ປູກຈິດສໍານຶກຕັ້ງແຕ່ເຍົາໄວ ສູ່ການເປັນຜູ້ໃຫຍ່ທີ່ຮັກສິ່ງແວດລ້ອມແທ້ຈິງ

142

ເປັນສິ່ງທີ່ດີໆຢາກນຳມາຝາກແຟນຂ່າວທຸກທ່ານ ທີ່ຖືກແຊຕໍ່ກັນມາຫຼາຍໃນໂລກອອນລາຍກັບເລື່ອງ ທີ່ສະແດງເຈດຈໍານົງຢ່າງໜັກແໜ້ນວ່າເປັນໂຮງຮຽນ ປາດສະຈາກ ຈອກ ແລະ ທໍ່ດູດ ພລາສຕິກ ໂຮງຮຽນທໍາອິດ ໃນປະເທດລາວ.

.

.

ນັ້ນກໍຄືໂຮງຮຽນ ແກ້ວປັນຍາ, ເມືອງຊໍາເໜືອ ແຂວງຫົວພັນ ໂດຍມີ ທ່ານ ຄໍາແກ້ວ ອຸນນານົງນຸດ ເປັນອໍານວຍການໂຮງຮຽນ ຜູ້ທີ່ມີແນວຄິດລິເລີ່ມທີ່ດີໃນການຢາກເຫັນສິ່ງແວດລ້ອມສວຍງາມ, ໜ້າຢູ່ຄູ່ຄົນເຮົາໄປຕະຫຼອດ ຈຶ່ງໄດ້ມີວິໄສທັດ ແນວຄິດໃນການປູກຈິດສໍານຶກ ແລະ ຝຶກວິໄນ ໃຫ້ແກ່ນ້ອງໆ ນັກຮຽນ ແລະ ຄູອາຈານ ໃນໂຮງຮຽນ ໃນການປະກອບສ່ວນ ຮັກສາສິ່ງແວດລ້ອມ.

.

.

ບໍ່ວ່າຈະເປັນການເກັບກະຕຸກທີ່ໃຊ້ແລ້ວມາປະດິດເປັນສິ່ງຕ່າງ, ເລີ່ມທົດລອງ ໃຫ້ນັກຮຽນ ເອົາວັດຖຸ(ໄມ້ໄຜ່) ທີ່ມີຈາກທຳມະຊາດ ມາຜະລິດ ເປັນຈອກ ແລະ ທໍ່ດູດ ແທນພາສຕິກ, ປູກຕົ້ນໄມ້…
ທ່ານ ຄໍາແກ້ວ ອຸນນານົງນຸດ ອໍານວຍການໂຮງຮຽນ ແກ້ວປັນຍາ ບອກວ່າ: ຢາກເຫັນທຸກຄົນເປັນຜູ້ປົກປັກຮັກສາສິ່ງແວດລ້ອມ ເພາະເຮົາເປັນຜູ້ອາໄສສິ່ງແວດລ້ອມ ຖ້າສິ່ງແວດລ້ອມດີເຮົາກໍຈະມີ ອາກາດບໍລິສຸດ ສະພາບແວດລ້ອມດີ ອັນສົ່ງຜົນເຮັດໃຫ້ເຮົາຢູ່ເຢັນເປັນສຸກກາຍ ແລະ ໃຈ.

.

.

ໂດຍກິດຈະກໍາແບບນີ້ໄດ້ເລີ່ມເຮັດມາໄດ້ 4 ປີແລ້ວ ຈາກຄໍາຂວັນຂອງທ່ານຜູ້ອໍານວຍການ “ເລີ່ມເດີນເທື່ອລະກ້າວກິນເຂົ້າເທຶ່ອລະຄຳ” ລອງຜິດລອງຖືກ ຈົນປັດຈຸບັນກໍຖືວ່າໄດ້ຮັບຄວາມສົນໃຈ ແລະ ນັກຮຽນຄູອາຈານກໍປະຕິບັດຕາມດ້ວຍຈຸດມຸ້ງຫວັງອັນດຽວກັນ.

.

.

ແລະ ກໍຫວັງວ່າການທີ່ເຮົາຄິດໄດ້, ສອນພຽງລົມປາກ ມັນບໍ່ເທົ່າກັບການທີ່ເຮົາເປັນເຮົາຜູ້ເລີ່ມຕົ້ນ, ປະຕິບັດໃຫ້ເຫັນເປັນຕົວຢ່າງ ຈຶ່ງຈະມີຜູ້ສືບທອດໄປເລື້ອຍໆດັ່ງໂຮງຮຽນຂອງພວກເຮົາທີ່ເລີ່ມປະຕິບັດແລ້ວ.

.

.

ນອກຈາກນັ້ນ ທ່ານ ຍັງບອກອີກວ່າ: ທາງໂຮງຮຽນ ຈະປະກາດ ເປັນໂຮງຮຽນ ປາດສະຈາກ ທໍ່ດູດ ແລະ ຈອກ ພລາສຕິກ ໃນກາງເດືອນ ພະຈິກ 2019 ນີ້ ແລະ ຍັງກໍາລັງສ້າງ, ປະດິດສິ່ງຕ່າງໆຈາກກະປອງ, ຂີ້ເຫຼືອທີ່ນໍາມາໃຊ້ຄືນໄດ້ໃຫ້ເປັນປະໂຫຍດ ໂດຍປັດຈຸບັນກໍາລັງສ້າງເຮືອນຂີ້ເຫຍື້ອຫຼັງທໍາອິດຢູ່.

.

.