ເຜີຍໂສມໜ້າ ຜູ້ເຂົ້າປະກວດນາງສາວລາວ 2019 ໝາຍເລກ 1-10

151

ອີກໜຶ່ງເວທີອັນຊົງຄຸນຄ່າທີ່ເປີດໂອກາດໃຫ້ບັນດາສາວງາມຈາກທົ່ວປະເທດໄດ້ໂຊຄວາມງາມ, ຄວາມສາມາດ, ບຸກຄະລິກກະພາບຮ່າງກາຍ, ຈິດໃຈ, ໄຫວພິບເທິງເວທີການປະກວດ ນັ້ນກໍຄືການປະກວດ ນາງສາວລາວ ຫຼື Miss Laos

ແລະ ໃນມື້ນີ້ ວັນທີ 30 ຕຸລາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ກໍໄດ້ມີພິທີເປີດໂຕ 40 ນາງສາວຜູ້ເຂົ້າປະກວດ ນາງສາວລາວ 2019 ຫຼື Miss Laos 2019 ພ້ອມກັບ 5 ມົງກຸດອັນຊົງກຽດ ມີບັນດາແຂກຈາກຫຼາກຫຼາຍພາກສ່ວນເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.

ມາຮູ້ຈັກ 10 ນາງສາວໝາຍເລກ 1-10 ກ່ອນເລີຍ
ML1 ຈາກແຂວງ ຈຳປາສັກ ນາງ ດາວພະສຸກ ພົມມະຫາໄຊ ອາຍຸ 20 ປີ ສູງ 165 cm ສັດສ່ວນ 32-25-35, ນັກສຶກສາ ພອນສະຫວັນບໍລິຫານທຸລິດ ທີ່ວິທະຍາໄລ ແຂວງຈໍາປາສັກ ສາຂາ ເສດຖະສາດ ປີ 2.

ML2 ຈາກແຂວງ ອຸດົມໄຊ ນາງ ບຸດດາວ ຈັນທະລີ ອາຍຸ 21 ປີ ສູງ 165 cm ສັດສ່ວນ 32-24-35 ຈົບປະລິນຍາຕີ ທີ່ສະຖາບັນແສງສະຫວັນ ບໍລິຫານທຸລະກິດ.

ML3 ຈາກແຂວງ ບໍ່ແກ້ວ ນາງ ທັດດາວ ສິລິນໍໄລ ອາຍຸ 23 ປີ ສູງ 165 cm ສັດສ່ວນ 32-27-35 ຈົບປະລິນຍາຕີທີ່ ມະຫາວິທະຍາໄລແຫ່ງຊາດ ອັກສອນສາດ ສາຂາ ພາສາອັງກິດ.

ML4 ຈາກ ແຂວງ ອຸດົມໄຊ ນາງ ພອນສະນິດ ລັດຕະນະສັກ ອາຍຸ 21 ປີ 166 cm, ສັດສ່ວນ 32-23-34, ຈົບການສຶກສາສັ້ນສູງທີ່ວິທະຍາໄລ ເສດຖະກິດການເງິນ ສາຂາ ບໍລິຫານທຸລະກິດ ທີ່ ສສ ຫວຽດນາມ.

ML5 ສະຫວັນນະເຂດ ນາງ ຈິນຕະນາ ຂັດຕິຍະວົງ ອາຍຸ 23 ປີ ສ່ວນສູງ 170 cm ສັດສ່ວນ 33-25-36 ຈົບການສຶກສາປະລິນຍາຕີທີ່ ວິທະຍາໄລສະຫວັນນະເຂດ ສາຂາ ບໍລິຫານການຄ້າ.

ML6 ຊຽງຂວາງ ນາງ ອ້ອມດາລີ ລັດບຸນທອນ ອາຍຸ 17 ປີ ສ່ວນສູງ 170 cm ສັດສ່ວນ 32-26-35 ກໍາລັງຮຽນຢູ່ທີ່ ໂຮງຮຽນມັດທະຍົມສົມບູນຕູຍ່າ ແຂວງຊຽງຂວາງ ມໍ 6.

ML7 ແຂວງວຽງຈັນ ນາງ ເຈ່ນນີ້ ຫຼວງວົງ ອາຍຸ 19 ປີ ສ່ວນສູງ 170 cm ສັດສ່ວນ 32-23-35 ນັກສຶກສາທີ່ສະຖາບັນ ລັດຕະນະ ບໍລິຫານທຸລະກິດ.

ML8 ຫລວງນ້ຳທາ ນາງ ວິມາລາ ໄຊຍະຈັກ ອາຍຸ 21 ປີ ສ່ວນສູງ 168 cm ສັດສ່ວນ 34-24-34 ນັກສຶກສາທີ່ມະຫາວິທະຍາໄລທົ່ງເຢີ ສາຂາການເງິນ ການທະນາຄານ ປີທີ 4

ML9 ແຂວງວຽງຈັນ ນາງ ປ໊ອກກີ້ ສີອັກຄະສອນ ແຂວງວຽງຈັນ ອາຍຸ 19 ປີ, ສ່ວນສູງ 167 cm, ສັດສ່ວນ 32-24-35, ນັກສຶກສາທີ່ສະຖາບັນ ລັດຕະນະ ບໍລິຫານທຸລະກິດ ສາຂາການຕະຫຼາດ ປີທີ 2

ML10 ສະຫວັນນະເຂດ ນາງ ທິບພາພອນ ສົມຈະເລີນ ອາຍຸ 17 ປີ, ສ່ວນສູງ 170 cm, ສັດສ່ວນ 33-26-35, ຮຽນໂຮງຮຽນ ມ ປາຍ ໂພນສະຫວັນ ແຂວງ ສະຫວັນນະເຂດ ມ 7.

ອີກ 30 ນາງສາວດຽວຈະມາອັບເດດໃຫ້ຮູ້ຕໍ່ໄປເດີ້