ເລີ່ມກໍ່ສ້າງສູນກາງການສຶກສາ – ການບໍລິການສຸຂະພາບ ຢູ່ເຂດເສດຖະກິດບໍ່ເຕັນ

246

ເຂດເສດຖະກິດພິເສດບໍ່ເຕັນແດນງາມ ໄດ້ຈັດພິທີວາງສີລາລືກກໍ່ສ້າງອາຄານສູນກາງການສຶກສາຄົບວົງຈອນ ແລະ ອາຄານບໍລິການສຸຂະພາບ ໂດຍກໍ່ສ້າງໂຮງຮຽນຕັ້ງແຕ່ຊັ້ນອະນຸບານຈົນຮອດລະດັບວິຊາຊີບ, ໃນຂະນະທີ່ການບໍລິການສຸຂະພາບກໍຈະສ້າງຕັ້ງໂຮງໝໍທີ່ທັນສະໄໝ ເພື່ອບໍລິການປິ່ນປົວສຸຂະພາບ ເຊິ່ງອະນາຄົດເຂດບໍ່ເຕັນ ຈະກາຍເປັນຕົວເມືອງທີ່ທັນສະໄໝ ແລະ ມີຫຼາຍຮ້ອຍບໍລິສັດເຂົ້າມາລົງທຶນ.

ພິທີວາງສີລາລືກໂຄງການດັ່ງກ່າວໄດ້ມີຂຶ້ນໃນວັນທີ 18 ຕຸລາຜ່ານມາ ທີ່ເຂດເສດຖະກິດພິເສດບໍ່ເຕັນແດນງາມ ແຂວງຫຼວງນ້ຳທາ ໂດຍມີ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຮອງເຈົ້າແຂວງ 4 ແຂວງພາກເໜືອ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເຊິງ ຈິງ ເຊິນ ຮອງປະທານຄະນະບໍລິຫານເຂດເສດຖະກິດພິເສດບໍ່ເຕັນແດນງາມ ໄດ້ກ່າວວ່າ: ຕາມແຜນແມ່ບົດຂອງເຂດເສດຖະກິດພິເສດບໍ່ເຕັນແດນງາມ ໄດ້ກຳນົດ 4 ເຂດ ຫຼື ( 4 ກິດຈະການໃຫຍ່ ) ເຊິ່ງໃນນັ້ນເຂດການສຶກສາ ແລະ ເຂດບໍລິການສຸຂະພາບກໍແມ່ນໜຶ່ງໃນກິດຈະການຮາກຖານທີ່ສະໜັບສະໜູນການພັດທະນາເຂດບໍ່ເຕັນໃຫ້ມີຄວາມຍືນຍົງ ໂດຍຈະກໍ່ສ້າງໂຮງຮຽນຕັ້ງແຕ່ລະດັບຊັ້ນອະນຸບານ – ປະຖົມ – ມັດທະຍົມ ຈົນຮອດລະດັບວິທະຍາໄລ ໃນສາຂາວິຊາຊີບຕ່າງໆ ໃຫ້ກາຍເປັນສູນກາງການຮຽນຮູ້, ແລກປ່ຽນ ແລະ ການຮ່ວມມື ລາວ – ຈີນ.

ສຳລັບການບໍລິການສຸຂະພາບ ຈະກໍ່ສ້າງໂຮງໝໍປິ່ນປົວສຸຂະພາບຄົບວົງຈອນ ເພື່ອບໍລິການປິ່ນປົວສຸຂະພາບໃຫ້ປະຊາຊົນທົ່ວໄປ ໂດຍມີໂຮງໝໍທີ່ມີຊື່ສຽງຈາກ ສປ ຈີນ ລວມທັງປະເທດອື່ນໆ ໃຫ້ຄວາມສົນໃຈມາລົງທຶນ ແລະ ບໍລິການປິ່ນປົວສຸຂະພາບຢູ່ເຂດເສດຖະກິດແຫ່ງນີ້ ໂດຍຈະນຳອຸປະກອນການແພດທີ່ທັນສະໄໝເຂົ້າມາ ເພື່ອບໍລິການປິ່ນປົວ ລວມທັງການຄົ້ນຄວ້າວິໄຈຜະລິດຕະພັນຢາ ເປັນຕົ້ນແມ່ນຢາຕ້ານມະເຮັງ ແລະ ອື່ນໆ. ນອກຈາກນີ້, ຍັງຈະກໍ່ສ້າງອາຄານບໍລິການຜູ້ອາຍຸສູງ.

ທ່ານ ນາງ ຄຳຈັນ ວົງແສນບູນ ກ່າວວ່າ: ກິດຈະການການສຶກສາ ແລະ ບໍລິການສຸຂະພາບ ເປັນໜຶ່ງໃນກິດຈະການທີ່ນອນຢູ່ໃນສັນຍາສຳປະທານ ແລະ ແຜນແມ່ບົດຂອງເຂດເສດຖະກິດພິເສດບໍ່ເຕັນແດນງາມ, ໂຄງການບໍລິການສຸຂະພາບມີເປົ້າໝາຍແນໃສ່ບໍລິການປິ່ນປົວສຸຂະພາບຄົບວົງຈອນ, ໃນຂະນະທີ່ການສຶກສາມີເປົ້າໝາຍເພື່ອພັດທະນາການສຶກສາຄົບວົງຈອນ ເຊິ່ງຫາກໂຄງການນີ້ສຳເລັດການກໍ່ສ້າງ, ເຂດເສດຖະກິດພິເສດບໍ່ເຕັນແດນງາມ ກໍຄື ສປປ ລາວ ຈະມີສະຖານທີ່ປິ່ນປົວ ແລະ ສະຖາບັນການສຶກສາທີ່ມີຄຸນນະພາບທຽບເທົ່າກັບພາກພື້ນ ແລະ ສາກົນ.

ສຳລັບເຂດເສດຖະກິດພິເສດບໍ່ເຕັນແດນງາມ ປັດຈຸບັນກຳລັງບຸກເບີກ ແລະ ປັບໜ້າດິນ ເພື່ອເປີດທາງໃຫ້ແກ່ການກໍ່ສ້າງໂຄງລ່າງພື້ນຖານ ເຊິ່ງມາຮອດປັດຈຸບັນການບຸກເບີກ ແລະ ປັບໜ້າດິນຄືບໜ້າແລ້ວ 80 – 90%, ໃນຂະນະທີ່ແຜນແມ່ບົດພັດທະນາເຂດດັ່ງກ່າວ ໄດ້ກຳນົດເປັນ 4 ກິດຈະການໃຫຍ່ ເຊັ່ນ: ເຂດນິຄົມອຸດສາຫະກຳ ແລະ ໂລຈິສຕິກ; ເຂດການຄ້າ – ການເງິນສາກົນ; ເຂດການສຶກສາ – ບໍລິການສຸຂະພາບ ແລະ ເຂດການທ່ອງທ່ຽວ, ຖ້າຫາກວ່າໄດ້ພັດທະນາເຕັມຮູບແບບຈະມີຫຼາຍຮ້ອຍບໍລິສັດເຂົ້າມາລົງທຶນ, ໃນຂະນະທີ່ເຂດບໍ່ເຕັນ ຈະກາຍເປັນເມືອງທີ່ທັນສະໄໝ ທີ່ມີປະຊາກອນບໍ່ຕ່ຳກວ່າ 3 ແສນຄົນ.

ຂ່າວ: ຄຳເຮືອງ