ສາວ ແຮ່ນນ້າ ຕົວແທນປະເທດລາວເຂົ້າຮ່ວມປະກວດ Miss Asia 2019

247

ຫຼັງຈາກສາວ ແຮ່ນນ້າ ໄດ້ຮັບລາງວັນຮອງອັນດັບ 2 ໃນໂຄງການປະກວດ Miss Teen Laos 2019 ກໍໄດ້ຖືກແຕ່ງຕັ້ງໃຫ້ເປັນຕົວແທນສາວງາມເຂົ້າຮ່ວມການປະກວດ Miss Asia 2019 ທີ່ປະເທດອິນເດຍ.

ກອງປະກວດມິສທີນລາວ ໃຫ້ຮູ້ວ່າ: ໄດ້ສົ່ງ ນາງ ແຮ່ນນ້າ ໂລເຊັ່ນບູ້ມ ຫຼື ແຮ່ນນ້າ ອາຍຸ 18 ປີ ປັດຈຸບັນຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ຮຽນຢູ່ໂຮງຮຽນວຽງຈັນພັດທະນານາໆຊາດ ມ 7 ແລະ ເປັນຮອງອັນດັບ 2 Miss Teen Laos 2019 ເປັນຕົວແທນສາວລາວໄປປະກວດ Miss Asia 2019 ທີ່ປະເທດອິນເດຍ ໂດຍເລີ່ມເກັບຕົວໃນວັນທີ 25 ຕຸລາ 2019 ນີ້ ແລະ ມີຕົວແທນເຂົ້າຮ່ວມກວ່າ 40 ປະເທດ.

ຄວາມສາມາດພິເສດທີ່ ສາວ ແຮ່ນນ້າ ຈະນໍາໄປສະແດງໃນມື້ປະກວດແມ່ນຮ້ອງເພງ ແລະ ການເຕັ້ນ ເນື່ອງຈາກວ່າເປັນສິ່ງທີ່ຖະໜັດ, ສ່ວນຊຸດປະຈໍາຊາດທີ່ທາງກອງປະກວດ Miss Teen Laos ໄດ້ຈັດກຽມໄວ້ໃຫ້ແມ່ນຊຸດລາວຫຼວງພະບາງ ທີ່ຄົງເອກະລັກຄວາມເປັນຫຼວງພະບາງແທ້ໆ ໂດຍໄດ້ຮັບການສະໜັບສະໜູນຈາກ ຮ້ານ ແທນຮັກ ເພື່ອນໍາເອົາເອກະລັກຄວາມເປັນລາວໄປເຜີຍແຜ່ໃຫ້ຕ່າງຊາດໄດ້ຮັບຮູ້ ແລະ ເຫັນເຖິງວັດທະນະທໍາອັນດີງາມຂອງຊາດລາວ.

ສາມາດຕິດຕາມ ແລະ ຮ່ວມເຊຍ ສາວນ້ອຍ ແຮ່ນນ້າ ໄດ້ທາງເພຈ໌ Miss Teen Laos 2019 ຫຼື ສາມາດຕິດຕາມຂໍ້ມູນ – ຂ່າວສານໃນເຟສບຸ໊ກສ່ວນຕົວ Hannah Rosenbloom.

( ຂ່າວ: ນຸ້ມນິ້ມ, ຮູບ: Miss Teen Laos 2019 )