ່ານມາ ສປປ ລາວ ສາມາດຍາດມາໄດ້ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 21 ຫຼຽນທອງ ຈັດຢູ່ອັນດັບທີ 9 ຂອງ 11 ປະເທດທີ່ເຂົ້າຮ່ວມ.

( ຂ່າວ: ສັນຕິ, ຮູບ: ສອນໄຊ )