ຮອງນາຍົກເນັ້ນ ຕ້ອງເລັ່ງຫາຂໍ້ມູນ ຄວາມຕ້ອງການເພື່ອວາງແຜນຜະລິດ

115

ລາຄາສິນຄ້າໃນທ້ອງຕະຫຼາດ ຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະພືດຜັກໄດ້ເໜັງຕີງສູງຫຼາຍ. ທັງນີ້, ກໍຍ້ອນວ່າຈໍານວນໜຶ່ງແມ່ນຕ້ອງໄດ້ນໍາເຂົ້າ ເຊິ່ງຕິດພັນກັບອັດຕາແລກປ່ຽນ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວຕ້ອງໄດ້ສົ່ງເສີມການຜະລິດພາຍໃນໃຫ້ພຽງພໍ ແລະ ໂຄສະນາການຊົມໃຊ້ສິນຄ້າພາຍໃນຢ່າງກວ້າງຂວາງ.

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມປຶກສາຫາລືລະຫວ່າງຜູ້ປະກອບການນໍາເຂົ້າສິນຄ້າ, ເຈົ້າຂອງຕະຫຼາດ ແລະ ເຈົ້າໜ້າທີ່ພາກລັດ ເພື່ອຫາລືສົ່ງເສີມການຜະລິດພາຍໃນໃຫ້ມີສະຖຽນລະພາບ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງທ້ອງຕະຫຼາດ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 11 ຕຸລາ 2019 ທີ່ກະຊວງ ອຄ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ມີຜູ້ປະກອບການ, ເຈົ້າຂອງຕະຫຼາດ ແລະ ພາກລັດເຂົ້າຮ່ວມ.

ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລືການຜະລິດພາຍໃນເພື່ອປ້ອນຕະຫຼາດ ໃຫ້ມີຄວາມພຽງພໍຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ເພື່ອສົ່ງເສີມການຜະລິດສິນຄ້າພາຍໃນໃຫ້ກວ້າງຂວາງ, ສົ່ງເສີມສິນຄ້າທີ່ເຮົາມີພາຍໃນ ເພື່ອປະຢັດເງິນຕາອອກໄປຕ່າງປະເທດ.

ທ່ານຮອງນາຍົກ ສະເໜີໃຫ້ຄະນະຈັດສັນຕະຫຼາດ ຕ້ອງໄດ້ສົມທົບກັບຜູ້ສະໜອງສິນຄ້າ ( ອາດຈະເຮັດສັນຍາຮ່ວມມືກັນ ) ໂດຍສະເພາະແມ່ນແຜນຜະລິດ ແລະ ແຜນສະໜອງສິນຄ້າໃຫ້ມີຄວາມພຽງພໍ ສະໝໍ່າສະເໝີ ຫຼຸດຜ່ອນການນໍາເຂົ້າ, ສ່ວນພາກລັດໂດຍສະເພາະແມ່ນຂະແໜງກະສິກໍາ, ການຄ້າຕ້ອງໄດ້ລົງຕິດຕາມໃກ້ຊິດນໍາຊາວສວນ ເພື່ອສົ່ງເສີມການປູກ ຕ້ອງໃຫ້ຮູ້ຂໍ້ມູນວ່າພາຍໃນຜະລິດໄດ້ເທົ່າໃດ? ຕ້ອງການເທົ່າໃດ? ເພື່ອສົ່ງເສີມໃຫ້ມີການຜະລິດພາຍໃນ ຫຼຸດຜ່ອນການນໍາເຂົ້າ ພ້ອມທັງຄຸ້ມຄອງລາຄາສິນຄ້າໃຫ້ມີຄວາມສົມເຫດສົມຜົນ.

ສໍາລັບສິ່ງທ້າທາຍຂອງການຜະລິດສິນຄ້າໃນປະເທດ ແມ່ນປະຊາຊົນປູກບໍ່ຫຼາຍ, ປູກໄດ້ໜ້ອຍ ບໍ່ມີສະຖຽນລະພາບໃນຂອດສະໜອງ, ການຜະລິດພາຍໃນແມ່ນອີງຕາມລະດູການ, ສ່ວນນອກລະດູການແມ່ນຕ້ອງໄດ້ນໍາເຂົ້າ ເຊິ່ງການນໍາເຂົ້າສິນຄ້າຈາກປະເທດເພື່ອນບ້ານກໍອາດມີຄວາມສ່ຽງຈາກການນໍາໃຊ້ສານເຄມີຫຼາຍ ສ່ຽງຕໍ່ມີສານພິດຕົກຄ້າງ. ພ້ອມນັ້ນ, ຂໍ້ມູນແຫຼ່ງທີ່ມາຂອງສິນຄ້າທີ່ເຂົ້າຕະຫຼາດໃນແຕ່ລະມື້ແມ່ນບໍ່ຊັດເຈນ ແມ່ຄ້າບໍ່ຮູ້ວ່າສິນຄ້າທີ່ຕົນເອງຂາຍນັ້ນມາຈາກໃສກັນແທ້.

( ຂ່າວ: ພຸດຕີ້ – ຮູບ ທີມງານອອນລາຍ )