ອາຊຽນ ສະເຫຼີມສະຫຼອງ 35 ປີ ສວນອຸທິຍານມໍລະດົກອາຊຽນ

63

ຫົວໜ່ວຍທຸລະກິດ, ບັນດາຊົນເຜົ່າ ແລະ ຊຸມຊົນທ້ອງຖິ່ນ, ສະຖາບັນສຶກສາ ແລະ ຊາວໜຸ່ມ ໄດ້ເຂົ້າຮ່ວມໃນກອງປະຊຸມສວນອຸທິຍານມໍລະດົກອາຊຽນ ຄັ້ງທີ 6 ເຊິ່ງຈັດຂຶ້ນໃນອາທິດຜ່ານມາ ທີ່ນະຄອນປາກເຊ ແຂວງຈຳປາສັກ ເພື່ອປຶກສາຫາລືລະດັບຊາດ ແລະ ພາກພື້ນ ໃນການຄຸ້ມຄອງປ່າສະຫງວນ ແລະ ເພື່ອສະເຫຼີມສະຫຼອງຄາດໝາຍທີ່ສຳຄັນຂອງແຜນງານສວນອຸທິຍານມໍລະດົກອາຊຽນ ( ຄົບຮອບ 35 ປີ ຂອງການສ້າງຕັ້ງ ) ໂດຍມີຜູ້ກຳນົດນະໂຍບາຍ ແລະ ຫົວໜ້າປ່າສະຫງວນ, ຊ່ຽວຊານດ້ານຊີວະນາໆພັນ, ຕົວແທນຈາກອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ແມ່ນສູນອາຊຽນສຳລັບຊີວະນາໆພັນ ແລະ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮ່ວມກັນກະກຽມ ແລະ ຈັດຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ ແລະ ການຮ່ວມມືເພື່ອການພັດທະນາເຢຍລະມັນ ໂດຍຜ່ານອົງການ KFW.

ມື້ທຳອິດຂອງກອງປະຊຸມແມ່ນການປຶກສາຫາລື ກ່ຽວກັບປ່າສະຫງວນ ແລະ ສັດປ່າ ໂດຍມີຈຸດປະສົງເພື່ອໃຫ້ບັນດາສະມາຊິກຂອງໜ່ວຍງານອາຊຽນ ວ່າດ້ວຍການບັງຄັບໃຊ້ສົນທິສັນຍາໄຊເຕັດ ແລະ ສັດປ່າ, ໜ່ວຍງານຜູ້ຕາງໜ້າສະຫະພາບເອີຣົບປະຈຳອາຊຽນ, ຄູ່ຮ່ວມພັດທະນາອື່ນ ເຊິ່ງນຳໂດຍ ສູນອາຊຽນສຳລັບຊີວະນາໆພັນ ແລະ ສະຫະພາບເອີຣົບ ເພາະເປັນສ່ວນໜຶ່ງຂອງໂຄງການການປົກປັກຮັກສາ ແລະ ການຄຸ້ມຄອງປ່າສະຫງວນໃນ ອາຊຽນ BCAMP.

ກອງປະຊຸມຄູ່ຂະໜານແມ່ນສຸມໃສ່ບັນຫາ: ການເພີ່ມທະວີຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍ ຊີວະນາໆພັນ ໄອຊີທີ 11 ເຊັ່ນ: ການປົກປັກຮັກສາສາຍພັນ ແລະ ສັດປ່າ, ນະວັດຕະກຳການເຂົ້າຫາແຫຼ່ງທຶນ, ທຸລະກິດ ແລະ ຊີວະນາໆພັນ, ແມ່ຍິງ, ໄວໜຸ່ມ ແລະ ປະຊາຊົນບັນດາເຜົ່າ ແລະ ຊຸມຊົນທ້ອງຖິ່ນ, ການດຳລົງຊີວິດແບບຍືນຍົງ, ຜະລິດຕະພັນທີ່ຕິດພັນກັບຊີວະນາໆພັນ ແລະ ການແກ້ໄຂບັນຫາທີ່ເນັ້ນໃສ່ລະບົບນິເວດ.

ແຜນງານສວນອຸທິຍານມໍລະດົກອາຊຽນ ແມ່ນແຜນງານທີ່ສຳຄັນສຳລັບອາຊຽນ ທີ່ຖືກສ້າງຕັ້ງເພື່ອຮັບຮູ້ເຖິງຄວາມສຳຄັນສວນອຸທິຍານແຫ່ງຊາດ ແລະ ເຂດອະນຸຮັກທຳມະຊາດ ທີ່ອຸດົມສົມບູນໄປດ້ວຍປ່າໄມ້ ແລະ ຊີວະນາໆພັນທີ່ມີຄຸນຄ່າ.

“ ມາຮອດປັດຈຸບັນໄດ້ມີ 44 ສວນອຸທິຍານມໍລະດົກອາຊຽນໃນພາກພື້ນອາຊຽນ. ໃນນີ້, 5 ປ່າສະຫງວນຈາກ ມຽນມາ, ໄທ ແລະ ຫວຽດນາມ ທີ່ຖືກສະເໜີເພື່ອເຂົ້າຮ່ວມເປັນເຄືອຂ່າຍ ສວນອຸທິຍານມໍລະດົກອາຊຽນ ທີ່ກຳລັງເຕີບໃຫຍ່ ເຊິ່ງລວມມີ: ສວນອຸທິຍານແຫ່ງຊາດຫາດເຈົ້າໃໝ ( ປະເທດໄທ ), ສວນອຸທິຍານແຫ່ງຊາດໂລໂກ – ຊາ ( ຫວຽດນາມ ), ເຂດອະນຸຮັກທຳມະຊາດຫງ໋ອກລິນ ແລະ ເຂດອະນຸຮັກສັດປ່າທາທັນທິ ( ມຽນມາ ) ກ່າວ ໂດຍ ທ່ານ ດຣ.    ເທເລຊາ ມັນດິຕາ ລິມ ຜູ້ອຳນວຍການສູນອາຊຽນສຳລັບຊີວະນາໆພັນ ກ່າວ.

ບັນດາສວນອຸທິຍານມໍລະດົກອາຊຽນ ແມ່ນປ່າສະຫງວນທີ່ດີທີ່ສຸດໃນພາກພື້ນອາຊຽນ ໃນແງ່ຄວາມສົມບູນຂອງລະບົບນິເວດ, ຊີວະນາໆພັນ ແລະ ຄວາມສຳຄັນຂອງການປົກປັກຮັກສາ.