ຈະຍົກເວັ້ນອາກອນ ສິນຄ້ານໍາເຂົ້າ-ສົ່ງອອກດ່ານທ້ອງຖິ່ນ-ປະເພນີ ບໍ່ເກີນ 50 ໂດລາ

309

ເພື່ອກໍານົດຫຼັກການ, ວິທີການຄຸ້ມຄອງການສົ່ງອອກ-ນໍາເຂົ້າສິນຄ້າ ແລະ ເຄື່ອງຂອງ ຕາມດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ເພື່ອໃຫ້ໄປໃນທິດທາງດຽວກັນກັບກົດໝາຍ ແລະ ລະບຽບການ ໂດຍສະເພາະແມ່ນ ລະບຽບການດ້ານສຸຂານາໄມພືດ-ສັດ, ສິ່ງແວດລ້ອມ ແລະ ການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ. ຂະນະທີ່ສິນຄ້ານໍ້າເຂົ້າ ແລະ ສົ່ງອອກບໍ່ເກີນ 50 ໂດລາ ແມ່ນຍົກເວັ້ນພາສີ-ອາກອນ.

ສະນັ້ນ, ເພື່ອຮັບປະກັນການຈັດຕັ້ງປະຕິບັດ, ການຄຸ້ມຄອງສິນຄ້າ, ເຄື່ອງຂອງ ທີ່ສົ່ງອອກ-ນໍາເຂົ້າຜ່ານ ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ. ກະຊວງການເງິນ ຈຶ່ງອອກຄໍາແນະນໍາ ວ່າດ້ວຍ ການຄຸ້ມຄອງການສົ່ງອອກ-ນໍາເຂົ້າ ສິນຄ້າ,ເຄື່ອງຂອງ ຜ່ານດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ເລກທີ: 5308 /ກງ ລົງວັນທີ 16 ກັນຍາ 2019.

ເຊິ່ງໃນບົດຄຳແນະນຳໄດ້ລະບຸແຈ້ງວ່າ: ປະເພດສິນຄ້າ, ເຄື່ອງຂອງ ສົ່ງອອກ-ນໍາເຂົ້າ ຜ່ານດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ມີດັ່ງນີ້: ລາຍການສິນຄ້າ, ເຄື່ອງຂອງທີ່ອະນຸຍາດໃຫ້ສົ່ງອອກ: ສິນຄ້າ, ເຄື່ອງຂອງປະເພດ ກະສິກໍາ, ຫັດຖະກໍາ ທີ່ໄດ້ຈາກການປູກ ແລະ ການຜະລິດຂອງປະຊາຊົນ; ສິນຄ້າ, ເຄື່ອງຂອງປະເພດອື່ນ ທີ່ບໍ່ໄດ້ກໍານົດໄວ້ຂ້າງເທິງຈະຕ້ອງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ແລະ ການສົ່ງອອກສິນຄ້າປະເພດແຮ່ທາດ, ສິນຄ້າ, ເຄື່ອງຂອງທີ່ມີຄວາມສ່ຽງ ຈະຕ້ອງໄດ້ຮັບການອະນຸມັດຈາກຂະແໜງການທີ່ກ່ຽວຂ້ອງ ແລະ ກະຊວງການເງິນ.

ລາຍການສິນຄ້າ, ເຄື່ອງຂອງ ທີ່ໄດ້ຮັບອະນຸຍາດນໍາເຂົ້າໄດ້ແກ່: ສິນຄ້າ, ເຄື່ອງຂອງອຸປະໂພກ-ບໍລິໂພກ ສໍາລັບຮັບໃຊ້ໃນຄົວເຮືອນຂອງປະຊາຊົນ (ທີ່ບໍ່ເປັນລັກສະນະການຄ້າ); ເຄື່ອງມື ແລະ ກົນຈັກຮັບໃຊ້ການຜະລິດກະສິກໍາເຊັ່ນ: ລົດໄຖນາເດີນຕາມ 1 ຄັນ ຕໍ່ 1 ຄອບຄົວ; ຈັກສູບນໍ້າ 1 ເຄື່ອງ ຕໍ່ 1 ຄອບຄົວ; ຈັກຟາດເຂົ້າ 1 ເຄື່ອງ ຕໍ່ 1 ຄອບຄົວ; ໂຮງສີເຂົ້ານ້ອຍ 1 ເຄື່ອງ ຕໍ່ 1 ຄອບຄົວ; ເຄື່ອງບົດອາຫານສັດ 1 ເຄື່ອງ ຕໍ່ 1 ຄອບຄົວ.

ເຄື່ອງອຸປະກອນປ້ອງກັນພືດ (ບັ້ງສີດ, ກັບດັກສັດຕູພືດ, ສາຍຢາງສໍາລັບພົ່ນຢາປາບສັດຕູພືດ) 3 ຊຸດ ຕໍ່ 1 ຄອບຄົວ; ສິນຄ້າກະສິກໍາກ່ຽວກັບພຶດ ແລະ ຜະລິດຕະພັນພືດໄດ້ແກ່: ແນວພັນສາລີ 10 ກິໂລ ຕໍ່ຄົນຕໍ່ວັນ; ແນວພັນພືດຜັກ 200 ກຣາມ ຕໍ່ຄົນ ຕໍ່ວັນ; ແນວພັນຕະກຸນຖົ່ວ 5 ກິໂລ ຕໍ່ຄົນ ຕໍ່ວັນ;ເບ້ຍໄມ້ໃຫ້ໝາກ, ເບ້ຍໄມ້ປະດັບ, ເບ້ຍໄມ້ອຸດສາຫະກໍາ 10 ເບ້ຍ ຕໍ່ຄົນ ຕໍ່ວັນ; ເຊື້ອເຫັດ 10 ແກ້ວ ຕໍ່ຄົນ ຕໍ່ວັນ; ໝາກໄມ້ສົດລວມ 10 ກິໂລ ຕໍ່ຄົນ ຕໍ່ວັນ; ພືດຜັກສົດລວມ (ກິນໃບ, ຫົວ, ໝາກ) 5 ກິໂລ ຕໍ່ຄົນ ຕໍ່ວັນ.

ດອກໄມ້ 5 ກິໂລ ຕໍ່ຄົນ ຕໍ່ວັນ; ພືດສະໜຸຸນໄພ ແລະ ເປັນຢາ 5 ກິໂລ ຕໍ່ຄົນ ຕໍ່ວັນ; ເຫັດສົດ5 ກິໂລ ຕໍ່ຄົນ ຕໍ່ວັນ; ຝຸ່ນອົງຄະທາດ 2 ສອບ (ເປົ້າ) ຕໍ່ຄົນ ຕໍ່ວັນ; ຝຸ່ນວິທະຍາສາດ ຫຼື ຝຸ່ນເຄມີ 2 ສອບ (ເປົ້າ) ຕໍ່ຄົນ ຕໍ່ວັນ; ຢາປາບສັດຕູພືດຊີວະພາບ (ເຊື້ອຊີວະວິທະຍາ ແລະ ສານສະກັດຈາກພືດຕ່າງໆ): ປະລິມານ ບໍ່ໃຫ້ເກີນ ຊະນິດນໍ້າ 1 ລິດ ຫຼື ຊະນິດຝຸ່ນ 300 ກຣາມ ຕໍ່ຄົນ ຕໍ່ວັນ.

ສິນຄ້າກະສິກໍາກ່ຽວກັບ ສັດ ແລະ ປະມົງເຊັ່ນ: ອາຫານສັດສໍາເລັດຮູບ 30 ກິໂລ ຕໍ່ຄົນ ຕໍ່ອາທິດ; ອາຫານທະເລສົດ 3 ກິໂລ ຕໍ່ຄົນ ຕໍ່ອາທິດ;  ອາຫານທະເລແຫ້ງ 2 ກິໂລ ຕໍ່ຄົນ ຕໍ່ອາທິດ; ແກ່ນຫຍ້າອາຫານສັດ 15 ກິໂລ ຕໍ່ຄົນ ຕໍ່ຄັ້ງ;  ລູກປາທີ່ມີຄວາມຍາວ 3-5 ຊັງຕີແມັດ 500 ໂຕ ຕໍ່ຄົນ ຕໍ່ອາທິດ;  ເຄື່ອງມືສໍາລັບລ້ຽງສັດນໍ້າ ແລະ ສັດບົກ ທີ່ບໍ່ມີລັກສະນະການຄ້າ.

ສໍາລັບນະໂຍບາຍທາງດ້ານພາສີ-ອາກອນ ການສົ່ງອອກ-ນໍາເຂົ້າສິນຄ້າ, ເຄື່ອງຂອງທີ່ມີມູນຄ່າບໍ່ເກີນ 50 ໂດລາສະຫະລັດ ແມ່ນຈະໄດ້ຮັບການຍົກເວັ້ນພາສີ-ອາກອນ ຕາມມາດຕາ 19 ການຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນໆທົ່ວໄປ ອີງຕາມບົດແນະນໍາກະຊວງການເງິນ ເລກທີ 04/ສພຊ ວັນທີ 20 ທັນວາ 2011.

ໃນກໍລະນີທີ່ມີມູນຄ່າເກີນທີ່ກໍານົດໄວ້ (ສູງກ່ວາ 50 ໂດລາສະຫະລັດ) ແມ່ນສິນຄ້າ, ເຄື່ອງຂອງດັ່ງກ່າວຈະຕ້ອງສົ່ງອອກ-ນໍາເຂົ້າຜ່ານດ່ານຊາຍແດນສາກົນ. ຍົກເວັ້ນກໍລະນີທີ່ຜູ້ສົ່ງອອກ-ນໍາເຂົ້າສິນຄ້າ, ເຄື່ອງຂອງນັ້ນ ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ຫຼື ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ.