ການກໍ່ສ້າງທາງລົດໄຟ ລາວ – ຈີນ ຄືບໜ້າກວ່າ 70%

234

ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ມີຄວາມຄືບໜ້າເປັນກ້າວໆ ມາຮອດທ້າຍເດືອນສິງຫາຜ່ານມາບັນລຸ       ກວ່າ 70% ເຊິ່ງຄາດວ່າຈະສໍາເລັດຕາມກຳນົດເວລາ ພ້ອມເປີດຂະບວນປະຖົມມະລືກ ໃນວັນທີ 2 ທັນວາ 2021. ໃນຂະນະທີ່ການຊົດເຊີຍຈ່າຍໄປແລ້ວ 369 ຕື້ກີບ ເທົ່າກັບ 20,4% ຂອງຈຳນວນເງິນທີ່ຕ້ອງຈ່າຍຄ່າຊົດເຊີຍທັງໝົດ 2.492 ຕື້ກີບ.

ທ່ານ ແທ່ນຄຳ ທອງບົນ    ຮັກສາການຫົວໜ້າຄະນະຄຸ້ມຄອງ  ໂຄງການທາງລົດໄຟ ລາວ – ຈີນ ໄດ້ເປີດເຜີຍເມື່ອວັນທີ 2 ຕຸລາຜ່ານມາ ວ່າ: ມາຮອດທ້າຍເດືອນສິງຫາຜ່ານມານີ້ ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ສໍາເລັດແລ້ວ 76,2%. ໃນນີ້, ຍັງບໍ່ລວມວຽກລະບົບລາງ, ລະບົບໄຟຟ້າ ແລະ ລະບົບຄວບຄຸມຕ່າງໆ ແຕ່ຖ້າສົມທຽບໃສ່ແຜນການແລ້ວ ຖືວ່າປະຕິບັດໄດ້ລື່ນແຜນການ.

ສ່ວນການມອບພື້ນທີ່ໃຫ້ໂຄງການ ແມ່ນໄດ້ມອບແລ້ວ 98,29% ຈາກພື້ນທີ່ທັງໝົດຂອງແລວລົດໄຟ ແລະ ພື້ນທີ່ສະຖານີ 3.000 ເຮັກຕາ. ໃນນີ້, ເນື້ອທີ່ສ້າງສະຖານີທັງ 10 ແຫ່ງ ລວມ 812,7 ເຮັກຕາ.

ສຳລັບການຈ່າຍຄ່າຊົດເຊີຍຜ່ານມາແມ່ນໄດ້ຈ່າຍໄປແລ້ວ 20,4% ເປັນເງິນ 369 ຕື້ກີບ ແລະ ໃນສະເພາະປີ 2019 ນີ້ ມີຕົວເລກທີ່ຈະຕ້ອງຈ່າຍຊົດເຊີຍ 450 ຕື້ກີບ. ໃນນັ້ນ, ເປັນງົບປະມານຂອງລັດຖະບານໃນສົກປີນີ້ 250 ຕື້ກີບ ເຊິ່ງປັດຈຸບັນໄດ້ຈ່າຍໄປຮອດບັນດາ  ແຂວງທີ່ນອນໃນໂຄງການແລ້ວ 134 ຕື້ກີບ, ສ່ວນທີ່ຍັງເຫຼືອກໍາລັງດໍາເນີນເອກະສານຂໍເບີກຈ່າຍ. ນອກຈາກນີ້, ຍັງມີງົບຂອງບໍລິສັດລົດໄຟ ລາວ – ຈີນ ຈຳນວນ 200 ຕື້ກີບ ທີ່ໃຊ້ເຂົ້າໃນການຈ່າຍຊົດເຊີຍໃນສົກປີນີ້. ນອກນີ້, ຍັງມີອີກ 317 ຕື້ກີບ ເປັນເງິນຊ່ວຍເຫຼືອລ້າຂອງລັດຖະບານຈີນ ທີ່ຈ່າຍຊົດເຊີຍໃນຮູບແບບສ້າງບ້ານຈັດສັນໃຫ້ 4 ຈຸດ.

ທ່ານ ແທ່ນຄຳ ທອງບົນ ໄດ້ກ່າວອີກວ່າ: ຈຳນວນທີ່ໄດ້ຈ່າຍໄປແລ້ວ ບວກກັບຕົວເລກໃນສົກປີ 2019 ນີ້ ລວມມີ 1.136 ຕື້ກີບ ຈາກງົບປະມານທີ່ຕ້ອງການເພື່ອມາຊົດເຊີຍທັງໝົດ 2.492 ຕື້ກີບ ນັ້ນໝາຍເຖິງວ່າຍັງຕ້ອງການງົບອີກ 1.356 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຊົດເຊີຍ ເຊິ່ງລັດຖະບານໄດ້ມີແຈ້ງການອອກມາແລ້ວ ໂດຍໄດ້ເອົາເຂົ້າງົບປະມານໃນສົກປີ 2020 ຈຳນວນ 400 ຕື້ກີບ ສ່ວນທີ່ເຫຼືອແມ່ນມອບໃຫ້ທະນາຄານ ແຫ່ງ ສປປ ລາວ ຂາຍເປັນພັນທະບັດ ເພື່ອມາຈ່າຍຄ່າຊົດເຊີຍ.

ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ມີມູນຄ່າການລົງທຶນທັງໝົດປະມານ 5.956 ລ້ານໂດລາ ໂດຍລັດວິສາຫະກິດລົດໄຟແຫ່ງຊາດລາວຖືຫຸ້ນ 30% ແລະ 70% ຂອງ 3 ວິສາຫະກິດຈີນ ຄື: ບໍລິສັດ ທາງລົດໄຟບໍ່ເຕັນ – ວຽງຈັນ ຖືຫຸ້ນ 40%, ບໍລິສັດ ລົງທຶນປັກກິ່ງຢູ່ຄຸນ 20% ແລະ ບໍລິສັດ ລົງທຶນຫຸ້ນສ່ວນ ແຂວງຢູນໜານ ຈຳກັດ ຖືຫຸ້ນ 10%.

ໂຄງການດັ່ງກ່າວ ເລີ່ມແຕ່ຊາຍແດນ ລາວ – ຈີນ ຫາ ນະຄອນຫຼວງວຽງຈັນ ມີ ຄວາມຍາວ 414 ກວ່າກິໂລແມັດ ໂດຍເລີ່ມແຕ່ບໍ່ເຕັນ ແຂວງຫຼວງນໍ້າທາ ຜ່ານ 1 ເມືອງ, ມີ 4 ບ້ານຂອງແຂວງ ຫຼວງນໍ້າທາ, ຍາວ 16,9 ກິໂລແມັດ; ຜ່ານແຂວງອຸດົມໄຊ ມີ 3 ເມືອງ, 41 ບ້ານ, ຍາວ 126,6 ກິໂລແມັດ; ຜ່ານແຂວງຫຼວງພະບາງ ຍາວ 80 ກິໂລແມັດ, ຜ່ານ 3 ເມືອງ, 28 ບ້ານ; ຜ່ານ  ແຂວງວຽງຈັນ ຍາວ 145,5 ກິໂລແມັດ, ຜ່ານ 4 ເມືອງ, 60 ບ້ານ ແລະ ຮອດນະຄອນຫຼວງວຽງຈັນ ເຖິງສະຖານີປາຍທາງ ຍາວ 45 ກວ່າກິໂລແມັດ, ຜ່ານ 3 ເມືອງ, 34 ບ້ານ ລວມມີ 10 ສະຖານີ. ໃນນີ້, ມີສະຖານີໃຫຍ່ 3 ສະຖານີ ຄືສະຖານີຫຼວງພະບາງ, ສະຖານີວັງວຽງ ແລະ ສະຖານີນະຄອນຫຼວງວຽງຈັນ ໂດຍລວມແລ້ວການກໍ່ສ້າງທາງລົດໄຟ ໄດ້ເຈາະອຸມົງ ລວມທັງໝົດມີ 75 ແຫ່ງ ລວມຄວາມຍາວ 197 ກວ່າກິໂລແມັດ; ກໍ່ສ້າງຂົວທັງໝົດ 163 ແຫ່ງ ລວມຄວາມຍາວ 61 ກວ່າກິໂລແມັດ ແລະ ທີ່ເຫຼືອແມ່ນກໍ່ສ້າງທາງລຽບໜ້າດິນ.

ທ່ານ ແທ່ນຄຳ ທອງບົນ ຍັງໄດ້ກ່າວໃຫ້ເຫັນເຖິງຄາດໝາຍຜົນໄດ້ຮັບຂອງໂຄງການດັ່ງກ່າວວ່າ: ສປປ ລາວ ຈະມີພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໝັ້ນຄົງ ຕອບສະໜອງຍຸດທະສາດ “ ຫັນປະເທດຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຈອດກັບບັນດາພາກພື້ນ ແລະ ສາກົນ ” ເຊິ່ງຈະເປັນການບັນລຸຍຸດທະສາດການຮ່ວມມື ແລະ ການເຊື່ອມຈອດລະຫວ່າງ ສປປ ລາວ ກັບປະເທດອາຊຽນ ແລະ ສປ ຈີນ ເຊິ່ງພາຍຫຼັງສຳເລັດໂຄງການເບື້ອງຕົ້ນຈະມີລົດໄຟແລ່ນ 18 ຂະບວນຕໍ່ມື້ ໂດຍໄດ້ແຍກເປັນຂະບວນໂດຍສານ 4 ຂະບວນ ແລະ ຂົນສົ່ງສິນຄ້າ 14 ຂະບວນ.

ສະເພາະຂະບວນໂດຍສານ 1 ຂະບວນ ມີ 7 ຕູ້ ແຕ່ລະຕູ້ສາມາດບັນຈຸຜູ້ໂດຍສານໄດ້ 96 ຄົນ ລວມການຂົນສົ່ງຜູ້ໂດຍສານຂອງລົດໄຟ 1 ຂະບວນ ມີ 672 ຄົນ ໂດຍມີອັດຕາຄ່າຂົນສົ່ງໂດຍສານ 0,3 ຢວນຕໍ່ຄົນຕໍ່ກິໂລແມັດ ຫຼື ປະມານ 350 ກີບຕໍ່ຄົນຕໍ່ກິໂລແມັດ, ຄ່າໂດຍສານແຕ່ວຽງຈັນ – ບໍ່ເຕັນ ປະມານ 140.000 ກີບຕໍ່ຄົນ ແລະ ໃຊ້ເວລາພຽງແຕ່ 4 ຊົ່ວໂມງເທົ່ານັ້ນ. ສ່ວນອັດຕາຄ່າຂົນສົ່ງສິນຄ້າ 0,5 ຢວນຕໍ່ໂຕນຕໍ່ກິໂລແມັດ ຫຼື ປະມານ 600 ກີບຕໍ່ໂຕນຕໍ່ກິໂລແມັດ.