ຕົ້ນປີໜ້າເຂື່ອນເຊລະນອງ 1 ຈະເລີ່ມທົດລອງການຜະລິດໄຟຟ້າ

148

ໂຄງການເຂື່ອນໄຟຟ້າເຊລະນອງ 1 ຈະເລີ່ມທົດລອງການຜະລິດກະແສໄຟຟ້າພະລັງງານນ້ຳຈາກເຄື່ອງປັ່ນໄຟໜ່ວຍທີໜຶ່ງໃນເດືອນມັງກອນ 2020 ພາຍຫຼັງທີ່ການຈັດຕັ້ງປະຕິບັດໂຄງການກໍ່ສ້າງມີຄວາມຄືບໜ້າແລ້ວ 90% ຂອງແຜນການ.

ທ່ານ ຊູ ຊິຫົວ ( Zou Shihua ) ຮອງຜູ້ຈັດການທົ່ວໄປຂອງໂຄງການ ກໍໄດ້ລາຍງານໃຫ້ຮູ້ເຖິງຄວາມຄືບໜ້າໃນການຈັດຕັ້ງປະຕິບັດການກໍ່ສ້າງໂຄງການເຂື່ອນໄຟຟ້າເຊລະນອງ 1 ວ່າ: ມາຮອດປັດຈຸບັນ ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1 ແມ່ນສໍາເລັດ 90% ໂດຍໄດ້ມີການຕິດຕັ້ງເຄື່ອງປັ່ນໄຟສໍາເລັດແລ້ວ 1 ເຄື່ອງ  ( 35 ເມກາວັດ ) ແລະ ອີກ 1 ເຄື່ອງ ( 35 ເມກາວັດ ) ແມ່ນກຳລັງດຳເນີນການຕິດຕັ້ງ ເຊິ່ງຄາດວ່າຈະໃຫ້ສໍາເລັດ ແລະ ດໍາເນີນການທົດລອງຜະລິດກະແສໄຟຟ້າໃນເດືອນມັງກອນ ປີ 2020. ເຂື່ອນໄຟຟ້າແຫ່ງນີ້ ພາຍຫຼັງດໍາເນີນການຜະລິດໄຟຟ້າຢ່າງເປັນທາງການແລ້ວ ຈະກາຍເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງ ກໍຄືບັນດາເມືອງທີ່ໂຄງການຕັ້ງຢູ່.

ເຂື່ອນໄຟຟ້າເຊລະນອງ 1 ເປັນການລົງທຶນຂອງນັກທຸລະກິດ ສປ ຈີນ ຕັ້ງຢູ່ຕອນລຸ່ມຂອງນ້ຳເຊລະນອງ ເຊິ່ງເປັນສາຂາຂອງນ້ຳເຊບັງຫຽງ, ຫ່າງຈາກເມືອງພີນ ປະມານ 42,8 ກິໂລແມັດ ແລະ ຫ່າງຈາກເທສະບານແຂວງສະຫວັນນະເຂດ 180 ກິໂລແມັດ, ລະດັບເກັບກັກນ້ຳຄວາມຈຸທີ່ກົງກັບລະດັບດັ່ງກ່າວແມ່ນ 881.000.000 ແມັດກ້ອນ, ຄວາມຈຸທີ່ສາມາດປັບໄດ້ 284.000.000 ແມັດ, ມີຄວາມສາມາດໃນການປັບປະຈຳປີ, ຈຸດສູງສຸດສັນເຂື່ອນ 64,5 ແມັດ, ການຜະລິດພະລັງງານໄຟຟ້າສະເລ່ຍຕໍ່ປີ 269.900.00 KWH, ໂຄງການກໍ່ສ້າງເຂື່ອນເຊລະນອງ 1 ມີມູນຄ່າການລົງທຶນປະມານ 151 ລ້ານໂດລາສະຫະລັດ, ສາຍສົ່ງ 115 KV, ມີລວງຍາວ 32,8 ກິໂລແມັດ ເຊື່ອມຕໍ່ກັບສະຖານີເມືອງພີນ ເຊິ່ງມີໄລຍະສຳປະທານທັງໝົດ 30 ປີ.