ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນການສຶກສາໃຫ້ 6 ໂຮງຮຽນ

142

ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ຈັດພິທີມອບທຶນການສຶກສາໃຫ້ແກ່ນ້ອງນັກຮຽນຊັ້ນມັດທະຍົມ ທີ່ຮຽນດີ – ຮຽນເກັ່ງ ແລະ ມີຄຸນສົມບັດດີ ຂຶ້ນໃນວັນທີ 25 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະ ກີລາ ເມືອງຫົງສາ ແຂວງໄຊຍະບູລີ ໂດຍມີ ທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງຫົງສາ, ທ່ານ ຄະທາຢຸດ   ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈໍາກັດ, ທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຫົງສາ, ຜູ້ອຳນວຍການໂຮງຮຽນມັດທະຍົມ 6 ແຫ່ງ ພາຍໃນເມືອງ, ມີພະນັກງານວິຊາການ ບໍລິສັດ ໄຟຟ້າຫົງສາ ຈຳກັດ ແລະ ນ້ອງນັກຮຽນທີ່ໄດ້ຮັບທຶນເຂົ້າຮ່ວມຢ່າງພ້ອມພຽງ.

ນັກຮຽນທີ່ໄດ້ຮັບທຶນການສຶກສາຄັ້ງນີ້ ປະກອບມີ 6 ໂຮງຮຽນ ຄື: ໂຮງຮຽນມັດທະຍົມສຶກສາສົມບູນ ຫົງສາ ຈຳນວນ 6 ທຶນ, ໂຮງຮຽນມັດທະຍົມສຶກສາສົມບູນ ບ້ານເມືອງຫານ ຈຳນວນ 6 ທຶນ, ໂຮງຮຽນມັດທະຍົມສຶກສາສົມບູນ ບ້ານນາປຸ່ງ ຈຳນວນ 6 ທຶນ, ໂຮງຮຽນມັດທະຍົມສຶກສາຕອນຕົ້ນ ບ້ານແທ່ນຄຳ ຈຳນວນ 4 ທຶນ, ໂຮງຮຽນມັດທະຍົມສຶກສາສົມບູນ ພູແລ້ງ ຈຳນວນ 4 ທຶນ ແລະ ໂຮງຮຽນມັດທະຍົມສຶກສາສົມບູນ ບ້ານຄົກແອກ ຈຳນວນ 4 ທຶນ ລວມທັງໝົດ 30 ທຶນ ມູນຄ່າທັງໝົດ 90 ລ້ານກີບ.

ທ່ານ ຄະທາຢຸດ ຊູພູນ ໃຫ້ຮູ້ວ່າ: ສຳລັບກິດຈະກໍາສະໜັບສະໜູນການສຶກສາໃຫ້ນ້ອງນັກຮຽນຂອງ ບໍລິສັດ ໄຟຟ້າຫົງສາ ຈຳກັດ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດ ມາແຕ່ປີ 2011 ເປັນຕົ້ນມາ ໂດຍໄດ້ຈັດຕັ້ງປະຕິບັດຢູ່ 3 ເມືອງ ຄື: ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ. ສະເພາະສົກຮຽນ 2019 – 2020 ນີ້ ທັງ 3 ເມືອງ ແມ່ນໄດ້ຮັບທຶນການສຶກສາທັງໝົດ ຈຳນວນ 40 ທຶນ ລວມມູນຄ່າທັງໝົດ 120 ລ້ານກີບ.

ໃນຕອນທ້າຍຂອງພິທີ ທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງຫົງສາ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວ ທີ່ໄດ້ສະໜັບສະໜູນ ແລະ ສົ່ງເສີມນັກຮຽນດີ – ຮຽນເກັ່ງໃນຊັ້ນມັດທະຍົມ ເຮັດໃຫ້ນ້ອງນັກຮຽນເອົາໃຈໃສ່ຕໍ່ການຮຽນຫຼາຍຂຶ້ນ.

ທັງນີ້, ກໍເພື່ອຊ່ວຍໃຫ້ບັນລຸຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາໃຫ້ມີຄຸນນະພາບດີຂຶ້ນ ຕາມນະໂຍບາຍຂອງກະຊວງສຶກສາທິການ ແລະ ກີລາວາງອອກ. ທັງເປັນການປະກອບສ່ວນສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ – ຄວາມສາມາດ, ເດັກໃນວັນນີ້ ກໍຄືຜູ້ໃຫຍ່ໃນວັນໜ້າ, ເປັນຜູ້ສືບທອດພາລະກິດຂອງຊາດເຮົາໃນອະນາຄົດອີກດ້ວຍ.

[ ຮູບ – ຂ່າວ: ກິດຕິສັກ ບົວໄລ ]