ນ້ຳດື່ມໂລມາຄຳ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ

270

ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ຮັບລາງວັນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງດີເດັ່ນ ລາງວັນທາງດ້ານການປະກອບສ່ວນຕໍ່ສັງຄົມ ເປັນໜຶ່ງໃນ 16 ຫົວໜ່ວຍທຸລະກິດ ທີ່ໄດ້ຮັບລາງວັນອາຊຽນດີເດັ່ນຂອງ ສປປ ລາວ ປະຈຳປີ 2019 ( ASEAN Business Award Lao – ABA Lao 2019 ) ຈາກທັງໝົດ 18 ລາງວັນ.

ອີງຕາມການເປີດເຜີຍຂອງ ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນ້ຳດື່ມ ແລະ ນ້ຳກ້ອນໂລມາຄໍາ ໃຫ້ຮູ້ວ່າ: ເຫດຜົນ ແລະ ມາດຖານທີ່ໄດ້ຮັບລາງວັນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງດີເດັ່ນ ( SME ) ລາງວັນທາງດ້ານການປະກອບສ່ວນຕໍ່ສັງຄົມ ຄິດວ່າຍ້ອນພວກເຮົາເນັ້ນພັດທະນາທຸລະກິດໃຫ້ມີຄວາມຍືນຍົງ, ສິນຄ້າໄດ້ມາດຕະຖານ ແລະ ຄຸນນະພາບ ຄຽງຄູ່ກັບການປະກອບສ່ວນຊ່ວຍເຫຼືອສັງຄົມໂດຍດີຕະຫຼອດມາ ເຊິ່ງໃນ 3 ປີຜ່ານມາ ໄດ້ມີໂອກາດເຂົ້າເປັນສ່ວນຮ່ວມນຳອົງການຈັດຕັ້ງພັກ – ລັດ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ. ໂດຍການນຳໃຊ້ທຶນຮອນສ່ວນຕົວເປັນມູນຄ່າມະຫາສານ ເພື່ອປະກອບສ່ວນເຂົ້າໃນການຫັນປ່ຽນວິຖີຊີວິດຂອງຄອບຄົວທຸກຍາກຢູ່ສອງບ້ານດັ່ງກ່າວ.

ຂ້າພະເຈົ້າ ພ້ອມດ້ວຍທີມງານ ໄດ້ທຸ່ມເທທັງທຶນຮອນ, ເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ສຸມໃສ່ໃນການພັດທະນາຢ່າງຈິງໃຈ ແລະ ບໍ່ຮູ້ອິດຮູ້ເມື່ອຍ ຈົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ຈຳນວນ 77 ຄອບຄົວເປົ້າໝາຍ ມີການປ່ຽນແປງຢ່າງຈະແຈ້ງ, ມີທີ່ຢູ່ອາໄສຖາວອນ, ມີອາຊີບທີ່ໝັ້ນຄົງ, ມີຊັບສິນເປັນຂອງຕົນເອງ, ມີຊີວິດການເປັນຢູ່ທີ່ດີຂຶ້ນ, ພ້ອມທັງສາມາດເຂົ້າເຖິງການສຶກສາ ແລະ ສາທາລະນະສຸກ.

ໂຄງການດັ່ງກ່າວ ລວມມີມູນຄ່າການຊ່ວຍເຫຼືອທັງໝົດ 22 ຕື້ກວ່າກີບ. ໃນນີ້, 15 ຕື້ກີບ ແມ່ນການສະໜັບສະໜູນຈາກເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ສ່ວນທີ່ເຫຼືອແມ່ນຈາກພາກລັດ, ອົງການຈັດຕັ້ງສາກົນ, ບັນດາບໍລິສັດ, ຫ້າງຮ້ານ ແລະ ອື່ນໆ. ຍ້ອນເຫດຜົນ ແລະ ເງື່ອນໄຂຄວາມເປັນຈິງໃນຈຸດນີ້ ສົ່ງຜົນໃຫ້ໄດ້ຮັບລາງວັນ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ດີເດັ່ນ ( ລາງວັນທາງດ້ານການປະກອບສ່ວນຕໍ່ສັງຄົມ ) ອັນຊົງກຽດດັ່ງກ່າວ.

ທ່ານກ່າວຕື່ມວ່າ: ການໄດ້ຮັບລາງວັນອັນຊົງກຽດດັ່ງກ່າວ ຈະເປັນແຮງຊຸກຍູ້ເຮັດໃຫ້ຂ້າພະເຈົ້າ ແລະ ຄອບຄົວ ສືບຕໍ່ດຳເນີນທຸລະກິດໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ຄຽງຄູ່ກັບການປະກອບສ່ວນຊ່ວຍເຫຼືອສັງຄົມຕາມທ່າແຮງ ແລະ ເງື່ອນໄຂຕໍ່ໄປ.

[ ຂ່າວ: ສົມລົດ; ຮູບ: ວິລະສັກ ]